ລາວເພີ້ມຜລິດໄຟຟ້າ ຂາຍໄປໄທ

0:00 / 0:00

ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ຈະຊື້ ໄຟຟ້າ ຈາກລາວ ເພີ່ມຂຶ້ນເປັນ 10 ພັນເມັກກາວັດ ຈາກທີ່ເຊັນກັນ 7 ພັນເມັກກາວັດ ແລະ ໄດ້ຊື້ໄປ ແລ້ວ 5 ພັນ 200 ເມັກກາວັດ.

ທ່ານ ສຸນໄຊ ຄຸມນຸນສັຈ ຜູ້ວ່າການອີກັດ ໄດ້ຮ່າງນະໂຍບາຍ ຂອງ ທ່ານພາຍຫຼັງເຂົ້າຮັບຕໍາແໜ່ງແທນ ທ່ານ ສຸທັດ ພັດສິຣິວັດ ເມື່ອ ວັນທີ 31 ກໍຣະກະດາ ຜ່ານມາ. ທ່ານສຸທັດ ສເນີວ່າ ຜູ້ສືບທອດ ທ່ານ ຄວນມີບົດບາດສໍາຄັນ ໃນການສົ່ງເສີມ ບໍຣິສັດທີ່ເປັນສາຂາ ຂອງ ອິກັດ ໃຫ້ຂຍາຍ ທຸຣະກິດ ຜລິດໄຟຟ້າ ຢູ່ນອກປະເທດເພື່ອ ຜົລປະໂຫຍດ ແລະ ກໍາໄຣ ສໍາລັບໄທ.

ໃນນັ້ນ ທ່ານໄດ້ຍົກ ກໍຣະນີ ຂອງລາວ ຊຶ່ງເປັນ ບ່ອນທີ່ ໄທ ໄດ້ມີ ໄຟຟ້າ ພລັງນໍ້າ ຊຶ່ງຊ່ວຍໃຫ້ ຊາວໄທ ໄດ້ໃຊ້ໄຟຟ້າ ຣາຄາຖືກ ຂະນະທີ່ລາວ ໄດ້ຮັບຜົລປະໂຫຍດ ທາງດ້ານ ເທັກນິກ ຈາກ ອິກັດ ແລະ ປະເທດເພື່ອນບ້ານ ຂອງລາວ.

ເມື່ອເດືອນ ກຸມພາ ປີນີ້ ອິກັດ ກໍໄດ້ເຊັນ ສັນຍາ ຊື້ໄຟຟ້າ ຈາກ ບໍຣິສັດ ໄຟຟ້າເຊປຽນ ເຊນໍ້ານ້ອຍ ຂອງລາວ ໃນຣະຍະ 27 ປີ ເລີ່ມແຕ່ປີ 2018 ໄປ. ຊໍ ການຊ່າງ ດຽວນີ້ກໍກໍາລັງ ສ້າງເຂື່ອນ ໄຊຍະບູຣີ ຊຶ່ງເປັນເຂື່ອນ ໃຫຍ່ແຫ່ງທໍາອິດ ທີ່ສ້າງໃສ່ ແມ່ນໍ້າຂອງ ຕອນລຸ່ມ ເມື່ອສ້າງແລ້ວ ກໍຈະຂາຍ ໄຟຟ້າ ໃຫ້ອີກັດ ຄືກັນ.

ຣັຖບານລາວ ໄດ້ລົງນາມ ໃນບັນທຶກ ຄວາມເຂົ້າໃຈ MOU ໃນການສຶກສາ ຄົ້ນຄວ້າ ໂຄງການ ເຂື່ອນໄຟຟ້າ ທັງໝົດ 70 ໂຄງການ ຊຶ່ງໃນນັ້ນ ມີ 30 ໂຄງການ ດໍາເນີນງານ ແລ້ວ ແລະ ຢູ່ຣະຫວ່າງ ການກໍ່ສ້າງ.