ໂຄງການເສຖກິດໃນອະນຸ ພູມີພາກ ແມ່ນ້ຳຂອງ

ສິດນີ
2014.08.11
f-default ໂຄງການເສຖກິດໃນອະນຸ ພູມີພາກ ແມ່ນ້ຳຂອງ
RFA

 

ປະເທດ ອະນຸ ພູມີພາກ ແມ່ນ້ຳຂອງ ຕ້ອງການ ການຄ້ຳປະກັນ ວ່າ ໂຄງການ ແຣວ ເສຖກິດ ຈະສ້າງຣາຍໄດ້ ແລະ ໃຫ້ປໂຍດ ທາງ ການຄ້າ ການລົງທຶນ ແລະ ສ້າງວຽກເຮັດ ງານທຳ ໃຫ້ກັບ ປະຊາຊົນ ໃນເຂດ ທ້ອງຖີ່ນ ໃຫ້ຫລາຍຂື້ນ.

ຜູ້ທີ່ເຂົ້າຮ່ວມ ກອງປະຊຸມ ຄັ້ງທີ 6 ຂອງໂຄງການ ແຣວ ເສຖກິດ ປະເທດ ອະນຸ ພູມີພາກ ແມ່ນ້ຳຂອງ ໄດ້ຟັງ ແລະ ໄດ້ປຶກສາ ຫາລືກັນ ກ່ຽວກັບ ບັນຫາ ດັ່ງກ່າວ ຢູ່ກອງປະຊຸມ ວັນທີ 8 ສີງຫາ ປີ 2014.

ບັນດາ ຣັຖມົນຕຣີ ຮອງຣັຖມົນຕຣີ ເຈົ້າຫນ້າທີ່ ຣະດັບສູງ ຄູ່ຮ່ວມ ການພັທນາ ແລະ ຕົວແທນ ຈາກ ພາກເອກຊົນ ຂອງ 6 ປະເທດ ອະນຸ ພູມີພາກ ແມ່ນ້ຳຂອງ ໄດ້ຮ່ວມກັນ ທົບທວນ ຄວາມສຳເຣັດ ທີ່ໄດ້ຮັບ ໃນຣະຍະ 6 ປີ ທີ່ຜ່ານມາ ແລະ ຜົລປະໂຫຍດ ທີ່ໄດ້ຮັບ ໃນການ ເຊື່ອມຕໍ່ ທາງດ້ານ ການຂົນສົ່ງ ຂ້າມແດນ ແລະ ການລິເລີ້ມ ສົນທິສັນຍາ ການຄ້າ ໃນຂົງເຂດ.

ທ່ານ ບີນດູ ໂລຮານີ  ຮອງປະທານ ທະນາຄານ ພັທນາເອເຊັຽ ກ່າວຕໍ່ ກອງປະຊຸມວ່າ ໂຄງຮ່າງ ພື້ນຖານ ການເຊື່ອມຕໍ່ ໃນຫລາຍເຂດ ກໍຖືກ ປະຕິບັດ ໂດຍສະເພາະ ໂຄງການ ເຊື່ອມຕໍ່ ການ ຄົມມະນາຄົມ ທີ່ຈະເປັນ ຮາກເຫງົ້າ ວິສັຍທັສ ໃນໂຄງການ ແຣວ ເສຖກິດ ອະນຸ ພູມີພາກ ແມ່ນ້ຳຂອງ.

ແຕ່ບັນຫາ ປັດຈຸບັນ ກໍຄືວ່າ ຈະເຮັດແນວໃດ ເພື່ອໃຫ້ ໂຄງການ ເຊື່ອມຕໍ່ ເຫລົ່ານີ້ ສ້າງປະໂຫຍດ ທາງການຄ້າ ການລົງທຶນ ການເຕີບ ໂຕ ທາງດ້ານ ອຸດສາຫະກັມ ການສ້າງ ວຽກເຮັດ ງານທຳ ແລະ ຣາຍໄດ້ໃຫ້ ແກ່ຂົງເຂດ ໃຫ້ ຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.