ໂຄງການເຂື່ອນປ່ອຍຊາວບ້ານ ກັງວົນ
2015.05.12
ຊາວບ້ານ ເຂດ ໂຄງການ ກໍ່ສ້າງ ເຂື່ອນ ດອນສະໂຮງ ເປິດເຜີຍ ວ່າ ມີ ປະຊາຊົນ ຮ້ອຍກວ່າ ຄອບຄົວ ລໍຖ້າ ຣາຍຣະອຽດ ເຣື້ອງ ການ ຊົດເຊີຍ ຕ່າງໆ ຈາກ ທາງ ບໍຣິສັດ ຫລັງຈາກ ໄດ້ ປະຊຸມ ກັນ ມາໄດ້ ຫລາຍເທື່ອ ແລ້ວ ແຕ່ ເຈົ້າໜ້າທີ່ ຂອງ ໂຄງການ ເຂື່ອນ ດອນ ສະໂຮງ ບໍ່ເຄີຍ ມາຊີ້ແຈງ ຂໍ້ມູນໃດໆ ຢ່າງ ເປັນ ທາງການ ແລະ ແຈ່ມແຈ້ງ ໃຫ້ ຊາວບ້ານ ໄດ້ ຮູ້ນໍາ. ດັ່ງທ່ານ ເວົ້າວ່າ:
“ມີແຕ່ ຮິດຄອງ ປະເພນີ ມັນມີ ປ່າຊ້າ ຢູ່ ບ້ານເດ້ ກໍຄວນ ໃຫ້ ບໍຣິສັດ ມາ ພົວພັນ ນໍາ ສີ່ງແນວ ທີ່ເຮົາ ບໍ່ເຫັນ ເພີ່ນ ກໍບໍ່ທັນ ເວົ້າແຈ້ງ ວ່າ ຈັງຊັ້ນ ຈັ່ງຊີ້”.
ທ່ານວ່າ ປີ 2015 ນີ້ ຕົວແທນ ຊາວບ້ານ ໄດ້ຮ່ວມ ປະຊຸມ ກັບ ເຈົ້າໜ້າທີ່ ໂຄງການ ເຂື່ອນ ດອນສະໂຮງ ທຸກໆ ເດືອນ ຊຶ່ງ ຊາວບ້ານ ໄດ້ ເວົ້ານໍາ ທາງ ບໍຣິສັດ ວ່າ ພວກຕົນ ມີຄວາມ ເປັນຫ່ວງ ນໍາ ເຣື້ອງ ການ ຊົດເຊີຍ, ອາຊິບ, ແລະ ການ ປະຕິບັດ ຕາມ ຮິດຄອງ ປະເພນີ ຊຶ່ງ ທຸກເທື່ອ ທີ່ ປະຊຸມ ເຈົ້າໜ້າທີ່ ກ່ຽວຂ້ອງ ກໍບໍ່ເຄີຍ ໃຫ້ ຄໍາ ຊີ້ແຈງ ຢ່າງ ແຈ່ມແຈ້ງ ວ່າ ຈະ ຊົດເຊີຍ ແບບໃດ ກັນແທ້? ຈະ ປຸກເຮືອນ ໃຫ້ ເມື່ອໃດ ຈະ ຍົກຍ້າຍ ເມື່ອໃດ ຈະສ້າງ ໂຮງຮຽນ ທີ່ ຖືກມ້າງ ໃຫ້ ໃໝ່ ບໍ ແລະ ຈະເຮັດ ແນວໃດ ກັບ ວັດ ແລະ ປ່າຊ້າ ໃນເຂດ ບ້ານ ນັ້ນ.
ອີກ ດ້ານນຶ່ງ ກໍຄື ຊາວບ້ານ ຢາກໃຫ້ ເຈົ້າໜ້າທີ່ ລົງມາ ຈັດ ປະຊຸມ ໃນເຂດ ບ້ານ ຂອງ ເຂົາເຈົ້າ ແທນທີ່ ຈະໄປຈັດ ປະຊຸມ ຢູ່ ເມືອງ ປາກເຊ ຍ້ອນ ຜູ້ທີ່ ຈະ ໄປຮ່ວມ ໄດ້ນັ້ນ ກໍມີ ພຽງນາຍບ້ານ ຜູ້ດຽວ ເຮັດໃຫ້ ຊາວບ້ານ ບໍ່ມີ ໂອກາດ ສເນີ ຄວາມ ຕ້ອງການ ຂອງ ພວກ ເຂົາເຈົ້າ.
ເຂື່ອນ ດອນສະໂຮງ ເປັນ ເຂື່ອນ ທີ່ ຈະສ້າງ ໃສ່ ແມ່ນໍ້າຂອງ ເຂດ ເມືອງໂຂງ ແຂວງ ຈໍາປາສັກ ມີ ພລັງ ຜລິດ 260 MEGA WAT ມູນຄ່າ ການ ກໍ່ສ້າງ ປະມານ 720 ລ້ານ ດອນລ່າ ສະຫະຣັຖ ຊຶ່ງ ແມ່ນ ບໍຣິສັດ Mega First ຂອງ ປະເທດ Malaysia ຈະ ເປັນຜູ້ ກໍ່ສ້າງ ແລະ ລົງທຶນ 90 ສ່ວນຮ້ອຍ ທີ່ ເຫລືອ ອີກ 10 ສ່ວນຮ້ອຍ ນັ້ນ ເປັນ ການ ລົງທຶນ ປະກອບ ສ່ວນ ຂອງ EDL ຈະ ຍົກຍ້າຍ ຊາວບ້ານ 17 ຄອບຄົວ ແລະ ຈະຖືກ ດິນ ຊາວບ້ານ ຫລາຍກວ່າ 100 ຄອບຄົວ ໃນເຂດ ບ້ານ ຫົວ ສະດໍາ ຫາງ ສະດໍາ ແລະ ຫາງ ສະໂຮງ.