ເຂື່ອນດອນສະໂຮງ ທົດລອງຜລິດ ກະແສໄຟຟ້າ
ເຂື່ອນໄຟຟ້າ ດອນສະໂຮງ ຢູ່ແຂວງຈຳປາສັກ, ຊຶ່ງເປັນເຂື່ອນໄຟຟ້ານ້ຳຂອງ ແຫ່ງທີ 2, ທົດລອງການຜລິດ ເພື່ອຂາຍກະແສໄຟຟ້າ ໃຫ້ກັມພູຊາ.
-
ໄຊຍາ
2019-10-15 -
-
-
Your browser doesn’t support HTML5 audio
ເຂື່ອນໄຟຟ້າ ດອນສະໂຮງ ຢູ່ແຂວງຈຳປາສັກ ທົດລອງ ຜລິດກະແສໄຟຟ້າ 1 ໜ່ວຍ ໃນຈຳນວນ ທັງໝົດ 4 ໜ່ວຍ ໃນມື້ວັນທີ 11 ຕຸລາ 2019 ນີ້ ເພື່ອກຽມຂາຍ ກະແສໄຟຟ້າ ໃຫ້ກຳພູຊາ. ສຳລັບໜ່ວຍທີ 2, ທີ 3 ແລະທີ 4 ຈະທົດລອງ ໃນຣະຫວ່າງ ທ້າຍເດືອນຕຸລາ ຫາ ເດືອນພຶສຈິກາ ທີ່ຈະມາເຖິງນີ້ ເພື່ອໃຫ້ທັນຕາມ ແຜນການ, ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ເຂື່ອນໄຟຟ້າ ດອນສະໂຮງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 14 ຕຸລານີ້:
“ເຄື່ອງດຽວ ຍັງບໍ່ທັນໝົດ ເປັນ Soft opening ເຂົາຮຽກວ່າ ກໍມັນກຽມພ້ອມແລ້ວ ແຕ່ວ່າ ເຂົາຈະ ແຕ່ລະໜ່ວຍໆໄປ ກໍໄດ້ຍິນຂ່າວວ່າ ເຄື່ອງຈັກ ແມ່ນແລ່ນສະດວກຢູ່.”
ທ່ານເວົ້າວ່າ ຖ້າຫາກວ່າ ເຂື່ອນໄຟຟ້າ ດອນສະໂຮງ ທົດລອງ ຜລິດກະແສໄຟຟ້າ ຄົບທັງ 4 ໜ່ວຍ ໂດຍບໍ່ມີບັນຫາ ຂັດຂ້ອງຫຍັງ ໃນທ້າຍປີນີ້ແລ້ວ ກໍຈະສາມາດ ຜລິດໄຟຟ້າ ໄດ້ຢ່າງເປັນທາງການ. ຕາມມາຕຖານ ເຄື່ອງຈັກຜລິດ ກະແສໄຟຟ້າ ຂອງເຂື່ອນດອນສະໂຮງ 1 ໜ່ວຍ ສາມາດ ຜລິດໄດ້ 65 ເມກາວັດ, ແຕ່ເຈົ້າໜ້າທີ່ ເຂື່ອນໄຟຟ້າ ດອນສະໂຮງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີວ່າ ໃນອະນາຄົດ ທາງໂຄງການນີ້ ຈະເພິ່ມກຳລັງ ການຜລິດ ກະແສໄຟຟ້າຂຶ້ນ ແຕ່ລະໜ່ວຍ 5% ດັ່ງທີ່ ທ່ານກ່າວວ່າ:
“ແລ້ວເຂົາ ສິເອົາໄປຮອດ ແທນທີ່ວ່າ ສິເປັນ 65 ເມກາວັດ ແຕ່ລະໜ່ວຍຫັ້ນ ນະນໍ ເຂົາສິເອົາ ຂຶ້ນໄປໃຫ້ມັນ ໄດ້ຮອດ 71-72 ເມກາວັດ ເພາະວ່າ ມັນມີ ສົມ 5% ເບາະ Generation capacity ມັນຫັ້ນນະ.”
ທ່ານເວົ້າວ່າ ການເພິ່ມ ກຳລັງການຜລິດ ໄຟຟ້າຂຶ້ນ ແຕ່ລະໜ່ວຍ 5% ນັ້ນ ຈະບໍ່ສ້າງ ຄວາມເສັຽຫາຍ ໃຫ້ເຂື່ອນໄຟຟ້າ ເນື່ອງຈາກວ່າ ເຄື່ອງຈັກ ແຕ່ລະໜ່ວຍ ສາມາດຜລິດ ໄຟຟ້າ ໄດ້ເກີນມາຕຖານ. ໃນຈຳນວນ ກະແສໄຟຟ້າ ທີ່ຈະຜລິດ ໄດ້ຈາກເຂື່ອນດອນສະໂຮງ 260 ເມກາວັດນັ້ນ 200 ເມກາວັດ ຈະຂາຍໃຫ້ ກັມພູຊາ ໃນທ້າຍປີ 2019 ຕາມສັນຍາ ຊື້-ຂາຍໄຟຟ້າ ຣະຫວ່າງ 2 ປະເທດ ລາວ-ກັມພູຊາ ແລະອີກ 60 ເມກາວັດ ຈະຂາຍ ຢູ່ພາຍໃນ ປະເທດລາວກ່ອນ.
ໂຄງການ ເຂື່ອນໄຟຟ້າ ດອນສະໂຮງ ຂນາດ 260 ເມກາວັດ ຊຶ່ງບໍຣິສັດ ເມກາເຟິສ ຂອງມາເລເຊັຽ ຖືຮຸ້ນ 80% ແລະ ບໍຣິສັດ ຣັຖວິສາຫະກິດ ໄຟຟ້າລາວ ຖືຮຸ້ນ 20%. ໂຄງການ ສ້າງເຂື່ອນໄຟຟ້າ ດອນສະໂຮງນີ້ ແມ່ນບໍຣິສັດ Sinohydro ຂອງຈີນ ເປັນຜູ້ຮັບເໝົາກໍ່ສ້າງ, ມູນຄ່າ ການກໍ່ສ້າງ 417 ລ້ານ ໂດລາສະຫະຣັຖ ແລະ ໄດ້ເຣີ່ມສ້າງ ມາແຕ່ທ້າຍ ປີ 2016, ອາຍຸ ສັມປະທານ 25 ປີ. ເຂື່ອນໄຟຟ້າ ດອນສະໂຮງ ເປັນເຂື່ອນໄຟຟ້າ ໃນແມ່ນ້ຳຂອງ ແຫ່ງທີ 2 ຫຼັງຈາກ ເຂື່ອນໄຟຟ້າ ໄຊຍະບູຣີ ຊຶ່ງເປັນເຂື່ອນ ກັ້ນແມ່ນ້ຳຂອງ ແຫ່ງທຳອິດຢູ່ລາວ.
ໃນຂະນະດຽວກັນ ເຂື່ອນໄຊຍະບູຣີ ກໍ່ສ້າງສຳເຣັດແລ້ວ ແລະ ມີແຜນການ ຈະເຣີ່ມຜລິດ ກະແສໄຟຟ້າ ຢ່າງເປັນທາງການ ໃນວັນທີ 29 ເດືອນຕຸລາ ປີ 2019, ອີງຕາມບົດຣາຍງານ ຂອງອົງການ ແມ່ນ້ຳສາກົນ.