ຂົວດອນໂຂງໃກ້ຈະສໍາເຣັດ ແລ້ວ

ການ ກໍ່ສ້າງ ຂົວ ດອນໂຂງ ຄືບໜ້າ ໄວ ຄາດວ່າ ຈະ ສໍາເຣັດ ໃນ ເດືອນ ສິງຫາ ຫລື ເດືຶອນ ຕຸລາ ປີ ນີ້.

ແມ່ນໍ້າຂອງ ໃນເຂດດອນໂຂງ ແຂວງຈໍາປາສັກ Fotopedia

 

ປັດຈຸບັນ ການສ້າງ ຂົວ ດອນໂຂງ ຊຶ່ງ ເປັນ ຂົວຂ້າມ ອີກຊ່ວງນຶ່ງ ຂອງ ແມ່ນໍາຂອງ ຣະຫວ່າງ ບ້ານຫາດ ຫາ ບ້ານນາ ເມືອງໂຂງ ແຂວງ ຈໍາປາສັກ ພາກໃຕ້ ຂອງລາວ ສ້າງສໍາເຣັດ ໄປແລ້ວ 90 ສ່ວນຮ້ອຍ. ຄາດວ່າ ຂົວແຫ່ງນີ້ ຈະສ້າງ ສໍາເຣັດ ໃນເດືອນ ສິງຫາ ຫລື ເດືຶອນ ຕຸລາ ປີ 2014. ເຖິງວ່າ ຈະເລີ້ມ ເຂົ້າສູ່ ຣະດູຝົນ ກໍຍັງເຊື່ອ ວ່າ ຈະບໍ່ມີ ຜົລກະທົບ ໃນການ ກໍ່ສ້າງ ພໍເທົ່າໃດ. ດັ່ງ ເຈົ້າໜ້າທີ່ ແຂວງ ຈໍາປາສັກ ກ່າວວ່າ:

"ກໍສິແລ້ວ ຢູ່ໃດ໋ ບໍ່ເດືອນ ແປດ ກະເດືອນ ສິບນີ້ .ແຫລະ ຕາມເບິ່ງ ເພາະວ່າເຂົາ ເທບ໋ອກ ມັນຈອດ ກັນໝົດ ແລ້ວເດ້".

ທ່ານກ່າວ ຕໍ່ໄປວ່າ ດຽວນີ້ ໂຄງການ ດັ່ງກ່າວ ຍັງເຫລືອ ແຕ່ວຽກ ຕົບແຕ່ງ, ການຕິດຕັ້ງ ໄຟ ເຍືອງທາງ, ປ້າຍ ຈະຣາຈອນ, ປູຢາງ ທາງເຂົ້າຂົວ ແລະ ສ້າງກັນ ຕາລິ່ງ ເຈື່ອນ.

ຂົວດອນໂຂງ  ມີຄວາມຍາວ 718 ແມັດ, ກວ້າງ 11 ແມັດ, ມູນຄ່າ ການກໍ່ສ້າງ 34 ລ້ານ ໂດລາ ສະຫະຣັຖ. ໃນຈໍານວນ ນັ້ນ ຣັຖບານ ຈີນ ຊ່ວຍເຫືລອ ລ້າ ເກືອບວ່າ ທັງໝົດ ຄື 95 ສ່ວນຮ້ອຍ.

ຂົວແຫ່ງນີ້ ຈະເຊື່ອມຕໍ່ ຣະຫວ່າງ ຖນົນ ຫລວງ ເລກທີ 13 ແລະ ດອນໂຂງ; ຈະອໍານວຍ ຄວາມສະດວກ ໃນການ ເດີນທາງ ແລະ ການຂົນສົ່ງ ເຂົ້າ-ອອກ ດອນໂຂງ ຊຶ່ງ ເປັນແຫລ່ງ ທ່ອງທ່ຽວ ທີ່ ສໍາຄັນ ແຫ່ງນຶ່ງ ຂອງ ແຂວງ ຈໍາປາສັກ ພາກໃຕ້ ຂອງລາວ.

ແຕ່ໃນ ຂະນະ ດຽວກັນ ກໍມີຄວາມ ເປັນຫ່ວງນໍາ ຜົລກະທົບ ທີ່ ຈະມີຕໍ່ ທຸຣະກິດ ເຮືອບັກ ຮັບ-ສົ່ງ ລົດ ແລະ ຄົນໂດຍສານ ຊຶ່ງໄດ້ ບໍຣິການ ມາແຕ່ ຫລາຍຟ້າ ຫລາຍປີ ແລ້ວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org