ທຸຣະກິຈແລະຜູ້ມີອໍານາດ

ນະຄອນຫລວງວຽງຈັນ ທີ່ກໍາເລັ່ງການພັທນາ ໂຄງຮ່າງພື້ນຖານ
ນະຄອນຫລວງວຽງຈັນ ທີ່ກໍາເລັ່ງການພັທນາ ໂຄງຮ່າງພື້ນຖານ (RFA)

0:00 / 0:00

ການເຮັດ ທຸຣະກິຈ ຢູ່ ສປປລາວ ໃນ ທຸກມື້ ນີ້ ບໍ່ຄືກັບ ຢູ່ໃນ ປະເທດ ທີ່ ພັທນາ ແລ້ວ, ເຖິງ ແມ່ນວ່າ ຈະມີ ກົດໝາຍ ການຄ້າ ການເຮັດ ທຸຣະກິດ ແລະ ມີການ ໂຄສະນາ ສົ່ງເສີມ ທຸຣະກິດ ຂນາດ ນ້ອຍ, ຂນາດ ກາງ ກໍດີ, ແຕ່ ຕ້ອງມີ ພັກພວກ ທີ່ມີ ອໍານາດ ໃນກຸ່ມ ການນໍາ, ມີເງິນ ລົງທຶນ ຢ່າງດຽວ ກໍ ໄປບໍ່ລອດ. ດັ່ງ ຊາວ ນະຄອນຫລວງ ຄົນນຶ່ງ ເລົ່າສູ່ຟັງ ວ່າ:

"ດຽວນີ້ ຢູ່ ປະເທດ ລາວ ນະ, ສົມມຸດ ວ່າ, ເຈົ້າ ຊິຕັ້ງ ບໍຣິສັດ ກໍ່ສ້າງ ເຈົ້າຕ້ອງມີ ພີ່ນ້ອງ ເປັນ ເຈົ້ານາຍ, ເຈົ້າ ຈຶ່ງ ຊິ ສາມາດ ໄດ້ວຽກ ມາເຮັດ, ຄັນຊັ້ນ ໜິ ຕັ້ງໂລດ ຕັ້ງ ຊື່ໆ, ເຂົາຢອດ ວຽກໃຫ້ ວຽກນຶ່ງ, ພໍໄດ້ເກັບ ອາກອນ ຈັກໜ້ອຍ ມີ ດາດຊອງ ດາດນາຍ, ມີງານ ນັ້ນເດີ້ ມີງານ ນີ້ເດີ້, ມີຊອງ ມາແພ່, ແຕ່ສຸດທ້າບ ໝົດ ຫລາຍກວ່າ ໄດ້ຮັບ ໂຄງການ ຫັ້ນ".

ທ່ານ ເວົ້າວ່າ ທ່ານເອງ, ກໍເຄີຍມີ ທຸຣະກິດ ກໍ່ສ້າງ ເຮືອນ ຂນາດນ້ອຍ ມາແລ້ວ, ກ່ອນເຂົາ ຈະເອົາ ໂຄງການ ນຶ່ງ ໃຫ້ເຮົາ, ເຂົາ ກໍຕ້ອງ ເອົາໃຫ້ ຄົນ ເຂົາເຈົ້າ ກ່ອນ, ມັນ ຕົກເປັນ ມື ທີ 5 ທີ 6 ໄປແລ້ວ, ແລະ ທ່ານ ເວົ້າຢໍ້າວ່າ:

"ຢ່າລືມ ວ່າ ເຮັດວຽກ ຢູ່ ປະເທດລາວ ນີ້, ຜູ້ເຊັນ ໂຄງການ ນີ້ ກິນໄປ ແລ້ວ 10 ເປີເຊັນ, ຜູ້ເຊັນ ໃດ໋ ຫັ້ນ, ບໍ່ແມ່ນ ຜູ້ເຮັດ ໃດ໋ ຫັ້ນ. ບັດນີ້ ຜູ້ໄປ ຮັບເໝົາ ໄດ້ແລ້ວ ໄປ ຂາຍຕໍ່, ມັນກ່າ ຕ້ອງກິນ ເກີນກວ່າ 10 ເປີເຊັນ ອີກ, ບັດນີ້ ຊົ່ວ ຜູ້ຊິເຮັດ ໄດ້ຮັບ ວຽກແທ້ໆ ລອດຕາຍ ໄປແລ້ວ".

ທ່ານ ໃຫ້ ຂໍ້ຄິດວ່າ ບ້ານເຮົາ, ມັນບໍ່ຄື ບ້ານເຂົາ ທີ່ ຈະເຣີນ ແລ້ວ, ປະເທດ ທີ່ ຈະເຣີນ ແລ້ວ ນັ້ນ, ຜູ້ເປັນນາຍ ສ່ວນຫລາຍ ບໍ່ມີເງິນ ແຕ່ວ່າ ຢູ່ ສປປລາວ ນີ້ ຜູ້ເປັນ ນາຍ ຮັ່ງມີ ຫລາຍ, ມີທັງເງິນ ແລະ ມີທັງ ອໍານາດ, ມັນເປັນ ບັນຫາ ຂອງ ສັງຄົມ ປະເທດ ດ້ອຍ ພັທນາ ທີ່ ແກ້ໄຂ ບໍ່ຕົກ, ຊຶ່ງ ຍັງ ທ່ວງດຶງ ຄວາມຈະເຣີນ ຂອງ ປະເທດ ຊາຕ.