ຫລວງພຣະບາງ ຈະພັທນາ 2 ເມືອງ
2013.04.16
ແຂວງ ຫລວງພຣະບາງ ມີໂຄງການ ສ້າງສາ ພັທນາ 2 ເມືອງ ເຊັ່ນ ເມືອງໂພນໄຊ ແລະ ເມືອງຈອມ ເພັດ ເພື່ອຫລຸດຜ່ອນ ຄວາມທຸກຍາກ. ປັດຈຸບັນ ທາງການ ໄດ້ສຶກສາ ສຳຣວດແລ້ວ ວ່າຈະ ພັທນາ ແນວໃດ ແຕ່ຍັງ ບໍ່ຮູ້ເທື່ອວ່າ ຈະເລີ້ມລົງມື ສ້າງເມື່ອໃດ ປີໃດ. ເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງ ແຂວງ ຫລວງພຣະບາງ ທ່ານນຶ່ງ ກ່າວກ່ຽວກັບ ເຣື່ອງນີ້ຕື່ມວ່າ:
“ດຽວນີ້ ໂຕນີ້ ມັນມີຜູ້ລົງ ສຳຣວດແລ້ວ ແຕ່ວ່າ ການລົງມື ກໍ່ສ້າງກໍຍັງ ບໍ່ທັນຮູ້ເທື່ອ ເຂດນີ້ມັນ ເປັນເຂດ ຈັດຜັງເມືອງໃໝ່ ແລ້ວການພັທນາ ຕໍ່ໄປຫັ່ນ ລະແມ່ນ ເພິ້່ນເວົ້າ ແຕ່ວ່າພື້ນຖານ ໂຄງຮ່າງ.”
ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ສອງສາມເມືອງ ທີ່ວ່ານີ້ ເປັນເຂດ ທີ່ຍັງ ທຸກຍາກຢູ່ ຍັງບໍ່ມີ ຖນົນ ຫົນທາງ ບໍ່ມີໄຟຟ້າ ແລະ ບໍ່ມີນ້ຳ ສະອາດໃຊ້; ສະນັ້ນ ທາງການ ຈຶ່ງຢາກສ້າງສາ ພັທນາເພື່ອ ຍົກຣະດັບ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໃຫ້ດີຂື້ນ.
ເຖິງຢ່າງໃດ ກໍຕາມ ຈົນເຖິງ ປັດຈຸບັນ ຍັງບໍ່ມີ ນັກລົງທຶນ ຜູ້ໃດ ຢາກມາລົງທຶນ ໃນເຂດເມືອງທີ່ ທຸກຍາກ ເຫລົ່ານັ້ນ ເທື່ອ ແຕ່ກ່ອນນີ້ ບໍ່ດົນ ນັກລົງທຶນ ວຽດນາມ ໄດ້ສເນີຢາກສ້າງ ຖນົນ ຈາກ ຊາຍແດນ ວຽດນາມ ເຂົ້າມາ ເຊື່ອມກັບ ສອງສາມ ເມືອງດັ່ງກ່າວ ເພື່ອ ໃຫ້ຄວາມສະດວກ ສະບາຍ ແກ່ນັກລົງທຶນ ແລະ ຊາວວຽດນາມ ທີ່ຢາກເຂົ້າມາເຮັດ ທຸຣະກິດ ການຄ້າ ຢູ່ໃນເຂດນັ້ນ.
ຫລວງພຣະບາງ ເປັນແຂວງນຶ່ງ ໃນພາກເໜືອ ຂອງລາວ ທີ່ມີ ພູຜາປ່າໄມ້ ຫລາຍ ປະຊາຊົນ ຢູ່ໃນເຂດ ຊົນນະບົດ ສ່ວນຫລາຍ ເປັນຊົນເຜົ່າ ສ່ວນນ້ອຍ ທຳມາຫາກິນ ດ້ວຍການເຮັດໄຮ່ ແລະ ມີຊີວິດ ການເປັນຢູ່ ທີ່ຍັງທຸກຍາກ.