ຊາວບ້ານຂາດອາຊີພ ລ້ຽງຕົນເອງ


2013.05.22
f-bk ຊາວລາວ ໃນແຂວງ ບໍ່ແກ້ວ
RFA

 

ຊາວແຂວງ ບໍ່ແກ້ວ ທີ່ ຖືກໂຍກຍ້າຍ ຍັງລັກລອບ ຕັດໄມ້ ເພື່ອບຸກເບີກ ພື້ນທີ່ ທໍາມາ ຫາກິນ.

ຊາວແຂວງ ບໍ່ແກ້ວ ທີ່ ຖືກໂຍກຍ້າຍ ຍັງລັກລອບ ຕັດໄມ້ ເພື່ອບຸກເບີກ ພື້ນທີ່ ທໍາມາ ຫາກິນ. ເຈົ້າໜ້າທີ່ ຜແນກ ກະສິກັມ ແລະປ່າໄມ້ ແຂວງບໍ່ແກ້ວ ກ່າວໃນວັນທີ 22 ພຶສພາ 2013 ວ່າ ຊາວແຂວງ ບໍ່ແກ້ວ ຈໍານວນນຶ່ງ ທີ່ຖືກໂຍກຍ້າຍ ແລະ ບໍ່ມີວຽກເຮັດ ງານທໍາ ເປັນຫລັກແຫລ່ງ ຍັງລັກລອບ ຕັດໄມ້ ຢູ່ເລື້ອຍ ຕາມບ່ອນຕ່າງໆ ທີ່ເປັນ ດິນຂອງຣັຖ ເພື່ອບຸກເບີກ ພື້ນທີ່ ທໍາມາ ຫາກິນ:

"ປະຊາຊົນ ທີ່ເພິ່ນບໍ່ຮູ້ ເຫັນເນາະ ສ່ວນຫລາຍ ກໍບໍ່ມີບ່ອນ ທໍາມາຫາກິນ ໄປຕັດຫັ້ນ ເປັນແນວນັ້ນ ເຂົາໂຍກຍ້າຍ ມາແລ້ວ ໄປຕັດ ບໍ່ໃຫ້ ອະນຸຍາດ ແລ້ວ".

ທ່ານເວົ້າອີກວ່າ ປະຊາຊົນ ທີ່ລັກ ຕັດໄມ້ ນັ້ນ ສ່ວນໃຫຍ່ ອາສັຍ ຢູ່ຕາມ ເຂດພູດອຍ  ທີ່ມີພື້ນທີ່ ປ່າໄມ້ ຊຶ່ງເປັນບ່ອນ ຫວ່າງຢູ່ ຫລາຍ ເຖິງແມ່ນ ທາງ ເຈົ້າໜ້າທີ່ ໄດ້ລົງ ໄປກວດກາ ຢູ່ຕລອດ ກໍຕາມ. ສໍາລັບ ບໍຣິສັດ ຫລື ນັກລົງທຶນນັ້ນ ທ່ານວ່າ ບໍ່ຕັດໄມ້ ອີກ ແລ້ວ ຫລັງຈາກ ທາງການຫ້າມ ບໍ່ໃຫ້ຕັດ ເດັດຂາດ.

ໃນປີ 2012 ຊາວເມືອງ ບໍ່ແກ້ວ ຜູ້ນຶ່ງ ເຄີຍໃຫ້ ຂໍ້ມູລວ່າ ປະຊາຊົນ ທີ່ລັກຕັດໄມ້ ສ່ວນໃຫຍ່ ເປັນຊາວບ້ານ ທີ່ ຖືກໂຍກຍ້າຍ ຈາກໂຄງການ ສ້າງເຂດ ເສຖກິດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ຊຶ່ງ ຫລາຍຄອບຄົວ ໄດ້ຮັບຄ່າ ຊົດເຊີຍ ແບບ ບໍ່ເປັນທັມ ແລະ ທາງການ ບໍ່ໄດ້ເອົາໃຈໃສ່ຊ່ວຍເຫລືອ ໃນການ ທໍາມາຫາກິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.