ເງິນເດືອນຂອງຄຣູຍັງມີບັນຫາ

ມະນີຈັນ
2014.09.03
f-school2 ໂຮງຮຽນຊັ້ນປະຖົມ ທີ່ເມືອງສິງ ແຂວງຫລວງນໍ້າທາ
RFA

 

ການຈ່າຍເງິນ ເດືອນ ຄຣູ ທີ່ ຫລ້າຊ້າ ໃນ ແຂວງ ສວັນນະເຂດ ຍັງມີຢູ່ ຕໍ່ມາ ຊຶ່ງນາຍຄຣູ ຂອງ ເມືອງ ເຊໂປນ ເວົ້າວ່າ ການຈ່າຍເງິນ ເດືອນ ທັງຊ້າ ບໍ່ເປັນ ປົກກະຕິ ເຮັດໃຫ້ ນາຍຄຣູ ຫຼາຍຄົນ ຂາດ ຄວາມໝັ້ນໃຈ ກຳລັງໃຈ ໃນການ ປະຕິບັດ ໜ້າທີ່ ເພາະມັນ ສົ່ງ ຜົລກະທົບ ຕໍ່ຊີວິດ ການເປັນຢູ່ ໃນຄອບຄົວ ຂອງ ພວກເຂົາເຈົ້າ:

"ບາງທີ ເນາະ ການດູນເງິນ ມັນບໍ່ພໍ ເພິ່ນກໍໄດ້ ຈ່າຍເຄິ່ງນຶ່ງ ໃຫ້ ພາກສ່ວນໃດ ສ່ວນນຶ່ງ ໝວດໃດ ໝວດນຶ່ງ ມັນບໍ່ໄດ້ ຖືກຕາມງວດ ມັນໃຫ້ກົງ ກັບງວດ ມັນກໍບໍ່ກົງ ສ່ວນຫລາຍ ຄື ເດືອນ 7 ນີ່ ກໍບໍ່ທັນໄດ້ ບາງເດືອນ ກໍທ້າຍ ເດືອນນັ້ນ ມັນໄດ້ ບາງເທື່ອກໍ 3 ເດືອນ ເດືອນທີ 2 ທີ 3 ຈັ່ງໄດ້ ຄ່າຄອງຊີບ ເນາະ ການຄວບຄຸມ ເຣື່ອງ ເສຖກິດ ຄວບຄຸມ ເຣື່ອງ ຄ້າຂາຍ ໃນຕລາດ ມັນກໍບໍ່ລົງ ນຳເດ້".

ທ່ານເວົ້າວ່າ ບັນຫາ ເງິນເດືອນ ຫລ້າຊ້ານີ້ ມີມາໄດ້ ປີ ສອງປີ ແລ້ວ ຄຣູບາງຄົນ ເຄີຍຖາມ ຜແນກ ການເງິນ ແຂວງ ເຖິງສາເຫດ ທີ່ຈ່າຍເງິນ ເດືອນຊ້າ. ແຕ່ກໍມັກໄດ້ ຄຳຕອບວ່າ ຫ້ອງການ ສຶກສາ ທິການ ຂອງ ເມືອງ ສົ່ງເອກສານ ໄປ ໃຫ້ຂັ້ນເທິງ ບໍ່ຄົບ ທັ້ງໆທີ່ ພະນັກງານ ກໍຢືນຢັນ ວ່າ ສົ່ງໄປຄົບ ໝົດແລ້ວ.

ບັນດາຄຣູ ທຸກຄົນ ຢາກໃຫ້ ຂັ້ນເທິງ ຊ່ວຍແກ້ໄຂ ເຣື່ອງຈ່າຍ ເງິນເດືອນນີ້ ເພາະ ພວກຕົນ ໄປເຮັດວຽກ ໃນເຂດ ຊົນນະບົດ ຫ່າງໄກ ຍອມ ເສັຽສຣະ ໄປຢູ່ໄກບ້ານ ແຕ່ກັບ ບໍ່ໄດ້ຮັບ ເງິນເດືອນ ຕາມ ປົກກະຕິ ຈົນເຮັດໃຫ້ ການເປັນຢູ່ ລໍາບາກ ຝືດເຄືອງ ບໍ່ມີຫຍັງ ພໍເປັນ ກໍາລັງໃຈ ໃຫ້ ພວກເຂົາເຈົ້າ.

ເຈົ້າໜ້າທີ່ ຜແນກ ສຶກສາ ທິການ ແຂວງ ເວົ້າວ່າ ປັຈຈຸບັນ ສາມາດເບີກ ເງິນເດືອນ ໃຫ້ ນາຍຄຣູ ສໍາລັບ ເດືອນ ກໍຣະກະດາ 2014 ໄປແລ້ວ 3 ເມືອງ ຍັງເຫລືອ 12 ເມືອງ ທີ່ ຍັງບໍ່ໄດ້ ເບີກ ແລະວ່າ ບັນຫາ ຫລັກ ທີ່ເຮັດໃຫ້ ມີການເບີກ ຈ່າຍເງິນເດືອນ ຊ້າ ຄື ທາງແຂວງ ເກັບຣາຍຮັບ ບໍ່ໄດ້ ຕາມເປົ້າໝາຍ ເຮັດໃຫ້ ບໍ່ມີເງິນ ພໍທີ່ຈະ ເອົາມາ ເບີກຈ່າຍ ໃຫ້ ນາຍຄຣູ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.