ເອກສານຊັກຊ້າ, ຮຽກສິນບົນ ຍັງສືບຕໍ່: ສວັນນະເຂດ

ຊາວລາວ ໃນແຂວງສວັນນະເຂດ ຍັງຄົງພົບພໍ້ ກັບບັນຫາ ເອກສານຊັກຊ້າ ແລະ ການຮຽກຮັບສິນບົນ ຈາກເຈົ້າໜ້າທີ່ ພ້ອມທັງ ຢາກໃຫ້ແກ້ໄຂ ໂດຍດ່ວນ.

ການສໍ້ໂກງເປັນສິ່ງທີ່ຜິດ public domain

ຊາວ​ລາວ ​ໃນ​ແຂວງ​ສວັນ​ນະ​ເຂດ ທີ່​ຂໍ​ສງວນ​ຊື່ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ຜູ້​ສື່ຂ່າວ​ເອ​ເຊັຽ​ເສ​ຣີ ເມື່ອບໍ່​ດົນ​ມານີ້​ວ່າ ພວກ​ຕົນ ແລະ ໝູ່​ເພື່ອນ ໃນ​ຖາ​ນະ​ ຜູ້​ປະ​ກອບ​ການ ​ກິ​ຈ​ການ ​ຂ​ນາດ​ນ້ອຍ ຍັງ​ຕ້ອງ​ພົບ​ພໍ້​ກັບ​ບັນ​ຫາ​ ເອ​ກ​ສານ​ຊັກ​ຊ້າ ແລະ ການ​ຮຽກ​ຮັບ​ສິນ​ບົນ​ ຈາກ​ເຈົ້າ​ໜ້າ​ທີ່​ ຢູ່ເລື້ອຍໆ ໃນ​ເວ​ລາ​ໃດ​ກໍຕາມ​ທີ່​ຕ້ອງ​ມີ​ວຽກ​ ໄປ​ພົວ​ພັນ ​ເອ​ກ​ສານ ​ກັບ​ຫ້ອງ​ການ​ຕ່າງໆ ​ຂອງ​ເມືອງ ແລະ ແຂວງ, ເຊິ່ງ​ບາງ​ໜ່ວຍ​ງານ ແມ່ນ​ຮຽກ​ເອົາ​ ເງິນ​ຈຳ​ນວນຫຼາຍໂລດ ຖ້າ​ຫາກ​ຢາກ ​ໄດ້​ເອ​ກ​ສານ ​ໂດຍໄວ.

“​ມັນກະເປັນບາງໜ່ວຍງານເນາະ ກະບໍ່ວ່າ ເມີໄປຫັ້ນນ່າເນາະ. ຄັນເຮົາໄປເຮັດກິຈກັມຢູ່ໃສ ຢູ່ບ່ອນນັ້ນບ່ອນນີ້ ທີ່ແທ້ຈິງເຮົາກະມີປະຕັງ (ໃບອະນຸຍາດ)​ ຂອງການເຄື່ອນໄຫວເນາະ ເພາະວ່າທາງໜ່ວຍງານ ຂອງຕ່າງໆພາກສ່ວນ ທີ່ກ່ຽວຂ້ອງເພິ່ນອອກໃຫ້, ແຕ່ຖ້າອອກໃຫ້ແລ້ວ ເວລາອອກໄປເຊັນເອກສານກະເອົາອີກ, ​ຫັ້ນນ່າ. ເອົາພັດເອົາຫຼາຍ, ຫັ້ນນ່າ.”

ຜູ້​ປະ​ກອບ​ການ ​ທຸ​ຣະ​ກິ​ຈ ​ຂ​ນາດ​ນ້ອຍ​ທ່ານນີ້ ກ່າວ​ຕື່ມ​ວ່າ ໃນ​ໄລ​ຍະ​ຜ່ານ​ມາ ເປັນ​ທີ່​ຮູ້​ຈັກ​ກັນ​ດີ ​ໃນກຸ່ມ​ຜູ້​ປະ​ກອບ​ການ ​ຂ​ນາດ​ນ້ອຍ ​ໃນ​ແຂວງສວັນ​ນະ​ເຂດ​ວ່າ ຖ້າ​ຢາກ​ໄດ້ ​ເອ​ກ​ສານ​ໄວ ແມ່ນ​ຕ້ອງ​ຈ່າຍ​ເງິນ​ສິນ​ບົນ ຫຼື (ເງິນ​ກິນ​ນ້ຳ​ກິນ​ໃນ) ຕາມ​ທີ່​ເຈົ້າ​ໜ້າ​ທີ່​ ວ່າໂລດ, ແຕ່ກໍບໍ່​ເຄີຍ ​ຮັບຮູ້​ເລີຍ​ວ່າ ຣະ​ບຽບການ ​ມັນ​ເປັນ​ດັ່ງ​ທີ່​ ເຈົ້າ​ໜ້າ​ທີ່​ ໄດ້​ເວົ້າ​ ຫຼືບໍ່?

“​ແຕ່ບາງເທື່ອຄືຄວາມສະບາຍຂອງເຮົາ ເພື່ອທີ່ແບບວ່າ ຢາກໄດ້ດ່ວນຢາກໄດ້ໄວ ເຮົາກະໄດ້ເສັຽຕາມເພິ່ນເວົ້າ​, ຫັ້ນນ່າ. ​ແຕ່ເຮົາກະບໍ່ທັນຮູ້ວ່າ ຣະບຽບການແທ້ໆມັນຕ້ອງເປັນແບບນີ້ແທ້ບໍ

ຕໍ່​ບັນ​ຫານີ້, ເຈົ້າ​ໜ້າ​ທີ່​ຂັ້ນ​ເມືອງ ໃນ​ແຂວງ​ສວັນ​ນະ​ເຂດ ​ທ່ານ​ນຶ່ງ ກໍ​ໄດ້ຊີ້​ແຈງ ​ຕໍ່​ຜູ້​ສື່​ຂ່າວ​ ເອ​ເຊັ​ຽ ​ເສ​ຣີ​ ເມື່ອ​ດົນ​ມານີ້​ ຄື​ກັນ​ວ່າ ເຣື້ອ​ງການ​ຮຽກ​ ຮັບ​ສິນ​ບົນ ​ໃນ​ການ​ແລ່ນ​ເອ​ກສານ​ ຕາມ​ຫ້ອງ​ການຕ່າງໆນັ້ນ ແມ່ນບໍ່​ຂໍ​ໃຫ້​ຄວາມ​ເຫັນ ​ໃນ​ບັນ​ຫານີ້, ແຕ່ເຣື້ອງການ​ຊັກ​ຊ້າ ​ດ້ານ​ເອ​ກ​ສານ ແມ່ນ​ມີ​ແທ້, ແຕ່​ກໍ​ຄົງ​ຂຶ້ນ​ກັບຫຼາຍ​ເງື່ອນ​ໄຂ ທັງ​ເງື່ອນ​ໄຂ​ ຂອງ​ຜູ້​ມາ​ແລ່ນ​ ເອ​ກ​ສານ​ເອງ ແລະ ເງື່ອນ​ໄຂ​ອື່ນໆ.

“​​ຄັນວ່າວຽກແນງການທີ່ກ່ຽວຂ້ອງ ເຮົາກະມອບ ມັນກະມີນິຕິກັມ ມອບຕາມ ພາຣະບົດບາດຢູ່ແລ້ວເນາະ. ຄັນວ່າຊ້າ ມັນກະມີເງື່ອນໄຂ ຂອງມັນ ດ້ານການຊັກຊ້າຍ້ອນເງື່ອນໄຂໂຕໃດໆ ມັນກະມີເນາະ. ຄັນວ່າເອສານມັນຣະອຽດແລ້ວ ມັນກະບໍ່ຊ້າເນາະ ບາງເທື່ອຜູ້ມາໃຊ້ບໍຣິການ ຜູ້ມາປະກອບການນີ້ນ່າເນາະ ຜູ້ມາແລ່ນປະກອບເອສານຕ່າງໆ ບາງເທື່ອ ກະມີອັນນັ້ນອັນນີ້ ບໍ່ຄົບເນາະ. ມັນກະອາຊິກ່ຽວພັນ ກັບບັນຫາໂຕອື່ນ.”

ເມື່ອສັ​ປ​ດາ ​ທີ່​ຜ່ານ​ມາ, ທ່ານ ສັນ​ຕິ​ພາບ ພົມ​ວິ​ຫານ, ເຈົ້າ​ແຂວງ ແຂວງ​ສວັນ​ນະ​ເຂດ ໄດ້​ຮຽກ​ຮ້ອງ ແລະ ຂໍ​ຄວາມ​ຮ່ວມ​ມື ກັບເຈົ້າ​ໜ້າ​ທີ່​ ທົ່ວ​ແຂວງ​ສວັນ​ນະ​ເຂດ ໃນ​ທຸກ​ຂັ້ນ ໃຫ້​ເອົາ​ໃຈ​ໃສ່​ ໃນ​ການ​ແກ້​ໄຂ​ບັນ​ຫາ ການ​ສໍ້​ຣາ​ສ​ບັງຫຼວງ ​ພາຍໃນ​ແຂວງ ແລະ ເລັ່ງ​ມືແກ້​ໄຂ​ ບັນ​ຫາ​ ການ​ກົດ​ໜ່ວງ​ຖ່ວງ​ດຶງ ​ເອ​ກ​ສານ​ ຕາມ​ຫ້ອງ​ການ​ຕ່າງໆ ພາຍຫຼັງ​ ທີ່​ບັນ​ຫາ​ດັ່ງ​ກ່າວ ຖືກຮ້ອງ​ຮຽນ ​ຈາກ​ປະ​ຊາ​ຊົນ​ໃນ​ແຂວງ​ສວັນ​ນະ​ເຂດ ​ເປັນ​ບັນ​ຫາ ​ອັນ​ດັບທີ 1 ທີ່​ຊາວ​ສວັນ​ນະ​ເຂດ ​ຢາກ​ໃຫ້​ທາງ​ການ​ແຂວງ​ຮີບ​ຮ້ອນ​ໃຈແກ້​ໄຂ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org