ການແກ້ໄຂບັນຫາທີ່່່່ດິນຍັງຈະ ແກ່ຍາວ
2014.05.18
ເມື່ອ ວັນທີ 17 ພຶສພາ 2014 ເຈົ້າໜ້າທີ່ ຫ້ອງການ ທີ່ດິນ ນະຄອນ ຫຼວງ ວຽງຈັນ ທ່ານໜຶ່ງ ເປີດເຜີຍ ວ່າ ການແກ້ໄຂ ບັນຫາ ທີ່ດິນ ໃນລາວ ຍັງຈະ ຊັກຊ້າ ຂຶ້ນຕື່ມ ເນື່ອງຈາກ ຂະບວນ ການປັບປຸງ ກົດໝາຍ ວ່າດ້ວຍ ທີ່ດິນ ສະບັບໃໝ່ ຍັງຊັກຊ້າ ແລະ ບໍ່ ແນ່ນອນ:
"ແຜນເບື້ອງຕົ້ນ ພວກເຮົາ ລະ ເດືອນ 6 ນີ້ເດ, ເດືອນ 6 ກອງປະຊຸມ ສະພາ ນີ້ ຈະຜ່ານ ຮ່າງປັບປຸງ ກົດໝາຍ. ແຕ່ວ່າ ດຽວນີ້ ທາງ ຣັຖບານ ໄດ້ ສະເໜີ ໃຫ້ ຮັບຮອງ ເອົາ ນະໂຍບາຍ ກ່ອນ ຈັ່ງຊັ້ນ ກໍ່ບໍ່ທັນ ແນ່ ວ່າ ເດືອນ 6 ນີ້ ກົດໝາຍ ທີ່ດິນ ຈະໄດ້ຜ່ານ ເພາະຍ້ອນວ່າ ຍັງບໍ່ທັນ ໄດ້ຮັບຮອງ ນະໂຍບາຍ".
ໃນ ເບື້ອງຕົ້ນ ພາກສ່ວນ ທີ່ ເຮັດວຽກ ກ່ຽວກັບ ທີ່ດິນ ຢາກສເນີ ໃຫ້ສະພາ ແຫ່ງຊາດ ຮັບຮອງ ເອົາ ກົດໝາຍ ທີ່ດິນ ສະບັບ ປັບປຸງ ໃນ ກອງປະຊຸມ ສະພາ ແຫ່ງຊາດ ສະໄໝ ສາມັນ ທີ່ ຈະມີຂຶ້ນ ໃນເດືອນ ມິຖຸນາ 2014, ແຕ່ ຣັຖບານ ພັດສເນີ ໃຫ້ ສະພາ ແຫ່ງຊາດ ຮັບຮອງ ເອົາ ນະໂຍບາຍ ທີ່ດິນ ກ່ອນ ເພື່ອເປັນ ບ່ອນອີງ ໃຫ້ ພາກສ່ວນ ສ້າງ ກົດໝາຍ ທີ່ດິນ ແລະ ມີເວລາ ປັບປຸງ ໃຫ້ ສອດຄ່ອງ, ສະນັ້ນ ຈຶ່ງບໍ່ມີ ຄວາມ ແນ່ນອນ ວ່າ ກົດໝາຍ ທີ່ດິນ ຈະສາມາດ ຜ່ານ ໃນ ເດືອນ ມິຖຸນາ ໄດ້ ຫຼືບໍ່?
ທ່ານກ່າວ ຕື່ມອີກວ່າ ການທີ່ ບໍ່ສາມາດ ສເນີໃຫ້ ສະພາ ແຫ່ງຊາດ ຮັບຮອງ ເອົາ ກົດໝາຍ ທີ່ດິນ ສະບັບ ປັບປຸງ ໃໝ່ ໃຫ້ທັນ ກັບ ກອງປະຊຸມ ສະພາ ແຫ່ງຊາດ ສະໄໝ ສາມັນ ທີ່ ຈະມາ ເຖິງນີ້ ໄດ້ນັ້ນ ຈະສົ່ງ ຜົນກະທົບ ໂດຍກົງ ຕໍ່ການ ແກ້ໄຂ ບັນຫາ ທີ່ດິນ ໃນ ທົ່ວປະເທດ ແລະ ກໍ່ຈະ ເຮັດໃຫ້ ຂະບວນ ການແກ້ໄຂ ບັນຫາ ຕ່າງໆ ທີ່ ກ່ຽວພັນ ເຖິງເຣື່ອງ ທີ່ດິນ ຊັກຊ້າ ແລະ ແກ່ຍາວ ອອກໄປ ອີກ ຊຶ່ງຮວມເຖິງ ການແກ້ໄຂ ບັນຫາ ການ ຍຶດເອົາ ທີ່ດິນ ຂອງ ຊາວບ້ານ ໂດຍ ນັກລົງທຶນ ໃນເຂດ ຕ່າງໆ ກໍ່ຈະມີ ຄວາມ ຊັກຊ້າ ໄປນຳ.