ຣັຖວິສາຫະກິຈໄຟຟ້າລາວ ຂາດທຶນແກ່ຍາວຫຼາຍປີ
ຜູ້ອໍານວຍການໃຫຍ່ ຣັຖວິສາຫະກິຈໄຟຟ້າລາວ ໄດ້ຣາຍງານວ່າ ຣັຖວິສາຫະກິຈໄຟຟ້າລາວ ຈະເອົາໃຈໃສ່ແກ້ໄຂບັນຫາການ ຂາດທຶນແກ່ຍາວ ມາຫຼາຍປີ ແລະບັນຫາໜີ້ສິນ ສາທາຣະນະ ທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ຢູ່ໃນກອງປະຊຸມສລຸບວຽກງານ ປະຈໍາປີ 2021.
-
ສຸພັດຕາ
2022-02-17 -
-
-
Your browser doesn’t support HTML5 audio
ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຣັຖວິສາຫະກິຈໄຟຟ້າລາວ ໄດ້ຣາຍງານວ່າ ຣັຖວິສາຫະກິຈໄຟຟ້າລາວ ຈະເອົາໃຈໃສ່ແກ້ໄຂບັນຫາການຂາດທຶນແກ່ຍາວ ມາຫຼາຍປີ ແລະບັນຫາໜີ້ສິນສາທາຣະນະ ທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ຢູ່ໃນກອງປະຊຸມສລຸບວຽກງານ ປະຈໍາປີ 2021 ແລະທິດທາງແຜນການ ປີ 2022 ຂອງຣັຖວິສາຫະກິຈໄຟຟ້າລາວ ໃນມື້ວັນທີ່ 11 ກຸມພາ 2022 ທີ່ຜ່ານມານີ້.
ປັດຈຸບັນ ບັນຫາການຂາດທຶນມາຫຼາຍປີ ໄດ້ສົ່ງຜົລໃຫ້ໜີ້ສາທາຣະນະ ຂອງຣັຖວິສາຫະກິຈໄຟຟ້າລາວ ສູງເຖິງປະມານ 5 ຕື້ໂດລາສະຫະຣັຖ ຫຼືຄິດເປັນ 26% ຂອງ GDP.
ດັ່ງເຈົ້າໜ້າທີ່ຣັຖວິສາຫະກິຈໄຟຟ້າລາວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 17 ກຸມພາ ນີ້ວ່າ:
“ດຽວນີ້ ຣັຖບານກະຮັບຮູ້ແລ້ວ ແຕ່ໃຫ້ຖືວ່າ ຄໍາວ່າໜີ້ສາທາຣະນະ ທຸກຄົນຕ້ອງຊ່ວຍກັນຫັ້ນແຫຼະ ເພາະວ່າ ເຮົາບໍ່ມີງົບປະມານມາຈ່າຍ ເຈົ້າຮູ້ແລ້ວວ່າ ໄຟຟ້າລາວຕິດໜີ້ ກຝຜ ໄທຍ (ການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ) ເຮົາບໍ່ມີເງິນຫ້ວງໃດ ທີ່ຈະມາ ມາຖົມວ່າຊັ້ນສ່າ.”
ທ່ານກ່າວຕື່ມອີກວ່າ ບັນຫາໜີ້ສິນສາທາຣະນະ ທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ສ່ວນໃຫຍ່ຈະມາຈາກການກູ້ຢືມເງິນຈາກຕ່າງປະເທດ ເປັນຕົ້ນ ປະເທດໄທຍ ແລະຈີນ ເພື່ອນໍາມາລົງທຶນ ກໍ່ສ້າງເຂື່ອນໄຟຟ້າ, ກໍ່ສ້າງສາຍສົ່ງໄຟຟ້າ ແລະນໍາໄປຮ່ວມຖືຫຸ້ນ ໃນໂຄງການເຂື່ອນຕ່າງໆ ຕາມຍຸທສາດດ້ານພະລັງງານຂອງຣັຖບານລາວ ເພື່ອເສີມຂຍາຍຄວາມໝັ້ນຄົງ ທາງດ້ານພະລັງງານ ໃນພູມມິພາກອາຊຽນ ແລະເປັນສູນກາງ ດ້ານພະລັງງານ ຫຼືແບຕເຕີ້ຣີ້ ແຫ່ງອາຊຽນ.
ອີກສາເຫດນຶ່ງ ທີ່ເຮັດໃຫ້ຣັຖວິສາຫະກິຈໄຟຟ້າລາວ ມີໜີ້ສິນຢ່າງມະຫາສານ ກໍຍ້ອນວ່າ ສ້າງເຂື່ອນໄຟຟ້າໄປແລ້ວ ບໍ່ສາມາດຜລິດໄຟຟ້າໄດ້ຕາມຄາດໝາຍ ເພາະພະເຊີນກັບ ສະພາບອາກາດປ່ຽນແປງ ບາງປີເຂື່ອນບໍ່ມີນໍ້າ ກໍບໍ່ສາມາດຜລິດໄຟຟ້າໄດ້ ຫຼື ສ້າງເຂື່ອນໄຟຟ້າສໍາເຣັດໄປແລ້ວ ແຕ່ພັດບໍ່ຄົນຮັບຊື້ໄຟຟ້າ ກໍຈໍາເປັນຕ້ອງຜລິດໄຟຟ້າຖິ້ມໄປລ້າໆ.
ມາຮອດປັດຈຸບັນ ປະເທດລາວ ມີເຂື່ອນໄຟຟ້າແລ້ວ ຈໍານວນ 88 ແຫ່ງ ແຕ່ໃນຈໍານວນເຂື່ອນໄຟຟ້າທັງໝົດນີ້ ມີບໍຣິສັດຜລິດໄຟຟ້າລາວມະຫາຊົນ ເຊິ່ງເປັນບໍຣິສັດ ທີ່ກໍ່ຕັ້ງຂຶ້ນມາໂດຍຣັຖວິສາຫະກິຈໄຟຟ້າລາວ ຄຸ້ມຄອງຢູ່ພຽງຈໍານວນ 10 ແຫ່ງ ແລະເຂົ້າໄປຖືຫຸ້ນຈໍານວນ 13 ແຫ່ງ ສ່ວນທີ່ເຫຼືອ ເປັນການລົງທຶນຂອງບໍຣິສັດຕ່າງປະເທດ ແລະ ເອກະຊົນລາວ.
ສະນັ້ນແລ້ວ ລາຽຮັບຕ່າງໆ ທີ່ຈະໄດ້ຈາກການຜລິດໄຟຟ້າ ກໍຈະໄດ້ຮັບພຽງເລັກໜ້ອຍເທົ່ານັ້ນ ຂະນະທີ່ ລາຽຮັບສ່ວນຫຼາຍ ຢູ່ກັບບໍຣິສັດຜູ້ລົງທຶນ ແລະຜູ້ຖືຫຸ້ນຣາຍໃຫຍ່, ແຕ່ຣັຖວິສາຫະກິຈໄຟຟ້າລາວ ຕ້ອງຮັບຊື້ໄຟຟ້າເກືອບທັງໝົດ ຄວາມໝາຍກໍຄືວ່າ ສ້າງເຂື່ອນຂຶ້ນມາແລ້ວ ແນວໃດກໍຕ້ອງໄດ້ຮັບຊື້ໄຟຟ້າ ເຖິງຈະບໍ່ໃຊ້ກໍຕາມ.
ດັ່ງເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຢູ່ລາວເຮົານີ້ ເປັນໂຄງການລົງທຶນຂອງຕ່າງປະເທດສ່ວນຫຼາຍເນາະ ສະນັ້ນແຫຼະລາຽຮັບ ເປັນລາຽຮັບຂອງຜູ້ລົງທຶນ ອັນສອງມາກະ ເອົານໍາເຂົ້າຄັງຣັຖລວມນີ້ແຫຼະ ແລ້ວກະຈ່າຍພາສີ-ອາກອນ ຕາມລະບຽບການນີ້ແຫຼະ ແຕ່ລະປີມັນຕ້ອງງົບ ສໍາລັບການຊົດເຊີຽແມ່ນຫຍັງຕ່າງໆ.”
ກ່ຽວກັບບັນຫາ ເຣື່ອງໜີ້ສິນສາທາຣະນະ ຂອງຣັຖວິສາຫະກິຈໄຟຟ້າລາວນີ້ ຊາວລາວຈໍານວນນຶ່ງເຫັນວ່າ ຣັຖບານລາວ ຕ້ອງເອົາໃຈໃສ່ຢ່າງຈິງຈັງ ແລະເຂັ້ມງວດທີ່ສຸດ ໃນການປະຕິຮູບອົງການຈັດຕັ້ງ ແລະຕິດຕາມກວດກາ ບັນດາພະນັກງານທຸກຣະດັບຂັ້ນ ເພື່ອບໍ່ໃຫ້ພະນັກງງານໃນຣັຖວິສາຫະກິຈ ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຫາຜົລປໂຍດ ແລະສໍ້ຣາດບັງຫຼວງ ຈົນເຮັດໃຫ້ງົບປະມານຮົ່ວໄຫຼ ກາຍເປັນໜີ້ສິນມະຫາສານຄືໃນປັດຈຸບັນ.
ດັ່ງຊາວລາວຜູ້ນຶ່ງ ໃນແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ບໍຣິສັດໄຟຟ້າ ເຮົາຢາກໃຫ້ປັບປຸງຄືນໃໝ່ໝົດຫັ້ນແຫຼ້ວ ເຂົາເອີ້ນວ່າ ຫາເງິນແບບສ່ວນໂຕຫັ້ນນ່າ ຄັນບໍ່ປັບປຸງໂຕນີ້ ຍັງຊິຄືເກົ່າຫັ້ນແຫຼະ ບັນຫາມັນ.”
ສ່ວນຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຫຼາຍປະເທດກໍມີການກູ້ຢືມເງິນມາລົງທຶນ ໃນໂຄງການພັທນາຕ່າງໆ ແຕ່ທຸກໆໂຄງການລົງທຶນ ຫາກບໍ່ມີການຕິດຕາມ ກວດກາຢ່າງເຂັ້ມງວດ ກໍມີໂອກາດສູງ ທີ່ງົບປະມານຈະເກີດການຮົ່ວໄຫຼ ຈົນກາຍເປັນໜີ້ສິນແກ່ຍາວ ດັ່ງເຊັ່ນກໍຣະນີທີ່ເກີດຂຶ້ນ ກັບຣັຖວິສາຫະກິຈໄຟຟ້າລາວ ທີ່ບໍ່ມີການເປີດເຜີຍຂໍ້ມູນລາຽຮັບ-ລາຽຈ່າຍ ໃຫ້ປະຊາຊົນໄດ້ຮັບຮູ້ຈັກເທື່ອ.
ດັ່ງຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນບໍ່ແມ່ນວ່າເຮັດຫຼີ້ນເນາະ ບໍ່ແມ່ນເພື່ອການ ສໍ້ຣາດບັງຫຼວງບໍ່ ເພື່ອການສວຍໂອກາດບໍ່ ອັນນີ້ມັນກະບໍ່ຖືກແຫຼະອັນນີ້ ມັນບໍ່ແມ່ນປ່ຽນແຕ່ລະຄົນໃດ໋ ມັນຕ້ອງປ່ຽນແນວຄິດອີກ.”
ກ່ອນໜ້ານີ້ ທ່ານພັນຄໍາ ວິພາວັນ ນາຍົກຣົຖມົນຕຣີລາວ ຍັງໄດ້ກ່າວໃນກອງປະຊຸມສໄມສາມັນ ເທື່ອທີ່ 2 ຂອງສະພາແຫ່ງຊາດ ຊຸດທີ່ 9 ເມື່ອວັນທີ່ 1 ພຶສຈິກາ ປີ 2021 ວ່າ ຣັຖບານລາວ ຈະເລັ່ງປະຕິຮູບບັນດາຣັຖວິສາຫະກິຈ ທີ່ປັດຈຸບັນ ມີຢູ່ 7 ຣັຖວິສາຫະກິຈຂນາດໃຫຍ່ ເນື່ອງຈາກໄລຍະຜ່ານມາ ຣັຖບານແຕ່ລະສໄມ ໄດ້ລົງທຶນໄປຈໍານວນຫຼາຍ ເພື່ອພັທນາເສຖກິຈ-ສັງຄົມຂອງປະເທດ ແລະຍັງເປັນຖານລາຽຮັບສໍາຄັນໃຫ້ກັບຣັຖບານ ແຕ່ມີຣັຖວິສາຫະກິຈຈໍານວນນຶ່ງ ໄດ້ສ້າງໜີ້ສິນຢ່າງມະຫາສານ ຕົກເປັນພາຣະໃຫ້ແກ່ຣັຖບານລາວມາຮອດປັດຈຸບັນນີ້.
ດັ່ງທ່ານກ່າວ ຕອນນຶ່ງວ່າ:
“ໄລຍະທີ່ຜ່ານມາ ຣັຖບານແຕ່ລະສໄມ ໄດ້ລົງທຶນຈໍານວນຫຼາຍ ໃຫ້ບັນດາ ຣັຖວິສາຫະກິຈ ແຕ່ຜ່ານມາ ເຫັນວ່າ ບັນດາຣັຖວິສາຫະກິຈ ເກືອບທັງໝົດ ດໍາເນີນທຸຣະກິຈ ມີປະສິດທິຜົລ ແລະຈໍານວນນຶ່ງ ສ້າງໜີ້ສິນມະຫາສານ ຕົກເປັນພາຣະຂອງຣັຖບານ ດັ່ງນັ້ນ ການປັບປຸງຣັຖວິສາຫະກິຈ ຕາມທິດປະຕິຮູບ ຈຶ່ງມີຄວາມສໍາຄັນແລະ ເລັ່ງດ່ວນ.”
ເມື່ອຕົ້ນປີ 2021 ທີ່ຜ່ານມາ ບໍຣິສັັດຜລິດໄຟຟ້າລາວ ມະຫາຊົນ ຫຼື EDL-Gen ກໍໄດ້ສົ່ງໜັງສືໄປຫາບໍຣິສັດເອກະຊົນໄທຍ ແລະການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ ເພື່ອເຈຣະຈາ ເລີື່ອນການຈ່າຍໜີ້ອອກໄປກ່ອນ ເພາະຣັຖວິສາຫະກິຈໄຟຟ້າລາວ ແລະບໍຣິສັດຜລິດໄຟຟ້າລາວມະຫາຊົນ ບໍ່ມີເງິນພຽງພໍ ອີກທັງ ຍັງຕ້ອງພະເຊີນກັບສະພາບການຣະບາດຂອງໂຄວິດ-19 ແລະອັດຕຣາເງິນເຟີ້ທີ່ຮຸນແຮງນໍາດ້ວຍ.
ໃນຂະນະທີ່ ປະເທດລາວ ກໍມີໜີ້ສິນສາທາຣະນະ ທີ່ເພີ່ມຂຶ້ນນັບມື້ ໂດຍໃນປີ 2020 ທີ່ຜ່ານມາ ກະຊວງການເງິນໄດ້ຣາຍງານວ່າ ປະເທດລາວ ມີໜີ້ສິນສາທາຣະນະ ສູງເຖິງ 13 ຕື້ໂດລາສະຫະຣັຖ ກວມເອົາ 72% ຂອງ GDP ສ່ວນຫຼາຍຈະເປັນໜີ້ສິນ ທີ່ຣັຖບານລາວ ກູ້ຢືມຈາກຕ່າງປະເທດ ເພື່ອນໍາມາລົງທຶນ ໃນໂຄງການພັທນາເສຖກິຈ-ສັງຄົມຂອງປະເທດ ເປັນຕົ້ນ ໂຄງການສ້າງເສັ້ນທາງຣົຖໄຟລາວ-ຈີນ, ໂຄງການທາງດ່ວນ, ໂຄງການເຂື່ອນໄຟຟ້າ ແລະໂຄງການ ກໍ່ສ້າງພື້ນຖານໂຄງຮ່າງໃນເຂດຊົນນະບົດ.