ຊາວບ້ານຈະໄດ້ຄ່າຊົດເຊີຍ
2014.01.15

ເຈົ້າຫນ້າທີ່ ເວົ້າວ່າໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊກະໝານ1 ທີ່ ແຂວງອັດຕະປື ຈະຈ່າຍຄ່າຊົດເຊີຍ ແລະສ້າງບ້ານ ຈັດສັນ ໃຫ້ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ຕາມສັນຍາ ຫລັງຈາກປີທີ່ ຜ່ານມາ ມີຫລາຍຄອບຄົວ ຖືກໂຍກຍ້າຍ ຈາກພື້ນທີ່ກໍ່ສ້າງ ແຕ່ ຍັງບໍ່ທັນມີ ບ້ານຈັດສັນເທື່ອ:
"ມີກອງປະຊຸມ ກໍໄດ້ລົມກັບ ຂະເຈົ້າແລ້ວ ກໍໄດ້ລົມ ຜູ້ພັທນາ ໂຄງການຫັ້ນວ່າດຽວນີ້ ສະເພາະປະຊາຊົນທີ່ຍ້າຍໄປກ່ອນ ຈະ ຕ້ອງໄດ້ຄ່າຊົດເຊີຍທິດນີ້ ຜູ້ນຳແຂວງເພີ່ນວ່າແນວນັ້ນ".
ທ່ານກ່າວຕຶ່ມວ່າ ໃນມື້ວັນທີ 8 ມົກກະຣາ ຜ່ານມາ ທາງການ ແຂວງໄດ້ຈັດກອງປະຊຸມກ່ຽວກັບ ການສ້າງເຂື່ອນເຊກະໝານ1 ຣະຫວ່າງຣັຖວິສາຫະກິດ ລາວ-ວຽດ ຊື່ງເປັນຜູ້ລົງທຶນໃນໂຄງ ການ ໂດຍກອງ ປະຊຸມໄດ້ ຕົກລົງກັນວ່າ ຕ້ອງແກ້ໄຂ ບັນຫາ ການໂຍກຍ້າຍຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ຄວບຄູ່ໄປກັບການກໍ່ສ້າງ ໂດຍຈະມອບ ໃຫ້ຝ່າຍປົກຄອງເມືອງ ເປັນຜູ້ ຮັບຜິດຊອບ ແຕ່ຍັງບໍ່ໄດ້ກຳນົດວັນເວລາແນ່ນອນເທື່ອວ່າ ບ້ານຈັດສັນແລະການຈ່າຍຄ່າຊົດເຊີຍໃຫ້ແກ່ຊາວບ້ານຈະເລີ້ມປະຕິບັດກັນເມື່ອໃດ.
ໂຄງການ ເຂື່ອນ ເຊຂະຫມານ1 ຈະມີກຳລັງ ຜລິດໄຟຟ້າ ໄດ້ປະມານ 322 ເມກາວັດ ຕັ້ງຢູ່ເມືອງສານໄຊ ແຂວງອັດຕະປື ຈະໄດ້ ໂຍກຍ້າຍ ປະຊາຊົນ 5 ບ້ານ ຄື ບ້ານຫີນດຳ ດອນແຄນ ສຸກສະຫວ່າງ ຕັງເກີ ແລະບ້ານ ດັກບູ ທີ່ມີ ປະຊາຊົນ ໂດຍຮວມ 975 ຄົນ ອອກຈາກພື້ນທີ່ ການກໍ່ສ້າງ. ທາງການ ຈະສ້າງບ້ານ ຈັດສັນ ສອງແຫ່ງ ໃຫ້ແກ່ຂະເຈົ້າ ພ້ອມດ້ວຍ ຄ່າຊົດເຊີຍ ແຕ່ເຖິງຢ່າງ ໃດກໍຕາມຊາວບ້ານຈຳນວນນຶ່ງໄດ້ໂຍກຍ້າຍ ໄປກ່ອນແລ້ວ ຍ້ອນການພັກດັນ ຂອງຣັຖບານວ່່າງປິກອ່ນທັ້ງໆທີ່ຍັງບໍ່ມີ ບ້ານຈັດສັນໃຫ້ ຂະເຈົ້າ.