ຊາວບ້ານໂຄກໃຫຍ່ ບໍ່ພໍໃຈຄ່າຊົດເຊີຍ


2013.08.06
F-kids ເດັກນ້ອຍໃນໝູ່ບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ເຂື່ອນໄຊຍະບູຣີ
internationalriver

 

ຊາວບ້ານ ບ້ານໂຄກໃຫຍ່ ເມືອງນ່ານ ແຂວງ ຫລວງພຣະບາງ ທີ່ ຖືກໂຍກຍ້າຍ ຍ້ອນໂຄງການ ເຂື່ອນ ໄຊຍະບູຣີ ບໍ່ພໍໃຈໃນຄ່າຊົດເຊີຍ ຄວາມເສັຽຫາຍ.

ຊາວບ້ານ ບ້ານໂຄກໃຫຍ່ ເມືອງນ່ານ ແຂວງ ຫລວງພຣະບາງ ຊຶ່ງເປັນບ້ານ ທີ່ກໍາລັງ ຈະຖືກໂຍກຍ້າຍ ຈາກພື້ນທີ່ກໍ່ສ້າງໂຄງການເຂື່ອນ ໄຊຍະບູຣີເວົ້າວ່າມີຊາວບ້ານບາງຄົນ ບໍ່ພໍໃຈເຣື່ອງການຊົດເຊີຍຄ່າຕົ້ນໄມ້ ແລະ ຜົລປູກຍ້ອນໂຄງການຈະຈ່າຍເງິນຊົດເຊີຍ ໃຫ້ໜ້ອຍກວ່າ ທີ່ໄດ້ ຕົກລົງກັນໄວ້:

"ການຊົດເຊີຍນັ້ນ ເຣື່ອງ ຕົ້ນໄມ້ຕົ້ນຕອກ ປະຊາຊົນ ຂັດຂ້ອງຫລາຍ ຄືຍົກຕົວຢ່າງ ຊົນເຜົ່າ ທີ່ຢູ່ບ້ານນີ້ ລາວມາສເນີ ໃຫ້ຊ່ວຍມື້ນັ້ນ ເຂົາມາຊົດເຊີຍ ດົນແລ້ວ ແຕ່ຍັງບໍ່ໄດ້ ຈ່າຍເທື່ອ ແລ້ວບັດນີ້ ຖ້າເຮົາເວົ້າຄືນ ເພິ່ນວ່າ ເວົ້າບໍ່ໄດ້ແລ້ວ ພວກຂະເຈົ້າ ໄດ້ເຊັນແລ້ວ ເພິ່ນວ່າແນວນີ້".

ຊາວບ້ານຜູ້ດຽວກັນນີ້ເວົ້າຕື່ມອີກ ເຖິງຄວາມບໍ່ພໍໃຈ ຂອງຊາວບ້ານວ່າ ແມ່ນເຣື່ອງຄ່າຊົດເຊີຍ ຕົ້ນໄມ້ ທີ່ ຊາວບ້ານປູກໄວ້ ຊຶ່ງໃນເບື້ອງຕົນ ທາງໂຄງການ ສັນຍາ ວ່າຈະຈ່າຍໃຫ້ ໃນອີກຣາຄານຶ່ງ ແຕ່ເວລາ ເຮັດສັນຍາຊົດເຊີຍຊໍ້າຜັດໄດ້ອີກ ຣາຄານຶ່ງ ທີ່ໜ້ອຍກວ່າ ຊຶ່ງຊາວບ້ານ ບາງຄົນກໍເຊັນ ຮັບຄ່າຊົດເຊີຍ ນັ້ນ ໂດຍບໍ່ໄດ້ ເບິ່ງສັນຍາ. ດັ່ງນັ້ນ ເມື່ອມາຮູ້ ພາຍຫລັງ ຈຶ່ງບໍ່ສາມາດ ແກ້ໄຂ ສັນຍາໄດ້. ຢ່າງໃດກໍດີ ຍັງບໍ່ມີ ຜູ້ໃດໄດ້ຮັບ ເງິນຊົດເຊີຍເທື່ອ ເພາະທາງໂຄງການ ຍັງບໍ່ທັນຈ່າຍ ເຖິງແມ່ນວ່າ ຈະໄດ້ໃຫ້ ສັນຍາວ່າ ຈະມາຈ່າຍ ຄ່າຊົດເຊີຍ ໃນວັນທີ 5 ສິງຫາ 2013 ແຕ່ກໍບໍ່ມາ ຕາມນັດໝາຍ.

ໂຄງການ ສັນຍາວ່າ ຈະຈ່າຍຄ່າ ໂຍກຍ້າຍ ໃຫ້ຊາວບ້ານ ໃນ ບ້ານໂຄກໃຫຍ່ 204 ຄົນ ຄົນລະ 15 ໂດລາ ຊຶ່ງຊາວບ້ານ ກໍຄອງຖ້າຢູ່. ການຍ້າຍຊາວ ບ້ານໂຄກໃຫຍ່ ໄປໄວ້ໃນ ບ້ານຈັດສັນ ຫ້ວຍຫີບນັ້ນ ທັງໝົດ 34 ຄົວ ຈະເລີ່ມຂຶ້ນ ໃນວັນທີ 7 ສິງຫານີ້ ໂດຍຈະຍ້າຍ ມື້ລະ 5 ຄົວ ໂດຍຄາດວ່າ ຈະຍ້າຍໃຫ້ແລ້ວ ໃນວັນທີ 13 ສິງຫາ 2013.  ກ່ຽວກັບເຣື່ອງນີ້ ນັກຂ່າວ ວິທຍຸເອເຊັຽເສຣີ ກໍໄດ້ຖາມ ໄປຍັງ ກະຊວງ ພລັງງານ ແລະບໍ່ແຮ່ ແຕ່ເຈົ້າໜ້າທີ່ ປະຕິເສດ ທີ່ຈະໃຫ້ ຄໍາເຫັນໃດໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.