ລາວຍິນດີຮັບຟັງຄໍາເຫັນ ເຣື້ອງເຂື່ອນ
2014.03.10

ຣັຖບານ ລາວ ມີຄວາມ ຕັ້ງໃຈສູງ ໃນການ ແກ້ໄຂ ບັນຫາ ຄວາມ ເປັນຫ່ວງ ຂອງກຸ່ມ ປົກປ້ອງ ສີ່ງແວດລ້ອມ ຈາກ ຜົລກະທົບ ຂອງ ໂຄງການ ເຂື່ອນ ດອນສະໂຮງ ຊື່ງ ໃນວັນສຸກ ຜ່ານມາ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ໄດ້ຈັດ ກອງປະຊຸມ ສຳມະນາ ຂືື້ນ ກ່ຽວກັບ ບັນຫາ ດັ່ງກ່າວ ທີ່ ໂຮງແຮມ ວຽງຈັນ ພາເລຊ ຮ່ວມກັບ ຜູ້ກໍ່ສ້າງ ໃນ ໂຄງການ. ກຸ່ມດັ່ງກ່າວ ໄດ້ ອະທິບາຍ ກ່ຽວກັບ ສີ່ງທີ່ ພວກຂະເຈົ້າ ຈະເຮັດ ໃນການ ແກ້ໄຂ ບັນຫາ ຜົລກະທົບ ຈາກໂຄງການ ເຂື່ອນ ດອນສະໂຮງ.
ໃນກອງ ປະຊຸມ ມີ ເຈົ້າຫນ້າທີ່ ປົກປ້ອງ ສີ່ງແວດລ້ອມ ຈາກ ຄນະ ກັມມາທິການ ແມ່ນ້ຳຂອງ ແລະ ອົງການ ຊຸມຊົນ ຫລາຍອົງການ ໃນລາວ ແລະ ຈາກ ປະເທດ ເພື່ອນບ້ານ ເຂົ້າຮ່ວມ. ກອງປະຊຸມ ສຳມະນາ ເທື່ອນີ້ ແມ່ນເປັນການ ເປີດໂອກາດ ຮັບຟັງ ຄວາມຄິດ ເຫັນ ຈາກ ກຸ່ມປົກປ້ອງ ສີ່ງແວດລ້ອມ ໃນໂຄງການ ເຂື່ອນ ດອນ ສະໂຮງ ຊື່ງເປັນ ພາກສ່ວນ ຂອງຄວາມ ພຍາຍາມ ໃນໂຄງການ ສ້າງເຂື່ອນ ດັ່ງກ່າວ ຂອງ ຜູ້ລົງທືນ ແລະ ຣັຖບານ ລາວ ທີ່ມີຕໍ່ ປະເທດ ລຸ່ມ ແມ່ນ້ຳຂອງ ແລະ ອົງການ ຊຸມຊົນຕ່າງໆ ໃນປະເທດ ເພື່ອນບ້ານ ເຂື່ອນ ດອນ ສະໂຮງ ແມ່ນສ້າງ ຕັນແປວ ນ້ຳຂອງ ບໍ່ແມ່ນຕັນ ນ້ຳຂອງ ທັງຫມົດ.
ໃນຄຳກ່າວຕໍ່ ພິທີເປີດ ກອງປະຊຸມ ສຳມະນາ ທາງ ດ້ານເທັກນິກ ຂອງ ໂຄງການ ເຂຶ່ອນ ດອນສະໂຮງ ເທື່ອນີ້ ເອກອະທິບໍດີ ຜແນກ ນະໂຍບາຍ ແລະ ແຜນການ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ດຣ. ດາວວົງ ພອນແກ້ວ ກ່າວວ່າ ຣັຖບານລາວ ຍີນດີ ຕໍ່ຄໍາ ຊີ້ແນະ ແລະ ການວິພາກ ວິຈານ ທີ່ ສ້າງສັນ.