ເຂື່ອນໄຊຍະບູຣີຢູ່ໃນກໍານົດ ຄາດໝາຍ
2015.02.05
ບໍຣີສັດ ຊໍ ການຊ່າງ ມີຄວາມ ໝັ້ນໃຈ ໃນ ໂຄງການ ເຂື່ອນ ໄຊຍະບູຣີ ຂນາດ 1285 ເມກາວັດ ຈະ ສາມາດ ບໍຣິການ ກະແສ ໄຟຟ້າ ໄດ້ຕາມ ກໍານົດ ເວລາ ເປົ້າຫມາຍ ໃນ ປີ 2019 ຫລັງຈາກ ທາງ ບໍຣິສັດ ແລະ ຣັຖບານ ລາວ ໄດ້ ເລີ້ມ ການ ກໍ່ສ້າງ ຂັ້ນສອງ ຄື ໂຕ ເຂື່ອນ ໃນ ເດືອນ ຜ່ານມາ.
ໂຄງການ ເຂື່ອນ ໄຊຍະບູຣີ ໄດ້ ເລິ້ມສ້າງ ມາແຕ່ ປີ 2012 ທີ່ ສ້າງ ຄວາມ ກັງວົນ ໃຫ້ແກ່ ກຸ່ມ ອະນຸຮັກ ທັມມະຊາດ ແລະ ປະຊາຊົນ ທ້ອງຖິ່ນ ກ່ຽວກັບ ຜົລ ກະທົບ ຕໍ່ ສີ່ງ ແວດລ້ອມ ແລະ ວິຖີ ຊີວິດ ຂອງ ຊຸມຊົນ. ທ່ານ ສົມຄວນ ຣັດຕະນະກຸນ ປະທານ ທີ່ ປຶກສາ ບໍຣິສັດ ຊໍ ການຊ່າງ ເວົ້າວ່າ, ປັດຈຸບັນ ທຸກສີ່ງ ທຸກຢ່າງ ຢູ່ ໃນການ ຄວບຄຸມ. ໃນ 6 ເດືອນ ກ່ອນ ທ່ານວ່າ ທ່ານ ບໍ່ ສາມາດ ເວົ້າ ແບບນີ້ ໄດ້ ເພາະຍັງ ບໍ່ໝັ້ນໃຈ. ເທື່ອ ບໍຣີສັດ ຊໍ ການຊ່າງ ເປັນ ເຈົ້າຂອງ ເຂື່ອນ ໄຊຍະບູຣີ 30 ສ່ວນຮ້ອຍ.
ໃນ ອາທິດ ຜ່ານມາ ໃນ ຊ່ວງທີ່ ທ່ານ ໄປ ຢ້ຽມຢາມ ພື້ນທີ່ ສ້າງ ເຂື່ອນ ແຂວງ ໄຊຍະບູຣີ ທ່ານ ໄດ້ກ່າວ ຕໍ່ ນັກຂ່າວ ວ່າ ການ ກໍ່ສ້າງ ຕໍ່ໄປ ແມ່ນ ຂັ້ນສອງ ຫລັງຈາກ ທີ່ ໄດ້ ປ່ຽນ ແລວ ນ້ຳໄຫລ ແລະ ຊ່ວງນີ້ ແມ່ນການ ສ້າງ ໂຕ ເຂືື່ອນ ແລະ ໂຮງ ຜລິດ ໄຟຟ້າ. ທ່ານວ່າ ເຂື່ອນ ໄຊຍະບູຣີ ເປັນ ເຂື່ອນ ນ້ຳລົ້ນ ໃນ ນ້ຳຂອງ ແຫ່ງ ທຳອິດຂອງ ສປປລ ທີ່ ຈະບໍ່ສົ່ງ ຜົລ ກະທົບ ຂ້າມແດນ ໄປສູ່ ປະເທດ ເພື່ອນບ້ານ ດ້ວຍການ ໃຊ້ ເທັກໂນໂລຈີ ທີ່ ທັນສມັຍ.