ເຂຶ່່ອນໄຊຍະບູຣີ ຍ້າຍອີກນຶ່ງບ້ານ
2013.03.26
ໂຄງການ ສ້າງເຂຶ່່ອນ ໄຊຍະບູຣີ ໄດ້ໂຍກຍ້າຍ ຊາວບ້ານ ອີກນຶ່ງ ໝູ່ບ້ານ.
ໂຄງການ ກໍ່ສ້າງ ເຂຶ່ອນ ໄຊຍະບູຣີ ປັດຈຸບັນ ມີຄວາມຄືບຫນ້າ ໄປຫລາຍແລ້ວ ແລະ ການໂຍກຍ້າຍ ຊາວບ້ານ ກໍໄດ້ສຳເຣັດ ໄປແລ້ວ ສອງບ້ານ ໃນຈຳນວນ 16 ບ້ານ ທີ່ຈະຖືກ ໂຍກຍ້າຍ ແລະ ໃນກາງປີນີ້ ມີແຜນຈະ ຍ້າຍອີກ ສອງບ້ານ ຄື ບ້ານໂຄກໃຫຍ່ ແລະ ບ້ານຫ້ວຍເດື່ອ. ດັ່ງເຈົ້າຫນ້າທີ່ ຈາກ ຫ້ອງການ ພລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ເວົ້າວ່າ:
"ຊາວບ້ານ ທີ່ ໂຍກຍ້າຍນີ້ ຫລັງຄາເຮືອນ ມີ 667 ຄອບຄົວ ການຊົດເຊີຍ ແນວອື່ນ ຂະເຈົ້າ ກໍມີກິຈກັມ ຫລາຍອັນ".
ໂຄງການ ກໍ່ສ້າງ ເຂື່ອນ ໄຊຍະບູຣີ ໄດ້ດຳເນີນ ການກໍ່ສ້າງ ແຕ່ວັນທີ 7 ເດືອນ ພຶສຈິກາ ປີ 2012 ປັດຈຸບັນ ຖືວ່າ ມີຄວາມ ຄືບຫນ້າ ຫລາຍ ເຊັ່ນໄດ້ກໍ່ສ້າງ ໂຄງຮ່າງ ພື້ນຖານ ບາງສ່ວນ ແລະ ໄດ້ໂຍກຍ້າຍ ຊາວບ້ານ ສອງບ້ານ ແລ້ວ ລ້າສຸດ ໄດ້ໂຍກຍ້າຍ ໝູ່ບ້ານ ປາກເນີນ ເມືອງນ່ານ ແຂວງ ຫລວງພຣະບາງ ຈຳນວນ 10 ຄອບຄົວ ທີ່ຄາດວ່າ ຈະໄດ້ຮັບ ຜົລກະທົບ ໄປຢູ່ບ້ານ ນາເຕີຍໃຫຍ່ ເມືອງ ໄຊຍະບູຣີ ທີ່ໂຄງການ ຈັດສັນໃຫ້. ປັດຈຸບັນ ໃນຫມູ່ບ້ານ ດັ່ງກ່າວ ມີຊາວບ້ານ ອາສັຍ ຢູ່ປະມານ 75 ຄອບຄົວ ຫລື ປະມານ 300 ກວ່າຄົນ.
ເຈົ້າຫນ້າທີ່ ທ່ານນັ້ນ ກ່າວຕໍ່ໄປວ່າ ໃນກາງປີ 2013 ຈະໄດ້ ໂຍກຍ້າຍ ຊາວບ້ານ ຈາກສອງບ້ານ ຄື ບ້ານຄົກໃຫຍ່ ແລະ ບ້ານຫວ້ຍເດື່ອ ເມືອງນ່ານ ແຂວງ ຫລວງພຣະບາງ ປະມານ 90 ຄອບຄົວ. ໂຄງການ ເຂື່ອນ ໄຊຍະບູຣີ ມີແຜນຈະ ໂຍກຍ້າຍ ຊາວບ້ານ ຈຳນວນ 16 ບ້ານ ຈາກ ເມືອງນ່ານ ແລະ ເມືອງ ໄຊຍະບູຣີ ຮວມທັງຫມົດ 667 ຄອບຄົວ ຫລື ປະມານ 1 ພັນຄົນ ໃຫ້ສຳເຣັດ ກ່ອນການ ເປີດໃຊ້ ເຂື່ອນ ໃນປີ 2019. ກຸ່ມປົກປ້ອງ ສິ່ງ ແວດລ້ອມ ເວົ້າວ່າ ເຂື່ອນ ໄຊຍະບູຣີ ຈະສົ່ງ ຜົລກະທົບ ຕໍ່ຊາວບ້ານ ບໍ່ຕໍ່າກວ່າ 2 ຫມື່ນ ຄົນ.