ທາງການລາວວ່າ ເຂື່ອນບໍ່ເປັນພັຍ
2013.03.21
ທາງການລາວ ເວົ້າວ່າ ເຂື່ອນ ໄຊຍະບູຣີ ຈະບໍ່ເປັນ ພັຍ ຕໍ່ ສະພາບ ແວດລ້ອມ.
ໃນມື້ວັນ ສຸກ ແລະ ເສົາ ຜ່ານມາ ກະຊວງການ ຕ່າງປະເທດ ສປປລາວ ໄດ້ເຊີນ ອົງການ ຂ່າວສານ Xinhua ຂອງຈີນ ແລະ ສື່ມວນຊົນ ຕ່າງດ້າວ ອື່ນໆ ໄປຢ້ຽມຢາມ ບ່ອນ ກໍ່ສ້າງເຂື່ອນ ໄຊຍະບູຣີ ກັ້ນ ແມ່ນໍ້າຂອງ ຊຶ່ງ ທາງການລາວ ເວົ້າ ວ່າ, ໂດຍຮວມແລ້ວ ມີຜົນດີຕໍ່ ສະພາບ ແວດລ້ອມ ແລະ ປະຊາຊົນ ທີ່ໄດ້ຮັບ ຜົນປໂຍດ ຮ່ວມກັນ ຈາກ ແມ່ນໍ້າຂອງ. ການກໍ່ສ້າງ ໄດ້ ດຳເນີນມາ ຕລອດ 24 ຊົ່ວໂມງ ແຕ່ທ້າຍປີ 2012 ສຳເຮັດ ໄປແລ້ວ 10 ສ່ວນຮ້ອຍ ແລະ ຍັງຈະ ດຳເນີນ ຕໍ່ໄປ ເຖິງວ່າ ຣະດັບນໍ້າ ຈະປ່ຽນໄປ ກໍ່ຕາມ.
ໂຄງການ ສ້າງເຂື່ອນ ໄຊຍະບູຣີ ສ້າງຄວາມ ວີຕົກ ກັງວົນ ໃຫ້ແກ່ກຸ່ມ ອານຸຣັກ ສະພາບ ແວດລ້ອມ ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ແລະ ຣັຖບານ ຫລາຍປະເທດ ທີ່ເຫັນວ່າ ຈະມີຜົນ ກະທົບກະເທືອນ ຕໍ່ການທຽວ ຂຶ້ນລ່ອງ ຂອງປາ ຫລາຍ ຊນິດ ໃນແມ່ນໍ້າຂອງ ແລະ ການໄຫລ ຂອງຕະກອນ ທີ່ເຮັດໃຫ້ ດິນ ມີຄຸນນະພາບ ດີ ເພື່ອການ ປູກຝັງ ຕາມຝັ່ງ ແມ່ນໍ້າຂອງ ການຢ້ຽມຢາມ ຈັດຂຶ້ນ ພ້ອມກັບ ເວລາເສນີ ຣາຍງານໃໝ່ ເອີ້ນເປັນ ພາສາ ອັງກິດວ່າ Xayaburi Run of River Hydroelectric Power Project ທີ່ອ້າງວ່່າ ຈະແກ້ໄຂ ບັນຫາ ທີ່ພວກຕໍ່ຕ້ານ ທັງໝົດ ອ້າງມານັ້ນ ໂດຍໃຊ້ technology ທັນສະໄໝ ເປັນກໍຣະນີໆ ໄປ.
ຮອງ ຜູ້ອຳນວຍການ ບໍຣິຫານ ຂອງ ບໍຣິສັດ Xayaburi Power ກ່າວຕໍ່ Xinhua ໃນມື້ວັນເສົາ ຜ່ານມາວ່າ ບັດນີ້ ຣັຖບານ ກຳພູຊາ ແລະ ວຽດນາມ ສນັບສນູນ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ແລ້ວ ຫລັງຈາກ ທີ່ເຫັນວ່າ ມີການ ແກ້ໄຂ ບັນຫາຕ່າງໆ ທີ່ ອາດເກີດຂຶ້ນ ຈາກການສ້າງ ເຂື່ອນ ດັ່ງກ່າວ.