ເຂື່ອນ ໄຊຍະບູຣີ ຄືບໜ້າ
2013.06.27

ເຈົ້າຫນ້າທີ່ ໂຄງການ ເຂຶ່ອນ ໄຊຍະບູຣີ ທ່ານນຶ່ງ ເວົ້າວ່າ ໂຄງການ ກໍ່ສ້າງເຂຶ່ອນ ໄຊຍະບູຣີ ໄດ້ດຳເນີນ ການໄປໄດ້ 10 ສ່ວນຮ້ອຍ ແລ້ວ ແລະ ຄາດວ່າ ທຸກຢ່າງ ເປັນໄປ ຕາມແຜນການ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:
"ໂຄງການນີ້ ສຳເຣັດ ປັດຈຸບັນ 10% ແລ້ວ ຫມູ່ບ້ານ ຈັດສັນໃຫມ່ ປັດຈຸບັນ ເຮັດໄດ້ ແລ້ວ 2 ຫມູ່ ບ້ານ ຫລັງຈາກ ທີ່ຍ້າຍໄປ ຢູ່ ຫມູ່ບ້ານ ໃຫມ່ ກໍຈະຕ້ອງ ໄດ້ເບີ່ງແຍງ".
ທ່ານວ່າ ຕາມຂໍ້ມູນ ລ້າສຸດ ມາຮອດ ເດືອນ ມີຖຸນາປີ 2013 ວຽກງານ ກໍ່ສ້າງ ຖນົນ ຂົວ ທີ່ພັກ ຂອງ ພະນັກງານ ທີ່ພັກ ຂອງ ກັມມະກອນ ກໍ່ສ້າງ ສຳເຣັດແລ້ວ ສາມາດ ໂຍກຍ້າຍ ຊາວບ້ານ ມາຢູ່ບ່ອນ ຢູ່ໃຫມ່ ໄດ້ 2 ຫມູ່ບ້ານ ຄື ໄດ້ຍ້າຍ ຊາວບ້ານ ທີ່ ບ້ານຫວ້ຍສຸ້ຍ ມາຢູ່ ບ້ານ ນາຕໍໃຫຍ່ ເມືອງ ໄຊຍະບູຣີ ປະມານ 400 ຄົນ ແລະ ບ້ານ ປາກເນີນ ມາອາສັຍ ຢູ່ບ້ານຫີບ ເມືອງນ່ານ ແຂວງ ຫລວງພຣະບາງ ປະມານ 450 ຄົນ ຄາດວ່າ ໃນ ອະນາຄົດ ຈະໄດ້ ໂຍກຍ້າຍ ຊາວບ້ານ ຈາກ ບ້ານອຶ່ນໆ ອີກປະມານ 1,100 ຄົນ.
ໃນຂະນະ ດຽວກັນ ເຈົ້າຫນ້າທີ່ ຈາກ ບໍຣິສັດ ຊ ການຊ່າງ ຊຶ່ງ ເປັນຜູ້ໄດ້ ຮັບ ສຳປະທານ ໃນການ ກໍ່ສ້າງ ກໍເວົ້າວ່າ ຄຳວ່າ ເຂຶ່ອນ ອາດຈະບໍ່ ຖືກຕ້ອງ ຄວນເວົ້າ ວ່າຝາຍ ຈະດີກວ່າ ດັ່ງນາງ ກ່າວວ່າ:
"ມັນບໍ່ແມ່ນ, ຄຳວ່າ ເຂື່ອນ ມັນຈະເປັນ ລັກສນະ ກັ້ນນ້ຳໄວ້ ແຕ່ອັນນີ້ ມັນເປັນ ຝາຍ ນ້ຳລົ້ນ ໃຫ້ລອງນຶກ ພາບວ່າ ມັນເປັນນ້ຳ ຂອງ ແລ້ວເອົາ ຝາຍນ້ຳໄຫລ ມາ ວາງໃສ່ ເພາະຝາຍນ້ຳ ຄື ນ້ຳສາມາດ ໄຫລຜ່ານ ໄດ້ ເພາະວ່າ ພວກເຮົາ ຈະເອົາ ການໄຫລ ຂອງມັນມາ ປັ່ນໄຟຟ້າ".
ກ່ຽວກັບ ການໃສ່ຊຶ່ ນັ້ນ ນັກວິຊາການ ຫລາຍຄົນ ກໍຄັດຄ້ານ ຍ້ອນວ່າ ໂຄງການ ເຂຶ່ອນ ໄຊຍະບູຣີ ເປັນ ແບບດຽວກັນ ກັບການ ສ້າງເຂຶ່ອນ ບໍ່ແມ່ນ ຝາຍ ນ້ຳລົ້ນ.