ຊາວບ້ານດອນສະຫົງຢາກໄດ້ ໂຮງຮຽນ ແທນຫລັງເກົ່າ
2013.10.17
ຊາວບ້ານທີ່ອາໄສຢູ່ ບໍຣິເວນກໍ່ສ້າງ ຂອງໂຄງການເຂື່ອນດອນສະຫົງບອກວ່າ ສໍາລັບດິນປະຊາຊົນ ແລະໂຮງຮຽນມັທຍົມ ບ້ານດອນສະຫົງ ບ້ານຫົວສະດໍາ ແລະບ້ານຫາງສະດໍາ ທີ່ຖືກພື້ນທີ່ຂອງໂຄງການກວມເອົານັ້ນ ຊາວບ້ານຢາກໃຫ້ ເຈົ້າຂອງໂຄງການຈ່າຍເງິນ ຄ່າກໍ່ສ້າງໂຮງ ຮຽນໃໝ່ ເພື່ອທົດແທນໂຮງຮຽນຫລັງປັດຈຸບັນທີ່ຈະຖືກມ້າງແຕ່ທາງໂຄງການກໍຍັງບໍ່ວ່າແນວໃດເທື່ອ ຕາມທີ່ເຈົ້າໜ້າທີ່ເຮັດວຽກກ່ຽວກັບ ໂຄງ ການໄດ້ເວົ້າວ່າ:
"ເຂົາບໍ່ທັນເຂົ້າໃຈໝົດນະ ມີແຕ່ວ່າຖືກດິນ ຂອງໂຄງການແລ້ວວ່າຊັ້ນ ໂຄງການເຮົາ ຖືກດິນໂຮງຮຽນວ່າຊັ້ນຊະ ເຂົາບອກວ່າ ຂ້ອຍປຸກແຕ່ ເຫິງແລ້ວ 6 ເຮັກຕາ ປາຍພຸ້ນນະ ໃຫ້ພໍ່ບ້ານຫັ້ນຫາດິນວ່າຊັ້ນ ສີ່ເປັນດິນ ປະຊາຊົນກໍຕາມ ຊີ່ຊື້ເອົາ ໄດ້ແຕ່ 2 ເຮັກຕາ ນະ 2 ເຮັກຕາ ກໍໄດ້ໃຫ້ເພິ່ນມາຈ່າຍເງິນ ຫັ້ນແຫລະ ຄັນສີ່ເວົ້າຫັ້ນນະ".
ເມື່ອຫລາຍເດືອນຜ່ານມາ ເຈົ້າໜ້າທີ່ໂຄງການເຂື່ອນດອນສະຫົງ ໄດ້ລົງມາສໍາຣວດພື້ນທີ່ກໍ່ສ້າງ ແລະບອກຊາວບ້ານວ່າ ພື້ນທີ່ຂອງໂຄງການ ຈະກວມເອົາດິນໂຮງຮຽນມັທຍົມ ຫລັງປັດຈຸບັນທີ່ມີເນື້ອທີ່ 6 ເຮັກຕາເຄິ່ງ ທັງບອກວ່າໂຮງຮຽນ ຫລັງນີ້ຈະຕ້ອງຖືກມ້າງອອກໝົດ ທາງໂຄງ ການຈະແກ້ໄຂໃຫ້ ໂດຍບອກນາຍບ້ານໄປຊອກຫາທີ່ດິນບ່ອນໃໝ່. ໃນທ້າຍເດືອນ ກັນຍາ ປີ 2013 ນາຍບ້ານກໍແຈ້ງໃຫ້ທາງໂຄງການ ວ່າ ພວກຕົນຊອກດິນ 2 ເຮັກຕາ ສໍາລັບປຸກໂຮງຮຽນ ໄດ້ແລ້ວຈາກນັ້ນ ເຈົ້າໜ້າທີ່ໂຄງການກໍຕົກລົງວ່າຈະຈ່າຍເງິນຄ່າດິນ 2 ເຮັກຕານັ້ນ ແລະ ຈະປຸກໂຮງຮຽນໃຫ້. ຊາວບ້ານວ່າ ມາຮອດປັດຈຸບັນນີ້ ເຈົ້າໜ້າທີ່ໂຄງການບໍ່ຕິດຕໍ່ມາອີກເລີຽ ຊາວບ້ານຈຶ່ງກັງວົນຢ້ານວ່າລູກຫລານ ຂອງຕົນ ຈະບໍ່ໄດ້ຮຽນໜັງສື. ຊາວບ້ານຍັງບອກວ່າ ເຂົາຮັກສາດິນ 6 ເຮັກຕາໄວ້ ກໍເພາະຢາກໄດ້ໂຮງຮຽນຮອດ ຊັ້ນມັທຍົມປາຍພຸ້ນ ເພື່ອບໍ່ຢາກໃຫ້ ລູກຫລານ ຕ້ອງເດີນທາງໄປຮຽນໜັງສື ຢູ່ເມືອງໂຂງ:
"ບ້ານນີ້ກໍຊີ່ແມ່ນຢາກໄດ້ຮອດ ມໍປາຍພຸ້ນນະ ຄວາມຕັ້ງໃຈໄວ້ ແລ້ວກໍຮັກສາດິນໄວ້ 6 ເຮັກຕາປາຍ ຍ້ອນວ່າຢາກໄດ້ມໍປາຍ ບ້ານຫ່າງໄກ ສອກຫລີກ ຍາກໄປຮຽນ".
ໂຄງການເຂື່ອນດອນສະຫົງ ຢູ່ເຂດສີ່ພັນດອນເມືອງໂຂງແຂວງຈໍາປາສັກ ຈະມີກໍາລັງຜລິດໄຟຟ້າ 260 ເມກາວັດ ໂດຍແມ່ນບໍຣິສັດ Mega First ຂອງມາເລເຊັຽເປັນຜູ້ໄດ້ຮັບສັມປະທານຈາກຣັຖບານລາວ. ຊາວບ້ານປະມານ 14 ຫລັງຄາເຮືອນຈະຖືກຍ້າຍອອກ ດິນປະຊາຊົນ ປະມານ 10 ເຮັກຕາ ຂອງຊາວບ້ານດອນສະດໍາ ຫາງສະດໍາ ແລະດອນສະຫົງ ຖືກໂຄງການກວມເອົາ ແຕ່ປັດຈຸບັນບໍ່ທັນມີ ກໍານົດຍ້າຍ ອອກເທື່ອ.