ຊາວເມືອງຊຽງເງິນ ຕ້ອງໄດ້ໂຍກຍ້າຍ
2013.07.25

ຊາວບ້ານ ປະມານ 200-300 ຄົນ ໃນເມືອງ ຊຽງເງິນ ແຂວງ ຫລວງພຣະບາງ ຈະຕ້ອງ ໂຍກຍ້າຍ ອອກຈາກ ບໍຣິເວນ ສ້າງເຂື່ອນ ນ້ຳຄານ3 ພາຍໃນ ເດືອນສິງຫາ ໜ້ານີ້. ດັ່ງເຈົ້າໜ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ເວົ້າວ່າ:
“ສະເພາະ ເຂື່ອນນ້ຳຄານ3 ທາງເມືອງ ຄາດກະວ່າ ຢູ່ໃນເດືອນ ແປດນີ້ ຈະໃຫ້ໄດ້ຍ້າຍ ບ້ານດອນຫວາຍ ກັບ ບ້ານ ຫ້ວຍສີທັນ ນີ່ມາກ່ອນ ເພາະວ່າ ສອງບ້ານນີ້ ມັນຖືກບ່ອນ ຂອບເຂດ ການ ກໍ່ສ້າງເຂື່ອນ, ສອງບ້ານນີ້ ຄາດວ່າ ສິແມ່ນ 200 ປາຍ ຫລື 300 ນີ້ແຫລະ.”
ເຈົ້າໜ້າທີ່ ກ່າວອີກວ່າ ຊາວບ້ານ ເຫລົ່ານີ້ ມີປະມານ ຮ້ອຍຄອບຄົວ ຈະຍ້າຍ ໄປຢູ່ບ້ານ ຈັດສັນໃໝ່ ຊຶ່ງມີພື້ນທີ່ ກວ້າງເຖິງ 96 ເຮັກຕາຣ໌ ແລະ ກໍບໍ່ໄກຈາກ ບ້ານເກົ່າ ປານໃດ; ສ່ວນເຣື່ອງ ຄ່າຊົດເຊີຍ ທີ່ດິນນັ້ນ ຍັງບໍ່ທັນ ສາມາດ ຕົກລົງ ກັນໄດ້ເທື່ອ. ສໍາລັບບ້ານ ອື່ນໆ ເຊັ່ນບ້ານດອນໄມ ບ້ານຊຽງເງິນ ແລະ ບ້ານປາກແວກ ໄດ້ຮັບເງິນຄ່າ ຊົດເຊີຍ ທີ່ດິນໄປແລ້ວ ແຕ່ຍັງບໍ່ທັນ ໂຍກຍ້າຍ ເທື່ອ.
ເຂື່ອນນ້ຳຄານ3 ເປັນເຂື່ອນ ຂນາດນ້ອຍ ຈະຜລິດໄຟຟ້າ ໄດ້ປະມານ 60 ເມກາວັດ ຕັ້ງຢູ່ໃນເຂດ ເມືອງຊຽງເງິນ ແຂວງ ຫຼວງພຣະບາງ; ຄາດວ່າ ບໍຣິສັດ ໄຟຟ້າ ພລັງນ້ຳ ຂອງຈີນ ຫລື Sinohydro ຈະສ້າງໃຫ້ ສຳເຣັດ ພາຍໃນ ປີ 2016. ນອກຈາກ ເຂື່ອນ ນ້ຳຄານ3 ແລ້ວ ບໍຣິສັດ ໄຟຟ້າ ພລັງນ້ຳ ຂອງຈີນ ກຳລັງສ້າງ ແລະ ມີແຜນຈະສ້າງ ເຂື່ອນ ຫລາຍໆແຫ່ງ ຢູ່ພາກເໜືອ ຂອງລາວ ເຊັ່ນ ເຂື່ອນນ້ຳຄານ2 ເຂື່ອນນ້ຳອູ2 ນ້ຳອູ5 ແລະ ນ້ຳອູ6 ດັ່ງນີ້ ເປັນຕົ້ນ.