ຊາວບ້ານຈາກເຂື່ອນ ເຊກະໝານ1 ເດືອດຮ້ອນ


2013.07.16
F-xekaman ຊາວບ້ານ ຫາກິນ ຕາມລໍານໍ້າ ເຊກະໝານ
LPDR

 

ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກ ເຂື່ອນ ເຊກະໝານ1 ໃນ ແຂວງ ອັຕຕະປື ບໍ່ໄດ້ຮັບ ການຊົດເຊີຍ ເທື່ອ.

ເຈົ້າໜ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ຂອງລາວ ເປີດເຜີຍວ່າ ໂຄງການ ກໍ່ສ້າງ ເຂື່ອນ ເຊກະໝານ1 ໃນແຂວງ ອັຕຕະປື ປັຈຈຸບັນ ບໍ່ໄດ້ຣາຍງານ ຄວາມຄືບໜ້າ ໃຫ້ທາງເມືອງ ຊາບ ແລະ ທັງບໍ່ ເຮັດວຽກ ເຣື່ອງການ ຊົດເຊີຍ ຄວາມເສັຽຫາຍ ຊ່ວຍເຫລືອ ປະຊາຊົນ ແລະ ຈັດສັນພື້ນທີ່ ໃຫ້ ຊາວບ້ານ. ບ້ານຈັດສັນ ຍັງບໍ່ແລ້ວ ເຖິງແມ່ນວ່າ ປະຊາຊົນ ຈະໂຍກຍ້າຍ ອອກຈາກ ບ້ານເດີມ ແລ້ວ ກໍຕາມ. ທ່ານກ່າວ ຕອນນຶ່ງວ່າ:

"ບ້ານສຸກສວ່າງ ບ້ານບາງບູ້ ແລະ ບ້ານ... ມັນມີ 5 ບ້ານ ຍ້າຍ ເຂົາຍ້າຍເອງ ໝົດ ເພາະວ່າ ພາກຣັຖ ເຮົາຜັກດັນ ໃຫ້ເຂົາຍ້າຍ ອອກ ເພາະວ່າເພິ່ນ ກໍ່ສ້າງຢູ່ ຫັ້ນເນາະ ເຂົາກໍຍ້າຍ ມາຢູ່ຫລາຍ ປີເນາະ ແຕ່ວ່າບໍ່ມີ ອີ່ສັງ ບູຣະນະ ໃຫ້ເພິ່ນ ເນາະ".

ຕາມຂໍ້ມູລ ກະຊວງ ພລັງງານ ແລະ ບໍ່ແຮ່ ໂຄງການ ກໍ່ສ້າງ ເຂື່ອນ ເຊກະໝານ1 ຈະຕ້ອງ ຍ້າຍ ຊາວບ້ານ ທັງໝົດ 5 ບ້ານ ມີ 975 ຄົນ 220 ຫລັງຄາ ເຮືອນ ອອກຈາກ ພື້ນທີ່ ໂຄງການ ເຂື່ອນ ໂດຍຈະສ້າງ ບ້ານຈັດສັນ 2 ແຫ່ງ ໃຫ້ພ້ອມທັງ ຈະຈ່າຍ ຄ່າຊົດເຊີຍ ແລະ ລ້ຽງດູນໍາ. ປັຈຈຸບັນ ຊາວບ້ານໄດ້ ຍ້າຍອອກ ຈາກບ້ານເດີມ ແລ້ວ ແຕ່ ກໍຍັງ ບໍ່ທັນໄດ້ ຮັບຄ່າ ຊົດເຊີຍ.

ເຂື່ອນໄຟຟ້າ ເຊກະໝານ1 ເປັນໂຄງການ ຮ່ວມທຶນ ຣະຫວ່າງ ຣັຖບານລາວ ແລະ ບໍຣິສັດ ວຽດ-ລາວ Power ຂອງ ວຽດນາມ. ເຂື່ອນຈະຕັ້ງ ຢູ່ໃນເຂດ ເມືອງສານໄຊ; ຈະມີ ກໍາລັງ ຜລິດ ກະແສ ໄຟຟ້າ 322 ເມັກກາວັດ, ເລີ່ມກໍ່ສ້າງ ເມື່ອ ເດືອນ ກຸມພາ ປີ 2011 ຈະສ້າງ ໃຫ້ແລ້ວ ໃນປີ 2015 ແລະ ຈະຂາຍ ໄຟຟ້າ ໃຫ້ປະເທດ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.