ຊາວບ້ານສັບສົນ ຍ້າຍໄປຍ້າຍມາ

ນໍ້າເຊກະໝານ
ນໍ້າເຊກະໝານ (international river)

0:00 / 0:00

ເຈົ້າຫນ້າທີ່ ແຂວງ ອັດຕະປື ທ່ານນື່ງ ເວົ້າວ່າ ຊາວບ້ານ ຈາກໂຄງການ ເຂື່ອນ ເຊກະໝານ1 ທີ່ ໄດ້ຍ້າຍໄປກ່ອນ ໂຄງການ ອະນຸຍາດ ໃຫ້ນັ້ນ ຕ້ອງໄດ້ຍ້າຍ ກັບຄືນມາ ບ່ອນເກົ່າ ຍ້ອນຖືວ່າ ກຸ່ມດັ່ງກ່າວ ຍ້າຍໄປໂດຍ ບໍ່ໄດ້ຮັບ ອະນຸຍາດ ແລະບໍ່ເປັນ ຣະບຽບ. ດັ່ງທ່ານ ກ່າວວ່າ:

"ເພາະວ່າເມືອງ ເຂົາບໍ່ໄດ້ ຈັດສັນໃຫ້ເພີ່ນ ໄປຢູ່ເຂດນັ້ນ ແຕ່ເພີ່ນ ລັກໄປເອງ ແຕ່ວ່າໄປ ກໍຍ້ອນ ປະເພນີ ຂອງ ປະຊາຊົນ ຫັ້ນແຫລ້ວ ຂະເຈົ້າ ກໍໄປໃນນາມ ປະເພນີ ບໍ່ແມ່ນໄປ ໃນນາມຈັດຕັ້ງ ພາກຮັຖ ພວກເຮົານີ້ ປະຊາຊົນ ທີ່ ຢູ່ໃນແຜນ ຂອງໂຄງການ ວ່າຊີ່ຍ້າຍໄປ ແຕ່ເຂົາຍ້າຍ ໄປກອ່ນ ຈະຕ້ອງເອົາ ພວກນັ້ນ ກັບຄືນ ຢູ່ເຂດ ຫ້ວຍດຸມ".

ທ່ານວ່າ ຊາວບ້ານ ເຫລົ່ານັ້ນ ຕ້ອງຍ້າຍ ກັບມາບ່ອນເກົ່າ ແລະ ລໍຖ້າ ໂຄງການ ຈັດສັນພື້ນທີ່ ໃຫ້ຢ່າງຖືກຕ້ອງ ຈື່ງ ຈະສາມາດ ຍ້າຍໄດ້. ເຫດການ ດັ່ງກ່າວເກີດຂື້ນ ຍ້ອນວ່າ ຊາວບ້ານ 5 ບ້ານ ທີ່ມີລູກບ້ານ ປະມານ 975 ຄົນ ຄິດຢ້ານວ່າ ພວກຕົນ ຈະໄດ້ຮັບ ຜົລກະທົບ ຈາກ ໂຄງການເຂື່ອນ ເຊກະໝານ1 ຈື່ງພາກັນ ໂຍກຍ້າຍ ອອກຈາກພື້ນທີ່ ໄປປຸກເຮືອນ ຢູ່ບ່ອນໃຫມ່ ເອງ ເປັນເວລາ 1 ປີແລ້ວ ເພື່ອຫລີກທາງ ໃຫ້ມີການ ສ້າງ ເຂື່ອນ ແຕ່ການ ໂຍກຍ້າຍ ຂອງ ພວກຂະເຈົ້າ ເທື່ອນີ້ ບໍ່ໄດ້ຮັບ ຄ່າຊົດເຊີຍ ແລະ ບໍ່ໄດ້ຮັບ ການສ້າງບ້ານ ຈັດສັນໃຫ້.

ເຈົ້າຫນ້າທີ່ ເວົ້າຕຶ່ມວ່າ ຈາກ ການປະຊຸມ ຮ່ວມກັບ ບໍຣິສັດ ວຽດນາມ-ລາວ ພາວເວີ ຂອງວຽດນາມ ຊື່ງ ເປັນຜູ້ຮັບ ຜິດຊອບ ໂຄງການນີ້ ບໍຣິສັດ ໃຫ້ເຫດຜົລວ່າ ຂາດແຄນ ງົບປະມານ ຈື່ງບໍ່ສາມາດ ໃຫ້ເງິນ ຊົດເຊີຍໄດ້ ແຕ່ແຂວງ ຈະພັກດັນ ຕື່ມ ເພື່ອໃຫ້ ບໍຣິສັດ ຈ່າຍຄ່າຊົດເຊີຍ ແລະ ສ້າງບ້ານ ຈັດສັນ ໃຫ້ຊາວບ້ານ ເພື່ອແກ້ໄຂ ບັນຫາ ດັ່ງກ່າວ.