ຊາວບ້ານນາຕໍໃຫຍ່ ຕ້ອງການໃຫ້ຊ່ອຍເຫຼືອ
2013.07.19
ຊາວບ້ານ ນາຕໍໃຫ່ຽ ຢາກໃຫ້ ໂຄງການ ເຂື່ອນ ໄຊຍະບູຣີ ເລັ່ງ ພັທນາ ພື້ນທີ່ ດິນ ປູກຝັງ ໃຫ້ພວກ ຂະເຈົ້າ ເພື່ອ ທໍາມາຫາກິນ.
ຊາວບ້ານ ນາຕໍໃຫຍ່ ທີ່ອາສັຍ ຢູ່ໃນບ້ານ ຈັດສັນ ຂອງ ໂຄງການ ເຂື່ອນ ໄຊຍະບູຣີ ບອກວ່າ ຢາກໃຫ້ ທາງໂຄງການ ຟື້ນຟູ ດິນປູກຝັງ ທີ່ ທາງໂຄງການ ຈັດສັນໃຫ້ ແລ້ວນັ້ນ ຍ້ອນວ່າ ສ່ວນຫລາຍ ເປັນດິນ ຂາດ ຄຸນນະພາບ ປູກຝັງ ບໍ່ໄດ້ດີ. ດັ່ງທ່ານ ເວົ້າວ່າ:
"ດິນປູກຝັງ ເນາະ ສວນຄົວ ຜ່ານມານີ້ ເຮົາກໍບໍ່ມີ ສວນເດນໍ ແຕ່ວ່າດິນ ໂຕນີ້ມັນ ຊຸດໂຊມ ຢາກໃຫ້ເພິ່ນ ຟື້ນຟູ ໂຕນີ້ກ່ອນ ສໍາຄັນ ເພາະວ່າມັນ ຫຍູ້ງຍາກ ຫລາຍ ກັບເງິນທອງ ເຮົາສີ່ຊື້ ກິນ ໂຕນີ້ໜາ".
ຊາວບ້ານວ່າ ເຮືອນຊານ ລະບົບນໍ້າ ແລະໄຟ ທີ່ໂຄງການ ຈັດສັນໃຫ້ ນັ້ນ ກໍເປັນທີ່ ພໍໃຈຢູ່ ແຕ່ວ່າ ເງິນຊ່ວຍເຫລືອ ປະຈໍາເດືອນ 120,000 ກີບ ຕໍ່ຄົນ ນັ້ນ ບໍ່ພຽງພໍ ສໍາລັບ ຊື້ອາຫານ ການກິນ ຈຶ່ງຢາກໃຫ້ ທາງໂຄງການ ເອົາໃຈໃສ່ ໃນ ການຟື້ນຟູ ທີ່ດິນ ປູກຝັງ ເພື່ອ ຈະສາມາດ ປູກຝັງ ກິນເອງໄດ້.
ກ່ຽວກັບ ບັນຫານີ້ ເອເຊັຽເສຣີ ໄດ້ຖາມ ໄປຍັງ ເຈົ້າໜ້າທີ່ ກ່ຽວຂ້ອງ ເພິ່ນ ກໍເວົ້າວ່າ ທາງໂຄງການ ໄດ້ເອົາຣົດ ຂົນດິນດໍາ ຈາກບ່ອນອື່ນ ສໍາລັບ ໃສ່ ສວນຄົວ ໄປໃຫ້ແລ້ວ ແຕ່ບໍ່ທັນ ທົ່ວເຖິງ. ຊາວບ້ານ ຂໍຮ້ອງ ອີກຕື່ມ ຄືຢາກໃຫ້ ຣັຖບານ ບຸກເບີກ ທີ່ດິນ ກະສິກັມ ທີ່ ຈັດໃຫ້ ຊາວບ້ານ ໄປແລ້ວ ຄອບຄົວລະ 0.75 ha ທີ່ຍັງເປັນ ປ່າໄມ້ ຢູ່. ຊາວບ້ານ ຢ້ານວ່າ ຫລັງຈາກໝົດ ການຊ່ວຍເຫລືອ ຈາກໂຄງການ ເປັນ ລະຍະ ເວລາ 1 ປີ ແລ້ວ ພວກຕົນ ຈະປະສົບ ກັບ ຄວາມລໍາບາກ ໃນການ ລ້ຽງຊີບ.