ການຊ່ອຍເຫຼືອຊາວບ້ານ ຍ້າຍຈາກເຂື່ອນ


2013.06.13
F-villagers ຊາວບ້ານ ບ້ານຫ້ວຍສຸຍ ຊອກຫາຮ່ອນຄໍາ ຈາກກ້ອນຫີນ ທີ່ໂຄງການເຂື່ອນ ຂຸດຂຶ້ນມາ
International river

 

ປະຊາຊົນ ທີ່ ຖືກໂຍກຍ້າຍ ອອກຈາກ ໂຄງການ ເຂື່ອນໄຟຟ້າ ໄຊຍະບູຣີ ຈະໄດ້ຮັບ ການຊ່ວຍເຫລືອ ໃຫ້ຕັ້ງຕົວ ພຽງ 1 ປີ ເທົ່ານັ້ນ ເຖິງແມ່ນວ່າ ຣັຖບານ ລາວ ຈະປະເມີນວ່າ ຕ້ອງໃຊ້ ເວລາ ໃນການ ຕັ້ງຕົວ ຂອງຊາວບ້ານ ນັ້ນ ເຖິງ 5 ປີ ກໍຕາມ. ເຈົ້າໜ້າທີ່ ທີ່ ບໍ່ປະສົງ ອອກຊື່ ເວົ້າວ່າ:

"ເຣື່ອງວ່າ ເພີ່ນລ້ຽງ ເພີ່ນລ້ຽງ ປີນຶ່ງເດ ເຂົາສນອງ ອາຊີບໃຫ້ເຮົາ ເປັນເງິນຊື້ ພັນປາບໍ່ ຊື້ພັນສັດ ລ້ຽງໝູ ຫລືວ່າ ສນອງຕົວນີ້ແທ້ ເພິ່ນເປັນແບບ ຊ່ວຍເຫລືອລ້າ ໂຄງການ ຮວມບ້ານ ເຮົາເນາະ".

ທ່ານເວົ້າ ຕໍ່ໄປວ່າ ການຊ່ວຍເຫລືອ ຂອງທາງການ ໃນ ປັດຈຸບັນ ຄື: ໃນເບື້ອງຕົ້ນ ກໍານົດ ໃຫ້ນຶ່ງປີ: ໃຫ້ເຂົ້າສານ ຊາວບ້ານ ຜູ້ໃຫຍ່ ຄົນລະ 20 ກິໂລ ແລະ ເດັກນ້ອຍ ຄົນລະ 15 ກິໂລ ຕໍ່ເດືອນ. ມີການ ສົ່ງເສີມ ອາຊີພ ເຮັດສວນຄົວ, ລ້ຽງປາ, ລ້ຽງໝູ ແລະ ໃຫ້ເງິນ ຊ່ວຍເຫລືອ ອາຊີບ 5 ລ້ານ ກີບ.

ປັດຈຸບັນ ໄດ້ໂຍກຍ້າຍ ປະຊາຊົນ ອອກໄປແລ້ວ 2 ບ້ານ ຄື: ບ້ານຫ້ວຍສຸຍ ແຂວງ ໄຊຍະບູລີ ທີ່ ມີປະມານ 450 ຄົນ ແລະ ບ້ານປາກເນີນ ແຂວງ ຫລວງພຣະບາງ 450 ຄົນ ແລະ ຍັງຈະໃຫ້ ຍ້າຍ ຕື່ມອີກ. ເຈົ້າໜ້າທີ່ ເວົ້າຕື່ມວ່າ ຊາວບ້ານ  ດີໃຈ ກັບ ບ່ອນຢູ່ ໃໝ່ ທີ່ ໂຄງການ ຈັດສັນໃຫ້ ຍ້ອນມີຄວາມ ສະດວກ ກວ່າເກົ່າ, ມີໄຟຟ້າ ແລະ ນໍ້າສະອາດ ໃຊ້ ແຕ່ຍັງ ກັງວົນ ນໍາເຣື່ອງ ການຊົດເຊີຍ ຄວາມເສັຍຫາຍ ຂອງ ພວກຕົນ ທີ່ຍັງບໍ່ ແນ່ນອນວ່າ ໃນ 1 ປີ ນັ້ນ ຖ້າຊາວບ້ານ ຍັງບໍ່ສາມາດ ຕັ້ງຕົວໄດ້ ທາງ ໂຄງການ ຍັງຈະຊ່ວຍເຫລືອ ຕໍ່ໄປ ຫລືບໍ່ ແລະ ຄ່າໄຟຟ້າ ທີ່ ຣັຖບານ ສັນຍາ ວ່າຈະໃຫ້ ໃຊ້ ຈໍານວນນຶ່ງ ແບບບໍ່ໄດ້ ເສັຍຄ່າ ນັ້ນ ກໍຍັງ ບໍ່ແຈ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.