ປະຊາຊົນ ໃນ ບໍຣິເວນ ກໍ່ສ້າງ ເຂື່ອນ ດອນສະໂຮງ ວ່າ ຢາກໃຫ້ ເຈົ້າໜ້າທີ່ ພັທນາ ເຂື່ອນ ມາປຶກສາ ຫາຣື ກັບ ປະຊາຊົນ, ກ່ອນ ຈະລົງມື ບຸກເບີກ ດິນ ໃນເຂດ ຂອງ ຂະເຈົ້າ ເພາະວ່າ ທາງ ບໍ ຣິສັດ ຄວນ ຮັບຜິດຊອບ ໃນເຣື້ອງ ຄ່າຊົດເຊີຍ.
ຊາວບ້ານ ເລີ້ມຍົກ ບັນຫາ ເຣື້ອງນີ້ ຂຶ້ນມາເວົ້າ ຫລັງຈາກ ໄດ້ ຮູ້ ຂ່າວວ່າ ໃນ ວັນທີ 11-12 ທັນວາ ນີ້ ທາງ ເຈົ້າໜ້າທີ່ ໂຄງການ ສ້າງ ເຂື່ອນ, ຜູ້ຖືຫຸ້ນ, ບໍຣິສັດ ສ້າງເຂື່ອນ ແລະ ເຈົ້າໜ້າທີ່ ທາງ ການລາວ ຈະອອກ ສໍາຣວດ ພື້ນທີ່ ກ່ອນ ຈະ ເລີ້ມລົງມື ສ້າງ ຢ່າງເປັນ ທາງການ. ດັ່ງ ຊາວບ້ານ ຄົນນຶ່ງ ເວົ້າວ່າ:
"ຕາມເຂົາ ຕັ້ງ ເປົ້າໝາຍ ໄວ້ນີ້ ມີແຕ່ວ່າ ຖ້າວ່າໄດ້ ສ້າງເຂື່ອນ ຫັ້ນນ່າ, ນຶ່ງ ຕ້ອງໄດ້ມາ ປຶກສາ ຫາລື ກັບ ປະຊາຊົນ, ປຶກສາ ຫາລື ແລ້ວ ຖ້າວ່າດິນ ມັນມາຖືກ ຜົນກະທົບ ປະຊາຊົນ ເປັນເຂດ ຂອງ ການ ກໍ່ສ້າງ ຫຍັງແລ້ວ ຢາກໃຫ້ ເພິ່ນມາ ເວົ້ານໍາ ປະຊາ ຊົນ ເບິ່ງ ກໍເວົ້າ ເຣື້ອງ ການ ຊົດເຊີຍ ທົດແທນ ຫັ້ນແຫຼະ ປະ ຊາຊົນ ກໍ ລໍຖ້າຢູ່ ບໍ່ທັນໄດ້ ມີໃຜມາ ເວົ້າ ເຂົາ ຊິໄດ້ ເວົ້ານໍາ".
ຊາວບ້ານ ວ່າ ພວກຕົນ ໄດ້ ປຶກສາ ຫາລືກັນ ໝົດ ແລ້ວວ່າ ຢາກໃຫ້ ທາງ ໂຄງການ ກໍ່ສ້າງ ເຂື່ອນ ເປີດເຜີຍ ໃຫ້ ແຈ່ມແຈ້ງ ເຣື້ອງຄ່າ ຊົດເຊີຍ ທີ່ ປະຊາຊົນ ຄວນ ໄດ້ຮັບ ແລະ ຖ້າໄດ້ຮັບ ຄ່າຊົດເຊີຍ ນັ້ນຈະ ເໝາະສົມ ຫຼືບໍ່. ຖ້າວ່າ ບໍ່ເໝາະສົມ ແລ້ວ ການທໍາມາ ຫາກິນ ການໃຊ້ ຊີວິດ ໃນ ວັນ ຂ້າງໜ້າ ກໍຈະບໍ່ຄື ດັ່ງທີ່ເຄີຍ ເປັນມາ.
ຊາວບ້ານ ເວົ້າອີກວ່າ ເຣື້ອງ ຂໍ້ມູນ ການສ້າງ ເຂື່ອນ ນີ້ ພວກຕົນ ກໍ ບໍ່ຮູ້ແຈ້ງ ບໍ່ເຂົ້າໃຈ ຄັກແນ່ ວ່າ ໂຄງການ ປະຊາສັມພັນ ກັບ ຊາວບ້ານ ເພິ່ນມີແຜນ ແນວໃດ.
ເຂື່ອນ ດອນສະໂຮງ ຈະສ້າງ ໃນ ບໍຣິເວນ ຮູສະໂຮງ ຊຶ່ງເປັນ ສາຂາ ຂອງ ແມ່ນໍ້າຂອງ ໃນເຂດ ສີ່ພັນ ດອນ ເມືອງໂຂງ ແຂວງ ຈໍາ ປາສັກ, ຈະ ມີກໍາລັງ ຜລິດ ໄຟຟ້າ ໄດ້ 260 ເມກາວັດ, ມູນຄ່າ ການ ກໍ່ສ້າງ 720 ລ້ານ ໂດລາ, ບໍຣິສັດ Megafirst ຈາກ ປະເທດ ມາເລເຊັຽ ເປັນຜູ້ ລົງທຶນ ແລະ ຮັບເໝົາ ກໍ່ສ້າງ 90 ສ່ວນຮ້ອຍ. ສ່ວນອີກ 10 ສ່ວນຮ້ອຍ ເປັນຫຸ້ນ ຂອງ ອົງການ ໄຟຟ້າ ລາວ. ໄຟຟ້າ ທີ່ ຜລິດໄດ້ 90 ສ່ວນຮ້ອຍ ຈະສົ່ງຂາຍ ນອກ ປະເທດ.