ຊາວບ້ານຈາກເຂື່ອນນໍ້າທາ1 ລໍາບາກ

ມະນີຈັນ
2016.11.17
F-Luangnamtha ໝູ່ບ້ານນຶ່ງ ໃນແຂວງຫລວງນໍ້າທາ
Screen captured visit Lungnamtha video

ປະຊາຊົນ ຈາກ 6 ບ້ານ ຂອງເມືອງນາແລ ແຂວງຫຼວງນໍ້າທາ ທີ່ຖືກ ທາງການລາວ ໃຫ້ໂຍກຍ້າຍ ອອກຈາກເຂດ ໂຄງການ ເຂື່ອນ ນໍ້າທາ1 ໄປຢູ່ເຂດ ຈັດສັນ ທາງແຮນ ນັ້ນ, ຫຼາຍຄອບຄົວ ໄດ້ພາກັນ ກັບຄືນມາ ຢູ່ບ້ານເກົ່າ ຂອງ ພວກຕົນ ໄດ້ 4 ເດືອນ ແລ້ວ ຍ້ອນ ບໍ່ໄດ້ ຮັບການ ຊ່ວຍເຫລືອ ຈາກ ບໍຣິສັດ ແສງເພັດ ແລະ ບໍຣິສັດ ບຸນເພັງ ທີ່ ກໍ່ສ້າງ ເຂື່ອນ ຕາມສັນຍາ. ຕາມຄໍາເວົ້າ ຂອງຊາວບ້ານ ຜູ້ບໍ່ປະສົງ ອອກຊື່ ຕໍ່ RFA ໃນວັນທີ 16 ພຶສຈິກາ ນີ້:

"ຍ້າຍມາໄດ້ 4 ເດືອນແລ້ວ ບັດນີ້ ປະຊາຊົນນີ້ ອົດເຂົ້າອົດນໍ້າ ມາຫັ້ນ ເຂົາກໍບໍ່ຈ່າຍ ອາຫານ ການກິນນີ້ ທາງເຂົາ ກໍບໍ່ຈ່າຍເລີຍ ຢູ່ນີ້ ປະຊາຊົນ ກໍຢາກກັບຄືນ ບ້ານເກົ່າ ດຽວນີ້ນະ ຈະທົນບໍ່ໄຫວ ແລ້ວ ຈໍານວນນຶ່ງ ກໍ 60-70 ຄອບຄົວ ນັ້ນແຫຼະ ກັບໄປຢູ່ ບ້ານເກົ່າແລ້ວ ບໍ່ມາເລີຍ ກວດກາ ສ້ອມແປງເຮືອນ ອັນນີ້ ເຮັດໄປເຮັດມາ ເຮືອນ ກໍບໍ່ສ້ອມແປງ ທາງ ກໍບໍ່ແປງ ນໍ້າຈະກິນ ກໍບໍ່ມີ ມັນຫຍູ້ງຍາກ ອຶກກະທຶກ ນຶກນອງ ທີ່ ນີ້ໄປເວົ້າ ນໍາເຂົາ ເຂົາກໍບໍ່ສົນ ແສງເພັດ ເພີນກໍບໍ່ມາ ຂັ້ນເທິງ ທາງເມືອງ ທາງແຂວງ ເຂົາມາເຫັນ ເຂົາກໍວ່າ ເອົາໃຈໃສ່ ເຂົາກໍຊ່ວຍ ກັນວ່າ ແຕ່ວ່າ ກໍບໍ່ມີໃຜ ສນອງ".

ລາວເວົ້າຕໍ່ໄປວ່າ ໃນຣະຍະ 4 ເດືອນມານີ້ ຊາວບ້ານ ບ້ານຫາດຕ້າວ, ບ້ານຫ້ວຍລາວ, ບ້ານນໍ້າລິງ, ບ້ານລະອາງ, ບ້ານຕາຣາງ ແລະ ບ້ານຕະເວັນ ຖືກໃຫ້ຍ້າຍ ມາຢູ່ ໃນເຂດຈັດສັນ ທາງແຮນ. ທໍາອິດ ສອງ ບໍຣິສັດ ທີ່ວ່ານັ້ນ ແລະອໍານາດ ການປົກຄອງ ໄດ້ ອະທິບາຍ ແຜນການ ສ້າງບ້ານເຮືອນ, ເຮັດທາງ, ສ້າງທໍ່ ນໍ້າສະອາດ ແລະ ຈະໃຫ້ຄ່າ ຊົດເຊີຍ ຄວາມເສັຽຫາຍ ຕ່າງໆ ໃຫ້ຊາວບ້ານຮູ້, ແຕ່ຕໍ່ມາ ເຫັນວ່າ ພວກເຂົາ ເຮັດບໍ່ເຕັມເມັດ ເຕັມໜ່ວຍ. ທຸກມື້ນີ້ ຫຼາຍບ້ານ ຍັງບໍ່ມີ ນໍ້າສະອາດ ໃຊ້, ບາງເຮືອນ ກໍຍັງບໍ່ມີ ຫ້ອງນໍ້າ, ເຮືອນ ບາງຫລັງ ປຸກບໍ່ແລ້ວ ກໍປະໄປ. ເວົ້າເຣຶ່ອງ ອາຫານ ຕາມສັນຍາ ວ່າຈະໃຫ້ ຊາວບ້ານ ທຸກເດືອນ, ແຕ່ ທີ່ຜ່ານມາ ໃຫ້ພຽງ ຄັ້ງດຽວ ເທົ່ານັ້ນ ແລະວ່າ ເມື່ອ 3 ເດືອນ ກ່ອນ ໃຫ້ເຂົ້າສານ ແກ່ຊາວບ້ານ: ຜູ້ໃຫຍ່ ແຕ່ລະຄົນ ໄດ້ 30 ກິໂລ ແລະ ເດັກນ້ອຍ ໄດ້ 20 ກິໂລ, ໃຫ້ພຽງເທື່ອດຽວ.

ຊາວບ້ານ ຜູ້ນີ້ ເວົ້າອີກວ່າ ຊາວບ້ານ ແລະອໍານາດ ການປົກຄອງ ກໍໄດ້ຮຽກຮ້ອງ ຂໍໃຫ້ 2 ບໍຣິສັດ ປະຕິບັດ ຕາມສັນຍາ ແຕ່ 2 ບໍຣິສັດ ນັ້ນ ກໍບໍ່ສົນໃຈ ເຮັດໃຫ້ ຊາວບ້ານ 200  ປາຍຄອບຄົວ ໃນ ຈໍານວນ ທັງໝົດ 500 ປາຍ ຄອບຄົວ ຢາກກັບຄືນໄປ ຢູ່ບ້ານເກົ່າ ຂອງ ພວກຕົນ ຂນະທີ່ ເຈົ້າໜ້າທີ່ ຮັບຜິດຊອບ ໂຄງການ ບ້ານຈັດສັນ ເວົ້າວ່າ ໄດ້ດໍາເນີນ ວຽກງານຕ່າງໆ ຢູ່ເຂດ ຈັດສັນນັ້ນ ໄດ້ປະມານ 87 ເປີເຊັນ ແລ້ວ:

"ປັດຈຸບັນ ການໂຍກຍ້າຍ ຈັດສັນ ປະຊາຊົນ ນີ້ກໍ ຖືວ່າເຮົາໄດ້ ດໍາເນີນ ການເຮັດວຽກ ຕ່າງໆ ຖືວ່າໄດ້ ປະມານ 87 ເປີເຊັນ ສິ່ງປຸກສ້າງ ໂຄງຮ່າງ ໃຫ້ ປະຊາຊົນ ມາຢູ່ໄດ້ນໍ ເຊັ່ນວ່າ ການປຸກສ້າງ  ທີ່ຢູ່ອາໃສ ເອົານໍ້າ ເອົາໄຟຟ້ານໍ ສາລາ ອຸປໂພກຕ່າງໆນໍ ເຊັ່ນວ່າເຮັດ ຫົນທາງ ເຮັດ ສຸຂສາລາ ເຮັດ ວັດວາອາຣາມ ຫຍັງຕ່າງໆນໍ ຊຶ່ງ ປັດຈຸບັນນີ້ ໂດຍພື້ນຖານ ປະຊາຊົນ ກໍໄດ້ເຂົ້າມາ ຢູ່ແລ້ວ ກໍວ່າໄດ້ມາ ດໍາຣົງ ຊີວິດແລ້ວນໍ".

ແລະ ນາຍບ້ານ ບ້ານຈັດສັນ ດັ່ງກ່າວ ກໍເວົ້າວ່າ ເຣຶ່ອງນໍ້າ ເຣຶ່ອງໄຟ ກໍຍັງບໍ່ທັນ ສົມບູນ:

"ໄຟຟ້າ ປະຊາກອນ ແລ້ວກໍເຣື່ອງ ນໍ້າ ດິນເຮົາ ຢູ່ບ້ານເກົ່າ ເຮົາກໍຖືວ່າ ມັນຍັງບໍ່ທັນ ສົມບູນແບບ ອັນນີ້ ພວກເຮົາ ກໍຖືວ່າ ດີອົກດີໃຈ ທີ່ວ່າ ໄດ້ມາຢູ່ ບ້ານໃໝ່ ເຫັນທຸກສິ່ງ ທຸກຢ່າງ ມີການ ປ່ຽນແປງ ເປັນຕົ້ນແລ້ວ ແມ່ນສິ່ງ ອໍານວຍ ຄວາມສະດວກ ຕ່າງໆ ຖືວ່າ ຢູ່ບ້ານ ເກົ່າ ເຮົານີ້ ມັຍ 2-300 ປີ ກໍຊົ່ວ ພໍ່ແມ່ມາ ກໍຖືວ່າ ຍັງຄືເກົ່າ ແຕ່ເຮົາ ມາຢູ່ບ້ານໃໝ່ນີ້ ຫຼາຍສິ່ງ ຫຼາຍຢ່າງ ທີ່ວ່າເປັນ ແນວໃໝ່ ເປັນສິ່ງ ທີ່ໃໝ່ ເຮົາໄດ້ ເຂົ້າເຖິງ".

ຢ່າງໃດກໍຕາມ ພາຍໃນ ມື້ສອງມື້ນີ້ ຊາວບ້ານ ຈໍານວນນຶ່ງ ຈະສເນີໄປຍັງ ບໍຣິສັດ ດັ່ງກ່າວ ເພື່ອຮຽກຮ້ອງ ຂໍໃຫ້ຊ່ວຍເຫລືອ ອີກຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.