ຊາວໄທຕິດຕາມ ສົ່ງຟ້ອງເຂື່ອນອີກ


2013.03.16
f-xd ຊາວບ້ານ ທີ່ຫາປາ ໃນ ແມ່ນໍ້າຂອງ ເພື່ອລ້ຽງຊີພ
RFA

ຊາວໄທ ລຸ່ມນໍ້າຂອງ ຈະຍື່ນຟ້ອງ ສານປົກຄອງ ຂອງໄທ ກໍຣະນີ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ອີກຄັ້ງໃໝ່ ໃນວັນທີ 19 ມີນາ ນີ້.

ຕົວແທນ ເຄືອຂ່າຍ ປະຊາຊົນ ໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ເປີດເຜີຍວ່າ ວັນທີ 19 ມີນາ 2013 ນີ້ ພວກເຂົາເຈົ້າ ຈະຍື່ນ ຂໍອຸທອນ ຕໍ່ສານປົກຄອງ ຂອງໄທ ໃຫ້ ພິຈາຣະນາ ຄໍາຟ້ອງຮ້ອງ ທີ່ຊາວບ້ານ ຕ້ອງການ ໃຫ້ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ຍົກເລີກ ສັນຍາ ຊື້ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ອີກຄັ້ງນຶ່ງ ຫລັງຈາກ ທີ່ສານປົກຄອງ ໄດ້ເຄີຍ ປະຕິເສດ ທີ່ຈະ ພິຈາຣະນາ ແລ້ວ ເມື່ອເດືອນ ກຸມພາ ຜ່ານມາ. ແລະ ມາໃນວັນທີ 15 ມີນາ ນີ້ພວກເຂົາເຈົ້າ ກໍໄດ້ຍື່ນ ໜັງສື ຮ້ອງຮຽນ ຕໍ່ຄະນະ ກັມມະການ ສິດທິ ມະນຸດ ແຫ່ງຊາດໄທ ເພື່ອໃຫ້ຊ່ວຍ ກວດສອບ ເພື່ອ ຄວາມເປັນທັມ ທາງ ກົດໝາຍ ກ່ຽວກັບໂຄງການ ເນັ່ງສາຍ ສົ່ງໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ຂອງ ປະເທດລາວ ດັ່ງທ່ານ ອິດທິພົນ ຄໍາສຸກ ເວົ້າວ່າ:

"ທ່ານວ່າ ໄດ້ຍື່ນຄໍາຮ້ອງ ເຖິງ ກັມມະການ ສິດທິມະນຸດ ແລ້ວ ໃນເຣື່ອງ ຂອງ ສິດທິມະນຸດ ທີ່ເຮົາ ຖືກລະເມີດ ສິດທິ ໃນການ ດໍາຣົງຊີວິດ ໃນການ ໃຊ້ຊີວິດ ທີ່ເປັນ ປົກກະຕິ ຍ້ອນເຂື່ອນນີ້ ຖ້າເຂື່ອນນັ້ນ ເກີດຂຶ້ນມາ ແລ້ວ ຊີວິດຂອງເຮົາ ກໍຈະບໍ່ເປັນ ປົກກະຕິ ແນ່່ນອນ".

ທາງກຸ່ມເຄືອຂ່າຍ ຈະໄດ້ຮວບຮວມ ຂໍ້ມູນ ຜົນກະທົບ ຍື່ນຕໍ່ສານ ປົກຄອງ ໃນວັນທີ 19 ມີນານີ້, ຈາກການຮວບຮວມ ຂໍ້ມູນ ຂອງ ຊາວບ້ານໄທ ທີ່ຢູ່ແຄມຝັ່ງ ແມ່ນໍ້າ ທີ່ໄດ້ຮັບ ຜົນກະທົບແລ້ວ ໃນປັດຈຸບັນ ຈາກ ການສ້າງ ເຂື່ອນ ໃນປະເທດຈີນ ທັງ ບັນຫາ ການຂຶ້ນ ລົງ ຂອງນໍ້າ ໃນ ແມ່ນໍ້າຂອງ ທີ່ ຜິດປົກກະຕິ ຈໍານວນ ປາຫລຸດລົງ ຊຶ່ງກະທົບ ຕໍ່ຣາຍໄດ້ ແລະ ອາຫານ ຂອງຊາວບ້ານ ຢ່າງຫລວງຫລາຍ.

ທ່ານເວົ້າ ສລຸບວ່າ ນີ້ບໍ່ແມ່ນ ການຮຽກຮ້ອງ ແທນຄົນ ລຸ່ມ ແມ່ນໍ້າຂອງ ທັງ 60 ລ້ານ ຄົນ ໃນ ປະເທດລາວ ວຽດນາມ ແລະ ປະເທດ ກໍາພູຊາ ທີ່ຈະໄດ້ຮັບ ຜົນກະທົບ ຈາກໂຄງການ ເຂື່ອນ ໄຊຍະບູຣີ ເຂື່ອນ ແຫ່ງທໍາອິດ ໃນ ແມ່ນໍ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.