ກົມຊັພຍາກອນນໍ້າໄທຈະຕາງໜ້າ ຊາວບ້ານ

ສົມເນ
2015.01.09
F-Don-sahong ຮູປຈໍາລອງ ຂອງເຂື່ອນດອນສະໂຮງ
Peter Hawlkins/Mega First Corporation Berhad.

 

ຂັ້ນຕອນ ການປືກສາ ຫາລື ກັບ ປະຊາຊົນ ເຣື້ອງ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ໃສ່ ແມ່ນໍ້າຂອງ ໃນພາກໃຕ້ ສຸດ ຂອງລາວ ເມື່ອວັນທີ 7 ມົກກະຣາ ທີ່ ບາງກອກ ທີ່ ຈັດຂຶ້ນ ໂດຍ ກົມ ແຫ່ລງ ຊັພຍາກອນ ນໍ້າ ຂອງໄທ ສລຸບວ່າ ທາງກົມ ຈະ ຄັດຄ້ານ ການ ສ້າງ ເຂື່ອນ ນີ້ ຕາງໜ້າ ໃຫ້ ປະຊາຊົນ ໄທ, ຕາມຣາຍງານ ໜັງສືພິມ ບາງກອກ ໂພັສ.

ທ່ານ ຈະຕຸພອນ ບຸຣຸສະພັດ ຫົວໜ້າ ກົມ ແຫ່ລງ ຊັພຍາກອນ ນໍ້າ ທີ່ ເປັນ ປະທານ ກອງປະຊຸມ ຂັ້ນຕອນ ປຶກສາ ຫາລື ກ່າວວ່າ ເຂື່ອນ ດອນສະໂຮງ ອາດສ້າງ ຜົນກະທົບ ຢ່າງ ຮ້າຍແຮງ ຕໍ່ ຣະບົບ ນິເວດ ແລະ ການຫາປາ ຕາມ ແມ່ນໍ້າ ຂອງ ຊຶ່ງ ເປັນປະເດັນ ທີ່ ຊາວໄທ ສ່ວນຫລາຍ ບໍ່ເຫັນພ້ອມ ນໍາການ ສ້າງ ເຂື່ອນ ນີ້.

ຄວາມເປັນຫ່ວງ ຫລາຍທີ່ສຸດ ຂອງ ຊາວໄທ ນັ້ນ ຢ້ານວ່າ ເຂື່ອນນີ້ ຈະ ທໍາລາຍ ເສັ້ນທາງ ຂຶ້ນ-ລົງ ຂອງ ໝູ່ປາ ຕາມລໍາ ແມ່ນໍ້າຂອງ ອັນເຮັດໃຫ້ ຈໍານວນ ປູປາ ມີ ຫນ້ອຍລົງ ແລະ ຈະນາບຂູ່ ການ ຮັບປະກັນ ດ້ານ ສະບຽງ ອາຫານ ຂອງ ປະຊາຊົນ ໃນເຂດ ແຄມ ນໍ້າຂອງ. ທ່ານ ຈະຕຸພອນ ກ່າວ ໃນເວລາ ສລຸບວ່າ ໂຄງການ ນີ້: ບໍ່ທັນມີ ການສຶກສາ ການປະເມີນ ຜົນກະທົບ ຂ້າມແດນ ຂອງ ໂຄງການ ຢ່າງ ຄັກແນ່ ເປັນຕົ້ນ ຜົນກະທົບ ຕໍ່ ສິ່ງ ແວດລ້ອມ ເສຖກິດ ວັທນະທັມ ແລະ ຊີວິດ ການເປັນຢູ່ ຂອງ ຊຸມຊົນ ທີ່ ອີງຕໍ່ ແມ່ນໍ້າຂອງ. ພາກສ່ວນ ນີ້ ຣັຖບານ ລາວ ບໍ່ສາມາດ ປົກປ້ອງ ໂຄງການ ນີ້ໄດ້ ແລະ ບໍ່ທັນມີ ການສຶກສາ ທີ່ ສະແດງ ຜົນກະທົບ ຈາກ ການສ້າງ ເຂື່ອນ ທາງ ພາກເໜືອ ແຕ່ຢ່າງໃດ.

ເມື່ອ ວັນທີ 12 ທັນວາ 2014 ຜ່ານມາ ທ່ານ Peter Hawkins ຜູ້ ອໍານວຍການ ດ້ານ ສິ່ງ ແວດລ້ອມ ປະຈໍາ ບໍຣິສັດ ພັທນາ ເຂື່ອນ ດອນສະໂຮງ ໃຫ້ຄໍາ ອະທິບາຍ ຢູ່ເວທີ ຂັ້ນຕອນ ການປຶກສາ ຫາລື ຢູ່ ເມືອງ ປາກເຊ ແຂວງ ຈໍາປາສັກ ວ່າ ການເປີດ ໃຊ້ ເຂື່ອນ Nuozhadu ຂອງ ຈີນ ເມື່ອ ເດືອນ ມີຖຸນາ ມັນໄດ້ເຮັດ ໃຫ້ ປວັດການ ໄຫລ ຂອງ ນໍ້າໃນ ຮູສະໂຮງ ບໍ່ ສາມາດ ໃຊ້ ເປັນສິ່ງ ທໍານາຍ ຄວາມ ແຫ້ງແລ້ງ ຂອງ ນໍ້າຂອງ ໃນ ອະນາຄົດ ອີກແລ້ວ. ທ່ານວ່າ ນັບແຕ່ ປີ 2006 ມານີ້ ຣັຖບານ ລາວ ໄດ້ ທົບທວນ ແລະ ສຶກສາ ເຣື້ອງ ເຂື່ອນ ດອນສະໂຮງ 30 ເທື່ອ ແລ້ວ ແລະ ນັກຊ່ຽວຊານ ຫລາຍຄົນ ກໍວ່າ ເຂື່ອນ ນີ້ ຈະບໍສົ່ງ ຜົນກະທົບ ຮ້າຍແຮງ ຕໍ່ ສະພາບ ແວດລ້ອມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.