ຊາວໄທລຸ່ມນໍ້າຂອງເພີ້ມ ທ.ສົມບັດໃນຣາຍການ

ຊາວໄທ ຈະສືບຕໍ່ ຄັດຄ້ານ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ຢູ່ຕໍ່ໄປ ແລະ ຈະຮ່ວມ ເຄື່ອນໄຫວ ເຣື່ອງ ທ່ານ ສົມບັດ ສົມພອນ ທີ່ຖືກລັກພາ ຕົວໄປນັ້ນ ນໍາດ້ວຍ.
ມະນີຈັນ
2013.01.16
F-xd-protest ຊາວໄທ ທີ່ປະທ້ວງ ການສ້າງເຂື່ອນ ໃສ່ນໍ້າຂອງ
RFA/Nontarat

ເຄືອຂ່າຍ ປະຊາຊົນໄທ 8 ແຂວງ ລຸ່ມແມ່ນໍ້າຂອງ ຖແລງວ່າ ຈະເຄື່ອນໄຫວ ຕໍ່ຕ້ານ ຢູ່ຕໍ່ໄປ ເຖິງແມ່ນວ່າ ຣັຖບານລາວ ຫລື ຣັຖບານໄທ ບໍ່ມີທ່າທີ ວ່າຈະຍັບຍັ້ງ ໂຄງການກໍ່ສ້າງ ເຂື່ອນ ໄຊຍະບູຣີ ຕາມທີ່ ປະຊາຊົນ ຫຼືອົງການ ປົກປ້ອງ ສິ່ງແວດລ້ອມ ແລະ ສະມາຊິກ ສະພາສູງ ຂອງໄທ ໄດ້ສເນີໄປນັ້ນ ກໍຕາມ ພ້ອມດຽວກັນ ກໍຈະຮ່ວມ ຮຽກຮ້ອງ ຕໍ່ຣັຖບານລາວ ໃນກໍຣະນີ ຂອງ ທ່ານສົມບັດ ສົມພອນ ທີ່ຖືກລັກ ພາຕົວໄປນັ້ນ ນໍາດ້ວຍ. ທ່ານ ອິດທິພົນ ຄໍາສຸກ ຕົວແທນເຄືອຂ່າຍ ປະຊາຊົນໄທ 8 ແຂວງ ລຸ່ມແມ່ນໍ້າຂອງ ເວົ້າວ່າ:

"ຈະມີການ ເຄື່ອນໄຫວ ເຣື່ອງ ເຂື່ອນ ໄຊຍະບູຣີ ແລະ ເຣື່ອງ ທ່ານສົມບັດ ສົມພອນ ຢູ່ເມືອງ ສີຊຽງໃໝ່ ກົງກັນຂ້າມກັບ ນະຄອນຫລວງ ວຽງຈັນ ທີ່ ຊຽງຂອງນໍາອີກ ຣະຫວ່າງ ວັນທີ 18 ຫາ 26 ກໍຈະມີການ ເຄື່ອນໄຫວ ເພື່ອ ແມ່ນໍ້າຂອງ ແລະ ໃນຊ່ວງ ກາງເດືອນໜ້າ ກໍຈະມີງານບຸນ ທາດພະນົມ ກໍຈະໄປຈັດ ການເຄື່ອນໄຫວ ຕື່ມອີກ ຢູ່ທີ່ນັ້ນ".

ທ່ານເວົ້າວ່າ ຣະຫວ່າງ ກອງປະຊຸມ ຄນະກັມມາທິການ ແມ່ນໍ້າຂອງ MRC ວັນທີ 16 ຫາ 18 ມົກຣາ 2013 ທີ່ ແຂວງຫລວງພຣະບາງ ນັ້ນ ທາງເຄືອຂ່າຍ ຈະເຄື່ອນໃຫວ ສະແດງ ການຄັດຄ້ານ ໂຄງການ ເຂື່ອນ ໄຊຍະບູຣີ ທີ່ເມືອງ ສີຊຽງໃໝ່ ບ່ອນດຽວກັນກັບ ທີ່ໄດ້ເຄື່ອນໄຫວ ຕອນກອງປະຊຸມ ສຸດຍອດ ຜູ້ນໍາ ເອເຊັຽ-ຢູ່ໂຣບ ຫລື ອາແຊັມ ທີ່ໄດ້ມີຂຶ້ນ ເມື່ອປີກາຍ ທີ່ ນະຄອນຫລວງ ວຽງຈັນ.

ສໍາລັບ ເຣື່ອງການຟ້ອງຮ້ອງ ຣັຖບານໄທ ໃຫ້ຍົກເລີກ ສັນຍາ ຊື້ໄຟຟ້າ ຈາກໂຄງການ ເຂື່ອນ ໄຊຍະບູຣີ ນັ້ນທ່ານກໍວ່າ ທາງສານ ຍັງບໍ່ຮັບ ຄໍາຟ້ອງຮ້ອງ ນັ້ນເທື່ອ ແລະວ່າ ເຄືອຂ່າຍ ປະຊາຊົນໄທ 8 ແຂວງ ລຸ່ມແມ່ນໍ້າຂອງ ຈະຮ່ວມກັນ ຮຽກຮ້ອງ ກໍຣະນີ ທ່ານສົມບັດ ສົມພອນ ເພາະເຫັນ ຄວາມສໍາຄັນ ຂອງ ທ່ານຫລາຍ ໃນຖານະທີ່ ທ່ານເປັນນັກ ພັທນາ ຜູ້ອາວຸໂສລາວ ທີ່ໄດ້ຮັບ ລາງວັນ ກຽດຕິຄຸນ ແມັກໄຊໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.