ມີການຮຽກຮ້ອງໃຫ້ຍົກເລີກ ສັນຍາ ຊື້ຂາຍ ໄຟຟ້າ

ສົມເນ
2014.06.23
F-thai-ngo ການປະທ້ວງຂອງຊາວໄທໃນເຂດລຸ່ມແມ່ນໍ້າຂອງທີ່ເຂົ້າຮ່ວມປະຊຸມ ກັບກຸ່ມອະນຸຮັກແມ່ນໍ້າຂອງຊາວໄທແລະຄນະກັມມາທິການແມ່ນໍ້າຂອງ ຂອງໄທ
RFA

 

ກຸ່ມ ອະນຸຮັກ ສິ່ງແວດລ້ອມ 5 ອົງການ ຢູ່ ປະເທດໄທ ໃນ ວັນສຸກ ວັນທີ 20 ມີຖຸນາ ນີ້ ໄດ້ ຍື່ນໜັງສື ເປີດຊອງ ໄປຍັງ ຄະນະຮັກສາ ຄວາມສງົບ ແຫ່ງຊາຕ ເພື່ອ ໃຫ້ ພິຈາ ຣະນາ ຍົກເລີກ ສັນຍາ ຊື້ຂາຍ ໄຟຟ້າ ຈາກ ເຂື່ອນ ໄຊຍະ ບູຣີ ທີ່ ອົງການ ໄຟຟ້າ ຝ່າຍ ຜລິດ ແຫ່ງ ປະເທດໄທ ກັບ ບໍຣິສັດ ພລັງງານ ໄຊຍະບູຣີ ໄດ້ ລົງນາມ ກັນໄປ ເມື່ອຫຼາຍ ປີກ່ອນ ແລ້ວ. ໃນວັນ ດຽວກັນ ເອເຊັຍ ເສຣີ ໄດ້ຖາມ ໄປຍັງ ທ່ານ ນິວັດ ຣ້ອຍແກ້ວ ຜູ້ ຕາງໜ້າ ເຄືອຂ່າຍ ອະນຸຣັກ ວັທນະທັມ ແລະ ຊັພຍາກອນ ທັມຊາດ ລຸ່ມ ນໍ້າຂອງ ລ້ານນາ ກ່ຽວກັບ ວ່າ ເປັນຫຍັງ ຈຶ່ງຂໍໃຫ້ ຍົກເລີກ. ທ່ານໃຫ້ ຄໍາຕອບວ່າ:

"ເພາະວ່າ ທີ່ ຜ່ານມານີ້ ເຂື່ອນ ໄຊຍະບູຣີ ເປັນເຂື່ອນ ທີ່ ຄົນໃນລຸ່ມ ແມ່ນໍ້າຂອງ ບໍວ່າ ປະເທດ ວຽດນາມ ປະເທດ ຂເມນ ກໍາພູຊາ ຫລາຍໆ ປະເທດ ກໍຍັງ ເປັນຫ່ວງ ຢູ່ວ່າ ຈະເກີດ ຜົນກະທົບ ຫລາຍ ແລະ ຄືວ່າ ຂະນະນີ້ ເຂື່ອນ ໄຊຍະບູຣີ ກໍຖືກ ດໍາເນີນການ ສ້າງໄປ ເລື້ອຍໆ ໂດຍ ບໍ່ຟັງສຽງ ປະຊາຊົນ ໃນລຸ່ມ ແມ່ນໍ້າຂອງ ຊຶ່ງຖືວ່າ ລຸ່ມ ແມ່ນໍ້າຂອງ ນີ້ ເປັນແມ່ ນໍ້າຂອງ ທຸກໆຄົນ  ແມ່ນວ່າ ເຮັດແນວໃດ ແລ້ວ ຖ້າມັນເກີດ ຄວາມເສັຽຫາຍ ແລ້ວ ກັບ ຜູ້ຄົນ  60-70  ລ້ານຄົນ ມັນ ກໍບໍ່ ຖືກຕ້ອງ".

ທ່ານ ອະທິບາຍ ວ່າ ການທີ່ ສົ່ງຈົດໝາຍ ໄປຂໍໃຫ້ ຄະນະ ບໍຣິຫານ ປະເທດ ພິຈາຣະນາ ຍົກເລີກ ສັນຍາ ຊື້ຂາຍ ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ນີ້ຍ້ອນວ່າ ຜ່ານມາ ພາກສ່ວນ ຣັດ ມີສ່ວນ ກ່ຽວຂ້ອງ ແລະ ຮັບຜິດຊອບ ໃນເຣື້ອງ ເຮັດໃຫ້ ມີການສ້າງ ເຂື່ອນ ໄຊຍະບູຣີ.

ຈົດໝາຍໄດ້ ຣະບຸວ່າ ໂຄງການ ເຂື່ອນ ໄຊຍະບູຣີ ເປັນການ ລົງທຶນ ແລະ ການສນັບ ສນູນ ຂອງ ບໍຣິສັດ ແລະ ສະຖາບັນ ການເງິນ ໃນ ປະເທດໄທ. 1- ຖ້າຫາກວ່າ ອົງການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ບໍລົງນາມ ສັນຍາ ຊື້-ຂາຍ ໄຟຟ້າທີ່ ໄດ້ຮັບການ ອະນຸ ມັດ ຈາກ ຄະນະ ຣັຖບານ ຊຸດຜ່ານມາ ນັ້ນ ການສ້າງ ເຂື່ອນ ກໍຈະບໍ່ ເກີດຂຶ້ນ. 2-ຫາກ ທະນາຄານ ນໍາເຂົ້າ ແລະ ສົ່ງອອກ ແຫ່ງ ປະເທດ ໄທ ບໍ່ເປັນຜູ້ ຮັບປະກັນ ເງິນກູ້ ທະນາຄານ ພານິດ ຂອງ ປະເທດໄທ ອາດຈະບໍ່ ສນັບສນູນ ເງິນກູ້ ຢ່າງ ຄົບຖ້ວນ ເຖິງ 80,000 ລ້ານບາດ. 3. ຫາກ ບໍ່ມີການ ລົງທຶນ ຂອ ງບໍຣິສັດ ຣັດ ວິສາຫະກິດ ປຕທ ຈໍາກັດ ແລະ ບໍຣິສັດຜລິດ ໄຟຟ້າ ຈໍາກັດ EGGO ທີ່ ຖື ຫຸ້ນ 25%  ແລະ 12.5 ສ່ວນຮ້ອຍ ຕາມ ອັນດັບ ບໍຣິສັດ ຊ. ການຊ່າງ ຊຶ່ງເປັນ ບໍຣິສັດ ຮັບເໝົາ ການ ກໍ່ສ້າງ ເຂື່ອນ ໄຊຍະບູຣີ ກໍຈະບໍ່ ສາມາ ດໍາເນີນ ໂຄງການ ຂນາດ ໃຫ່ຽ ນີ້ໄດ້, ແລະວ່າ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ປະມານ 20 ລ້ານ ຄົນ ໃນພາກເໜືອ ແລະ ພາກ ຕະເວັນ ອອກ ສ່ຽງເໜືອ ກໍຈະບໍ່ ຖືກ ຄຸກຄາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.