ໄທ 8 ແຂວງຈະສົ່ງຟ້ອງອີກ


2013.03.05
F-Ithiphonh ທ່ານ ອິທທິພົລ ຄໍາສຸຂ ແກນນໍາຊາວບ້ານ ຕໍ່ຕ້ານການສ້າງເຂື່ອນ ໄຊຍະບູຣີ (filed photo)
RFA

ເຄືອຂ່າຍ ປະຊາຊົນ ໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ຈະສົ່ງຟ້ອງ ອົງການ ທີ່ກ່ຽວຂ້ອງ ກັບເຂື່ອນ ໄຊຍະບູຣີື ອີກຄັ້ງນຶ່ງ.

ທ່ານ ອິດທິພົນ ຄໍາສຸກ ຕົວແທນ ເຄືອຂ່າຍ ປະຊາຊົນ ໄທ 8 ແຂວງລຸ່ມ ແມ່ນໍ້າຂອງ ເປີດເຜີຍ ເຣື່ອງການ ເຄື່ອນໄຫວ ລ່າສຸດ ຂອງກຸ່ມ ວ່າປັດຈຸບັນ ທາງເຄືອຂ່າຍ ຈະຍື່ນຄໍາ ຟ້ອງຮ້ອງ ໃຫ້ສານປົກຄອງ ຂອງໄທ ພິຈາຣະນາ ຄະດີ ເຂື່ອນ ໄຊຍະບູຣີ ອີກຄັ້ງນຶ່ງ ຫລັງຈາກ ທີ່ການຍື່ນຟ້ອງ ຄັ້ງທໍາອິດ ສານປົກຄອງ ບໍ່ຮັບ ພິຈາຣະນາ:

"ທ່ານກ່າວວ່າ ວັນທີ 14 ມີນາ ຈະຈັດງານ ວັນຢຸດ ເຂື່ອນໂລກ ຂຶ້ນທີ່ຊຽງຄານ ຈະມີການ ອ່ານຖແລງການ ກ່ຽວກັບ ເຣື່ອງທີ່ລາວ ລະເມີດ ຂໍ້ຕົກລົງ ຄະນະ ກັມມາທິການ ແມ່ນໍ້າຂອງ MRC ແລະ ຄວນຈະດໍາເນີນ ການຮຽກຮ້ອງ ແລະ ຟ້ອງຮ້ອງ ທະນາຄານ ທີ່ມີສ່ວນ ກ່ຽວຂ້ອງ ນໍາ".

ທ່ານ ເວົ້າວ່າ ຈະມີການ ປະຊຸມກັນ ໃນທ້າຍ ສັປດານີ້ ຕື່ມອີກ ເພື່ອຫາຣືກັນ ກ່ຽວກັບການ ຟ້ອງຮ້ອງ ທະນາຄານ ທີ່ໃຫ້ທຶນ ສນັບສນູນ ໂຄງການ ກໍ່ສ້າງເຂື່ອນ ໄຊຍະບູຣີ ໂດຍຈະເລີ່ມ ຈາກທະນາຄານ ກຣຸງໄທ ເພາະ ເປັນ ທະນາຄານ ຂອງ ຣັຖບານໄທ. ຂະນະດຽວກັນ ກໍຈະຮວບຮວມ ຂໍ້ມູນຕື່ມ ເພື່ອຍື່ນຟ້ອງ ໃຫ້ຣັຖບານໄທ ຍົກເລີກສັນຍາ ຊື້ໄຟຟ້າ ຈາກ ໂຄງການເຂື່ອນ ໄຊຍະບູຣີ ນໍາດ້ວຍ.

ສໍາລັບ ງານຢຸດ ເຂື່ອນໂລກ ນັ້ນ ທ່ານເວົ້າວ່າ ຈະຈັດຂຶ້ນ ທີ່ເມືອງຊຽງຄານ ແຂວງເລີຍ ແຕ່ວັນທີ 14 ຫາ 16 ມີນານີ້ ເພາະເປັນ ແຂວງທໍາອິດ ຂອງໄທ ທີ່ຈະໄດ້ຮັບ ຜົນກະທົບ ຈາກການ ກໍ່ສ້າງເຂື່ອນ ໄຊຍະບູຣີ ແລະ ຈະມີການອ່ານ ຖແລງການ ເຖິງ ຣັຖບານລາວ ນໍາດ້ວຍ ພ້ອມທັງ ເຊີນຊວນໃຫ້ ພີ່ນ້ອງລາວ ກໍາພູຊາ ແລະ ວຽດນາມ ທີ່ບໍ່ເຫັນພ້ອມ ນໍາໂຄງການ ເຂື່ອນ ໄຊຍະບູຣີ ເຂົ້າຮ່ວມ ກິຈກັມນໍາ. ເຄື່ອຂ່າຍ ເວົ້າວ່າ ການເຄື່ອນໄຫວ ຄັດຄ້ານ ໂຄງການເຂື່ອນ ຂອງລາວ ທີ່ຈະສ້າງໃສ່ ແມ່ນໍ້າຂອງ ຕອນລຸ່ມ ເປັນແຫ່ງ ທໍາອິດນີ້ ຍັງດໍາເນີນ ໄປຢ່າງບໍ່ ຢຸດຢັ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.