ວັນຢຸດເຂື່ອນໂລກ 14 ມີນາ


2013.03.14
f-dam-day ວັນຢຸດ ເຂື່ອນ ໂລກ 14 ມິນາ
International Rivers

ໃນວັນຢຸດ ເຂື່ອນ ໂລກ 14 ມີນາ, ຊາວໄທ 8 ແຂວງ ລຸ່ມນໍ້າຂອງ ທ້ອນໂຮມ ເປີດການ ເສວະນາ ຣະດົມ ຕໍ່ຕ້ານ ການສ້າງເຂື່ອນ ໄຊຍະບຸຣີ, ໃນຫລາຍ ແຂວງ ຢູ່ໄທ.

ທ່ານ ອິດທິພົນ ຄໍາສຸຂ ຜູ້ຕາງໜ້າ ເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມ ແມ່ນໍ້າຂອງ ເປິດເຜີຍວ່າ ກຸ່ມຊາວໄທ ທີ່ ບໍ່ເຫັນພ້ອມ ນໍາການສ້າງ ເຂື່ືອນ ໄຊຍະບຸຣີ ໄດ້ພ້ອມໃຈກັນ ຣະດົມ ຈັດກິຈກັມ ໃນຫລາຍແຂວງ ຂອງໄທ ໃນມື້ນີ້ ວັນທີ 14 ມິນາ ໂດຍຈະມີການ ຈັດເວທີ ອະພິປາຍ ບັນຫາ ທີ່ ບາງກອກ, ແຂວງອຸບົນ, ແລະ ແຂວງເລີຍ ຈະມີ ນັກ ວິຊາການ ແລະ ຊາວບ້ານ ແຄມຂອງ ເຂົ້າຮ່ວມ:

“ ທ່ານວ່າ ວັນຢຸດ ເຂື່ອນໂລກ ທີ່ ຈຸລາລົງກອນ ມະຫາວິທຍາລັຍ ໃນ ບາງກອກ) ຈະມີເວທີ ເສວະນາ ອາພິປາຍ ເຣື້ອງ ເຂື່ອນ ໄຊຍະບຸຣີ ມີທີ່ ຊຽງຄານ ກໍມີກິຈກັມ ແລ້ວ ກໍອາດຈະມີ ເວທີ ອະພິປາຍ".

ທ່ານ ອິດທິພົນ ເວົ້າຕື່ມວ່າ ທີ່ ມະຫາວິທຍາລັຍ ຈຸລາລົງກອນ ໃນບາງກອກ ມີການ ອ່ານ ຖແລງການ ຂອງຜູ້ ບໍ່ເຫັນພ້ອມ ກັບການສ້າງ ເຂື່ອນ ໄຊຍະບຸຣີ ໃນກໍຣະນີ ຣັຖບານລາວ ຣະເມິດ ມະຕິ MRC ມຸ້ງໜ້າ ກໍ່ສ້າງ ເຂື່ອນແຫ່ງນີ້. ຂນະດຽວກັນ ຈະມີການ ປະຊຸມ ເຖິງເຣື້ອງ ການຍື່ນຟ້ອງ ຕໍ່ສານ ປົກຄອງ ຂອງໄທ ໃຫ້ ຣັຖບານໄທ ຍົກເລີກ ການຊື້ ໄຟຟ້າ ຈາກເຂື່ອນ ໄຊຍະບຸຣີ ອີກເທື່ອນຶ່ງ, ໂດຍຈະມີ ນັກວິຊາການ ແລະ ສະມາຊິກ ຣັຖສພາໄທ ຮ່ວມ ສົນທະນາ.
ໃນເວລາ ດຽວກັນ ຢູ່ແຂວງ ອຸບົນຣາຊທານີ ແລະ ແຂວງເລີຍ ພາກອິສານ ກໍມີ ກິຈກັມ ເບີດເວທີ ອະພິປາຍ ຄວາມຮູ້ ແລກປ່ຽນ ຄວາມຄິດ ຄວາມເຫັນ ຂອງຊາວບ້ານ ແລະ ນັກວິຊາການ ເຖີງຜົນ ກະທົບ ຂອງເຂື່ອນ ໄຊຍະບຸຣີ ທີ່ຈະມີ ຕໍ່ ປະຊາຊົນ ລຸ່ມ ແມ່ນໍ້າຂອງ ໂດຍຍົກເອົາ ບັນຫາ ເຂື່ອນຂອງຈີນ ມາເປັນ ຕົວຢ່າງ.

ທ່ານ ອິດທິພົນ ເວົ້າວ່າ ເຄືອຂ່າຍ ຈະເດີນໜ້າ ຄັດຄ້ານ ເຂື່ອນ ໄຊຍະບຸຣີ ຕໍ່ໄປເລື່ອຍໆ ເຖີງແມ່ນວ່າ ການຍື່ນຫນັງສື ເຖີງ ນາຍຍົກ ຣັຖມົນຕຣີໄທ, ຣັຖບານໄທ, ຣັຖບານລາວ ຈະບໍ່ສົນໃຈ ໃຫ້ຄວາມ ສຳຄັນ ຫຼື ດໍາເນີນ ການກວດສອບ ຈາກ ຜູ້ມີ ອໍານາດ ກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.