ໂຄງການພັທນາໃນແຂວງ ວຽງຈັນ

ອຸ່ນແກ້ວ ສຸກສະຫວັນ
2014.11.25
F-Vientiane2 ໃນຕົວເມືອງ ວຽງຈັນ ທີ່ເຕັມໄປດ້ວຍ ອາຄານຮ້ານຄ້າ ແລະຜູ້ຄົນ ທັງລາວ ແລະ ຊາວຕ່າງດ້າວ ທີ່ເຂົ້າມາ ທໍາມາຄ້າຂາຍ
RFA

 

ເຈົ້າໜ້າທີ່ ກະຊວງ ແຜນການ ແລະ ການລົງທຶນ ໄດ້ ເປີດເຜີຍ ວ່າ ໃນສົກປີ 2013-14 ແຂວງ ວຽງຈັນ ໄດ້ ອະນຸມັດ ໃຫ້ ບໍຣິ ສັດ ເອກຊົນ ເຂົ້າມາ ລົງທຶນ ໃນ ແຂວງ 39 ໂຄງການ. ແລະ ຄາດວ່າ ສົກປີ 2014-15 ຈະມີການ ອະນຸມັດ ຕື່ມອີກ ຫລາຍ ໂຄງການ ໂດຍສະເພາະ ໂຄງການ ເຂື່ອນ ໄຟຟ້າ. ດັ່ງ ທ່ານກ່າວ ວ່າ:

"ທາງດ້ານ ປະເພດນີ້ ມັນຍັງ 10 ປາຍ ເຂື່ອນ ພຸ້ນເດ້ ເຂື່ອນ ຂນາດນ້ອຍ ຢູ່ແຂວງ ເຮົານີ້ນ່າ ພາຍຫລັງ ທີ່ແຍກໄປ ໃຫ້ ແຂວງ ໄຊຍະບູລີ".

ໃນນັ້ນ ໂຄງການ ສ່ວນຫລາຍ ແມ່ນ ການສຶກສາ ສຳຣວດ ແລະ ຂຸດຄົ້ນ ບໍ່ແຮ່ ການ ທ່ອງທ່ຽວ ແລະ ໂຄງການ ເຂືີ່ອນ ໄຟຟ້າ.

ສະເພາະ ໂຄງການ ເຂື່ອນ ໄຟຟ້າ ນັ້ນ ແຂວງ ວຽງຈັນ ໄດ້ເຊັນ ບົດບັນທຶກ ຄວາມ ເຂົ້າໃຈ ເພື່ອ ສຶກສາ ສຳຣວດ ເຂື່ອນ ຂນາດ 15 ເມັກກະວັດ 3 ໂຄງການ ຄື ເຂື່ອນ ນ້ຳເຟືອງ ຕອນລຸ່ມ, ເຂື່ອນ ນ້ຳແກ່ນ ແລະ ເຂື່ອນ ນ້ຳໄຜ່.

ເຈົ້າໜ້າທີ່ ແຂວງ ກ່າວອີກວ່າ ຫລາຍ ໂຄງການ ທີ່ ເຄີຍຢູ່ ໃນ ຄວາມ ຮັບຜິດຊອບ ຂອງ ແຂວງ ວຽງຈັນ ປັດຈຸບັນ ຖືກໂອນຍ້າຍ ໄປ ແຂວງ ໄຊສົມບູນ ດັ່ງນັ້ນ ແຂວງ ວຽງຈັນ ຈຶ່ງ ມີເປົ້າໝາຍ ຈະ ດຳເນີນ ໂຄງການ ຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.