ໂຄງການເຂື່ອນ ນໍ້າເທີນ4

ທິວທັສ ນໍ້າເທີນ ແຂວງ ບໍຣິຄໍາໄຊ
ທິວທັສ ນໍ້າເທີນ ແຂວງ ບໍຣິຄໍາໄຊ (Panoramio)

0:00 / 0:00

ໂຄງການ ສ້າງ ເຂື່ອນ ນໍ້າເທີນ4 ແຂວງ ບໍຣິຄໍາໄຊ ເລີ່ມ ສຶກສາ ສໍາຫຣວດ ແລ້ວ.

ໂຄງການ ສ້າງ ເຂື່ອນ ໄຟຟ້າ ນໍ້າເທີນ4 ທີ່ ເມືອງ ໄຊຈໍາພອນ ແຂວງ ບໍຣິຄໍາໄຊ ເລີ່ມ ສຶກສາ ສໍາຫຣວດ ຄວາມ ເປັນໄປໄດ້ ໃນ ການກໍ່ສ້າງ ແລ້ວ ຫລັງຈາກ ມີການ ລົງນາມ ໃນ ບົດບັນທຶກ ຄວາມເຂົ້າໃຈ ຫລື MOU ຣະຫວ່າງ ຣັຖບາລລາວ ແລະ ບໍຣິສັດ ເອສເອສພີທີ ໃນ ວັນທີ 26 ມິຖຸນາ 2013. ຕາມ ການເປີດຜີຍ ຂອງ ເຈົ້າໜ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່:

"ຕົວສໍາຫຣວດ ນີ້ແມ່ນ ນັບແຕ່ມື້ ທີ່ ເຊັນ MOU ໄປ ແມ່ນເພິ່ນ ສິ ເລີ່ມລົງມື ສໍາຫຣວດ ສຶກສາ ຄວາມເປັນໄປໄດ້ ແລ້ວ ກໍສຶກສາ ບົດວິພາກ ເສຖກິດ ລະອຽດ ອອກມາເນາະ ມັນຈຶ່ງ ສິຮູ້ວ່າ ຕົວເປັນ 80 ກວ່າແມັຕ ແຕ່ ທີ່ຮູ້ແນ່ໆ ນັ້ນບ່ອນ ກໍ່ສ້າງ ໂຄງການ ມີບ້ານ 1".

ທ່ານ ເວົ້າຕື່ມວ່າ ເຂື່ອນ ນໍ້າເທີນ4 ແຫ່ງນີ້ ຕັ້ງຢູ່ ຫ່າງຈາກ ເທສບານ ເມືອງ ໄຊຈໍາພອນ ທາງພາກເໜືອ ປະມານ 6 ກິໂລແມັດ. ບໍຣິສັດ ເອສເອສພີທີ ອອກແບບ ກໍ່ສ້າງ ເຄຫາ ຈໍາກັດ ເປັນຜູ້ ຮັບຜິດຊອບ ໂຄງການ. ການສຶກສາ ສໍາຫຣວດ ຈະ ໃຊ້ເວລາ 18 ເດືອນ ແລະ ຄາດວ່າ ຈະສາມາດ ຜລິດ ກະແສ ໄຟຟ້າໄດ້ 80 MW.

ສໍາລັບ ເຣື່ອງ ການໂຍກຍ້າຍ ປະຊາຊົນ ໃນເຂຕນັ້ນ ເຈົ້າໜ້າທີ່ ບອກວ່າ ອາຈຕ້ອງມີ ແຕ່ ຍັງບໍ່ຮູ້ວ່າ ຈະມີ ຈໍານວນ ເທົ່າໃດແທ້ ຕ້ອງລໍຖ້າ ຜົນຂອງການ ສຶກສາ ສໍາຫຣວດ ກ່ອນ. ແຕ່ ທີ່ຮູ້ແທ້ ແມ່ນຕ້ອງໄດ້ ຍ້າຍ ໝູ່ບ້ານນຶ່ງ ຢ່າງໜ້ອຍ.