ເຂື່ອນເຊປຽນເຊນໍ້ານ້ອຍຈະເລີ້ມ ກໍ່ສ້າງແລ້ວ
2013.09.05

ເເຜນການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ແຂວງຈໍາປາສັກ ແລະອັດຕະປືທີ່ຄາດວ່າ ຈະມີຜົນກະທົບຕໍ່ປະຊາຊົນນັ້ນ ຈະໄດ້ເລີ້ມ ກໍ່ສ້າງໃນທ້າຍເດືອນກັນຍານີ້ ພາຍຫລັງໄດ້ ກະກຽມວຽກງານກໍ່ສ້າງ ມາແລ້ວ ດັ່ງນັກວິຊາການ ທ່່ານນຶ່ງເວົ້າວ່າ:
"ເຂົາກໍກະກຽມພັທນາ ໂຄງລ່າງ ຜ່ານມາເຂົາເຮັດແລ້ວສໍາເຣັດໝົດແລ້ວການສ້າງທາງຫລືວ່າການສ້າງສາຍ ສົ່ງໄຟຟ້າ 22Kv ອະນາມັຍ ພື້ນທີ່ຣະເບີດເຂົາເຮັດ ແລ້ວໝົດແລ້ວ ຖ້າແຕ່ແມ່ construction ນີ້ຄືສິແມ່ນ ໃນທ້າຍເດືອນນີ້".
ທ່ານເວົ້າຕື່ມອີກວ່າ ໂຄງການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ເປັນໂຄງການຂນາດໃຫຍ່ ສົມຄວນ, ຈະໃຊ້ງົບປະມານ ກໍ່ສ້າງ 500 ລ້ານໂດລາ ສະຫະຣັຖ ຈະມີກໍາລັງການຜລິດ 372MW. ໂຄງການນີ້ບໍຣິສັດພລັງງານເຊປຽນ-ເຊນໍ້ານ້ອຍຈະເປັນຜູ້ກໍ່ສ້າງ ຄາດວ່າຈະສ້າງໃຫ້ແລ້ວໃນປີ 2018. ບໍຣິສັດເອກກະຊົນເກົາຫລີ 2 ບໍຣິສັດຖືຮຸ້ນສ່ວນ 51% ບໍຣິສັດຣັດວິສາຫະກິດໄຟຟ້າລາວ 24% ແລະບໍຣິສັດໄຟຟ້າ ຣາຊບູຣີ ຂອງ ໄທຍ໌ 25%.
ນັກວິຊາການຄາດວ່າ ຜົນກະທົບ ທີ່ຈະໄດ້ຮັບຈາກເຂື່ອນນີ້ ຄືນໍ້າຈະຖ້ວມ ພື້ນທີ່ສ່ວນນຶ່ງ ໃນເຂດ ແຂວງຈໍາປາສັກ ແລະຈະໄດ້ໂຍກຍ້າຍ ປະຊາຊົນອອກ. ສ່ວນຢູ່ແຂວງ ອັດຕະປື ຈະມີການເວນຄືນ ທີ່ດິນ ທີ່ສາຍສົ່ງໄຟຟ້າ ຜ່ານແລະສ້າງ ບ່ອນເກັບໄຟ. ນັກສິ່ງແວດລ້ອມ ຂອງ ອົງການແມ່ນໍ້າສາກົນ ເຄີຍໄດ້ເວົ້າເຖິງຜົນກະທົບ ທີ່ຄາດວ່າຈະເກີດຈາກ ເຂື່ອນນີ້ວ່າ ສິ່ງທີ່ໜ້າເປັນຫ່ວງ ທີ່ສຸດຄື ວິຖີຊີວິດດັ້ງເດີມ ອາຊີບ ຫາປາ, ປູກເຂົ້າ ຈະຕ້ອງມີການ ປ່ຽນແປງ ຍ້ອນຣະດັບນໍ້າ ທີ່ຜິດປົກກະຕິ ແລະ ຄວາມຫລາກຫລາຍ ຂອງຣະບົບນິເວດ ໃນແມ່ນໍ້າ ອາຈ ຖືກທໍາລາຍ.