ເຊກະໝານ1 ຂາດງົປ ຊົດເຊີຍຊາວບ້ານ


2013.07.17
F-xekaman-river ຊາວບ້ານ ໃນເຂດ ສາຍນໍ້າ ເຊກະໝານ
manager-online

 

ໂຄງການ ເຂື່ອນ ເຊກະໝານ1 ຍັງຂາດ ງົບປະມານ ທີ່ ຈະຊົດເຊີຍ ຄວາມເສັຍຫາຍ ໃຫ້ ປະຊາຊົນ ໄດ້ ຕາມແຜນການ.

ຫລັງຈາກ ມີຂ່າວວ່າ ເຈົ້າຂອງ ໂຄງການ ເຂື່ອນ ເຊກະໝານ1 ຍັງບໍ່ໄດ້ ຈ່າຍ ຄ່າຊົດເຊີຍ ຄວາມເສັຍຫາຍ ໃຫ້ຊາວບ້ານ ນັ້ນ ທາງ ເອເຊັຍເສຣີ ກໍໄດ້ ຖາມໄປຍັງ ຜແນກ ທີ່ກ່ຽວຂ້ອງ ກັບ ວຽກງານ ການໂຍກຍ້າຍ ປະຊາຊົນ ແລະ ທ່ານ ຜູ້ບໍ່ປະສົງ ອອກຊື່ ຕອບວ່າ ບັນຫາ ດັ່ງກ່າວ ເກີດຂຶ້ນ ຍ້ອນໂຄງການ ຂາດແຄນ ງົບປະມານ:

"ສໍາລັບວຽກ ໂຍກຍ້າຍ ປະຊາຊົນ ເນາະ ໂຄງການ ສ້າງ ເຂື່ອນ ເຊກະໝານ1 ຕອນນີ້ຍັງ ບໍ່ທັນໄດ້ ຈັດຕັ້ງ ປະຕິບັດ ເພາະວ່າ ສໍາລັບ ງົບປະມານ ຜູ້ພັທນາ ໂຄງການ ກໍຍັງພົບ ຄວາມຫຍຸ້ງຍາກ ຢູ່ ແຕ່ວ່າ ພວກເຮົາ ກໍພົບຄວາມ ຫຍຸ້ງຍາກ ໃນການ ລົງໄປເອົາ ຂໍ້ມູນ".

ທ່ານເວົ້າ ຕໍ່ໄປວ່າ ປັດຈຸບັນ ວຽກງານ ກໍ່ສ້າງເຂື່ອນ ກໍດໍາເນີນໄປ ແຕ່ ວຽກງານ ສ້າງບ້ານ ຈັດສັນ ແລະ ການຊົດເຊີຍ ຍັງບໍ່ຄືບໜ້າ ຊາວບ້ານ ໄດ້ຮັບ ຜົນກະທົບ ເຣື້ອງ ຫາຢູ່ ຫາກິນ ຍາກຂຶ້ນ ການໂຍກຍ້າຍ ກໍຍັງ ບໍ່ເປັນ ທາງການ ປະຊາຊົນ ໂຍກຍ້າຍ ໄປ ກໍຍັງ ບໍ່ທັນແມ່ນ ຢູ່ເຂດທີ່ ເປັນບ້ານ ຈັດສັນ.

ມີ 5 ບ້ານ ໄດ້ຮັບ ຜົນກະທົບ ຄືບ້ານ ຫິນດໍາ ດອນແຄນ ສຸກສະຫວ່າງ ຕັງເກ້ ແລະບ້ານ ດັກບູ. ປະຊາຊົນ ທີ່ຢູ່ທາງ ລຸ່ມເຂື່ອນ ເຄີຍໄດ້ ຮຽກຮ້ອງ ໃຫ້ແກ້ໄຂ ເຣື້ອງນໍ້າເສັຽ ມາແລ້ວ ຍ້ອນວ່າ ຫລັງຈາກ ມີການ ກໍ່ສ້າງເຂື່ອນ ນີ້ ແລ້ວ ນໍ້າທີ່ໄຫລ ລົງໄປ ໄດ້ປ່ຽນເປັນ ສີ ແດງ ແລະ ນໍ້າກໍຂູ່ນ ເຮັດໃຫ້ ຊາວບ້ານ ບໍ່ສາມາດ ນໍາມາດື່ມ ແລະ ໃຊ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.