ຊາວບ້ານໂຍກຍ້າຍ ຈາກເຂດເຂື່ອນນໍ້າອູ
2013.05.30

ການໂຍກຍ້າຍ ຊາວບ້ານ ອອກຈາກ ໂຄງການ ກໍ່ສ້າງ ເຂື່ອນ ນໍ້າອູ 5 ແລະ 6 ມີຄວາມຄືບໜ້າ ຫລາຍ ເຖິງແມ່ນວ່າ ຈະມີ ອຸປສັກ.
ປັຈຈຸບັນ ໂຄງການ ກໍ່ສ້າງ ເຂື່ອນນ້ຳອູ 5 ແລະ 6 ໃນແຂວງ ຜົ້ງສາລີ ກຳລັງເລັ່ງ ໂຍກຍ້າຍ ຊາວບ້ານ ອອກຈາກພື້ນທີ່, ຮວມທັງ ການສ້າງ ບ້ານຈັດສັນ ໃຫ້ຊາວບ້ານໃໝ່ ໂດຍຄາດວ່າ ຈະສໍາເລັດ ບາງສ່ວນ ພາຍໃນ ເດືອນ ມິຖຸນາ ນີ້. ເຖິງຢ່າງໃດ ກໍຕາມ, ຍັງມີຊາວບ້ານ ຈຳນວນນຶ່ງ ທີ່ບໍ່ຢາກ ຍ້າຍອອກ ຈາກພື້ນທີ່ ດັ່ງກ່າວ. ເຈົ້າໜ້າທີ່ ຮັບຜິດຊອບ ໂຄງການ ກ່າວວ່າ:
“ບັນດາ ເຂື່ອນ ໄຟຟ້າຫັ້ນ ການພັທນາ ມີໂຮງຮຽນ ແລ້ວບາງບ້ານ ມີນ້ຳໃຊ້ ແບບນ້ຳລິນ ເຂົ້າມາຮອດເຮືອນ ຕົວນີ້ ຫັ໋ນນະ ກໍດີຂຶ້ນ ກໍຫລາຍ ແຕ່ວ່າ ລົງທຶນໄຟຟ້າ ຂອງ ຕ່າງປະເທດຫັ໋ນ ດຽວນີ້ ກຳລັງ ດຳເນີນການ ກໍມີຄວາມ ຫຍຸ້ງຍາກ ຫລາຍ.”
ທ່ານ ກ່າວຕື່ມວ່າ ກະຊວງ ພະລັງງານ ແລະ ບໍ່ແຮ່ ຫາກໍ່ໄດ້ ປະຊຸມຮ່ວມກັນ ກັບ ບໍຣິສັດ ຊີໂນ-ໄຮ໋ໂດຣ ຂອງຈີນ ຊຶ່ງເປັນ ຜູ້ດໍາເນີນ ການກໍ່ສ້າງ ໂຄງການນີ້ ເມື່ອວັນທີ 22 ພຶສພາ ປີ 2013 ຜ່ານມາ. 2 ຝ່າຍ ໄດ້ວາງແຜນ ວຽກງານ ວ່າ ໂຄງການ ເຂື່ອນ ນ້ຳອູ 5 ນັ້ນ ຈະຕ້ອງສ້າງ ບ້ານ ໃຫ້ຊາວບ້ານ ໃຫ້ແລ້ວ ພາຍໃນ ເດືອນ ມິຖຸນາ ນີ້ ແລະ ຕ້ອງໂຍກຍ້າຍ ພວກຂະເຈົ້າ ອອກຈາກພື້ນທີ່ ໃຫ້ສຳເລັດ ພາຍໃນ ທ້າຍປີນີ້. ໃນຂະນະ ດຽວກັນ, ໂຄງການ ເຂື່ອນ ນ້ຳອູ 6 ກຳນົດໂຍກຍ້າຍ ຊາວບ້ານ ໃຫ້ສຳເລັດ ໃນທ້າຍເດືອນນີ້ ແລະ ຈະໄດ້ສືບຕໍ່ ຈັດສັນ ເນື້ອທີ່ ປູກຝັງ ໃຫ້ຊາວບ້ານ ໃນຕໍ່ໜ້າ.
ສໍາລັບ ຕົວເລກ ການໂຍກຍ້າຍ ເຂື່ອນນ້ຳອູ 5 ຄາດວ່າ ຈະສົ່ງ ຜົລກະທົບ ຕໍ່ຊາວບ້ານ 371 ຫລັງຄາ ພາຍໃນ 15 ໝູ່ບ້ານ ໃນ 2 ເມືອງ ຄື ເມືອງ ຜົ້ງສາລີ ແລະ ເມືອງສັມພັນ. ສ່ວນ ເຂື່ອນນ້ຳອູ 6 ຈະສົ່ງ ຜົລກະທົບ ຕໍ່ຊາວບ້ານ 188 ຫລັງຄາເນືອນ ໃນ 4 ໝູ່ບ້ານ.
ເຈົ້າໜ້າທີ່ ກ່າວຕື່ມວ່າ ເຖິງແມ່ນວ່າ ຊາວບ້ານ ບາງສ່ວນ ບໍ່ຢາກຍ້າຍ ເນື່ອງຈາວ່າ ຢາກຢູ່ ພື້ນທີ່ເດີມ ແລະ ບໍ່ຕ້ອງການ ຊອກຫາ ບ່ອນທຳມາ ຫາກິນໃໝ່, ແຕ່ໂຄງການ ຈຳເປັນຕ້ອງ ໂຍກຍ້າຍ ໂດຍຈະຈັດສັນ ສິ່ງຂອງ ອຳນວຍ ຄວາມສະດວກ ໃຫ້ ເປັນຕົ້ນແມ່ນ ໄຟຟ້າ, ໂຮງຮຽນ, ສຸຂສາລາ ແລະ ຣະບົບ ນ້ຳລິນ ເປັນການຊົດເຊີຍ.