ໂຄງການເຂື່ອນນໍ້າທາ1
2016.02.03
ເຈົ້າຫນ້າທີ່ ພລັງງານ ແລະ ບໍ່ແຮ່ ຈາກ ແຂວງ ຫຼວງນ້ຳທາ ກ່າວວ່າ ປັດຈຸບັນ ໂຄງການ ກໍ່ສ້າງ ເຂຶ່ອນ ໄຟຟ້າ ນ້ຳທາ1 ກຳລັງ ໂຍກ -ຍ້າຍ ປະຊາຊົນ ຜູ້ທີ່ ຈະໄດ້ຮັບ ຜົລກະທົບ ອອກຈາກ ພື້ນທີ່ ສ້າງ ເຂື່ອນ ໄປຢູ່ ບ້ານຈັດສັນ ໃຫມ່ ທີ່ ທາງການ ຄາດວ່າ ຈະສ້າງ ໃຫ້ ສຳເຣັດ ໃນປີ 2017 ຊຶ່ງ ໃນເວລານີ້ ກຳລັງສະສາງ ພື້ນທີ່ ໃຫ້ ປະຊາຊົນ ຢູ່ຊົ່ວຄາວ. ດັ່ງ ທ່ານກ່າວ ຕໍ່ ເອເຊັຽ ເສຣີ ໃນວັນທີ 2 ກຸມພາ ນີ້ວ່າ:
"ດຽວນີ້ ກຳລັງ ຈັດສັນ ປະຊາຊົນ ອອກພື້ນທີ່ ກໍ ຢູ່ເມືອງເດີມ ແຕ່ວ່າຍົກຂຶ້ນ ອອກຈາກ ຣະດັບ ນ້ຳຖ້ວມ ກຳລັງ ໂຍກຍ້າຍ ຈັດພື້ນທີ່ ເຄຣັຽພື້ນທີ່ ທີ່ຈະໄປ ທີ່ໃຫມ່ ຍັງບໍ່ເສັດ ກຳລັງຈັດສັນ ຈັດຜັງ ເປັນຜັງບ້ານ ຜັງທີ່ ຈະປຸກເຮືອນ ຢູ່".
ເຂື່ອນນ້ຳທາ1 ຈະສົ່ງ ຜົລກະທົບ ຕໍ່ ປະຊາຊົນ ໃນເຂດ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ແລະ ເມືອງນາແລ ແຂວງ ຫຼວງນ້ຳທາ ໂດຍຮວມ ປະມານ 8 ພັນຄົນ ທີ່ ເມືອງນາແລ ມີ 27 ບ້ານ ໄດ້ຮັບ ຜົລກະທົບ. ເຂື່ອນ ດັ່ງກ່າວ ຈະສ້າງໃສ່ ນ້ຳທາ ຢູ່ ຣະຫວ່າງ ແຂວງບໍ່ແກ້ວ ກັບ ແຂວງ ຫຼວງນ້ຳທາ ໄດ້ເລີ້ມ ກັ້ນນ້ຳ ເພື່ອການ ກໍ່ສ້າງແລ້ວ ຫລັງຈາກ ວາງສີລາເລີກ ໃນ ເດືອນພຶສຈີກາ ປີ ກາຍ. ທ່ານກ່າວ ເພີ້ມວ່າ:
"ວາງສີລາເລີກ ໃນເດືອນ 11 ປີ 2015 ຜ່ານມາ ສຳລັບ ວຽກກໍ່ສ້າງ ວຽກທີ່ດິນ ກຳລັງ ອວ່າຍນໍ້າ".
ເຂື່ອນນ້ຳທາ1 ຖ້າສ້າງແລ້ວ ຈະສາມາດ ຜລິດໄຟຟ້າ ໄດ້ 168 ເມກາວັດ ລົງທຶນສ້າງ ໂດຍ ຣັດວິສາຫາກິດ ໄຟຟ້າລາວ 25% ສ່ວນເຫລືອ 75% ແມ່ນ ບໍຣິສັດ ສາຍສົ່ງ ໄຟຟ້າ ພາກໃຕ້ ຂອງຈີນ ຫລື China Southern Grid International ຄາດວ່າ ຈະ ສ້າງສຳເຣັດ ໃນປີ 2018. ທາງການລາວ ຫວັງວ່າ ໂຄງການ ເຂື່ອນນ້ຳທາ1 ຈະ ຊ່ອຍຊຸກຍູ້ ເສຖກິດ ທີ່ ແຂວງບໍ່ແກ້ວ ແລະ ຫຼວງນ້ຳທາ ໃຫ້ດີຂຶ້ນ.