ຊາວບ້ານ ໃນເຂດ ໂຄງການ ຈະ ສ້າງເຂື່ອນ ປາກລາຍ ໃນແຂວງ ໄຊຍະບູຣີ ເວົ້າວ່າ ຫລັງຈາກ ຮູ້ຂ່າວ ວ່າຈະມີ ການ ສ້າງເຂື່ອນ ປາກລາຍ ໃນເຂດ ບ້ານ ຂອງ ພວກຂະເຈົ້າ ຫລາຍຄົນ ກໍມີຄວາມ ກັງວົນ ນໍາເຣື້ອງ ໂຍກຍ້າຍ ຢ້ານວ່າ ຈະສູນເສັຽ ວິຖິຊິວິດ ແລະ ອາຊີບ ທີ່ ພວກຕົນ ມີຢູ່ໃນ ປັດຈຸບັນ ຈື່ງ ຢາກໃຫ້ ທາງການ ຫລື ໂຄງການ ກໍ່ສ້າງ ເປີດເຜີຍ ຂໍ້ມູນ ເພີ້ມຕື່ມ ເພື່ອ ຈະໄດ້ ເຂົ້າໃຈ ຫລາຍຂື້ນ. ດັ່ງ ທ່ານ ເວົ້າວ່າ:
"ສ່ວນຫລາຍ ປະຊາຊົນ ຢູ່ໃນເຂດ ເຮົາ ກໍຖືວ່າ ອາຊິບ ຫັ້ນແຫລະ ແມ່ນປູກຝັງ ລ້ຽງສັດ ເນາະ ປູກພືດ ອຸດສາຫະກັມ ເປັນ ສິນຄ້າ ປູກພືດ ຫມູນວຽນ ຫມາກເດືອ ສາລີເນາະ ບາງ ຈຳນວນ ກໍປູກໄມ້ ສັກ ປູກ ຢາງພາລາ ຫາປາ ນີ້ກໍມີ ຈຳນວນ ກໍຖືວ່າ ອັນນີ້ແຫຼະ ຊາວບ້ານ ເຮົາກໍມີ ຄວາມ ຄອງຄອຍ ຢາກຮູ້ ລາຍລະອຽດ ວ່າ ຢ້ານວ່າ ມີຜົລກະທົບ ທາງກົງ".
ທ່ານເວົ້າ ຕື່ມວ່າ ຊາວບ້ານ ຮູ້ວ່າຈະມີ ການ ສ້າງເຂື່ອນ ປາກລາຍ ເມື່ອບໍ່ດົນ ມານີ້ ຫລື ປະມານ 2 - 3 ເດືອນ ຜ່ານມາ ເທົ່ານັ້ນ ແລະ ຍັງບໍ່ມີ ຄວາມເຂົ້າໃຈ ກ່ຽວກັບ ເຂື່ອນ ປາກລາຍ ນີ້ ພໍເທົ່າໃດ ຮູ້ແຕ່ວ່າ ພວກຂະເຈົ້າ ຈະຖືກ ໂຍກຍ້າຍ. ຫລາຍຄົນ ກໍບໍ່ຢາກ ໂຍກຍ້າຍ ເຖິງແມ່ນວ່າ ທາງການ ຈະບອກວ່າ ຈະມີການ ໂຍກຍ້າຍ ຢ່າງ ແທ້ຈິງ ແຕ່ກໍຍັງ ບໍ່ຮູ້ວ່າ ຈະຍ້າຍ ໄປ ຢູ່ໃສ ມີນ້ຳ ມີໄຟ ສະດວກ ສະບາຍ ຫລືບໍ ເທົ່າເຖິງ ປັດຈຸບັນ ທາງການ ກໍຍັງ ບໍ່ໄດ້ບອກ ຣາຍຣະອຽດ ເທື່ອ ຊາວບ້ານ ຫລາຍຄົນ ຈຶ່ງ ເປັນຫວ່ງ.
ເຂື່ອນ ປາກລາຍ ຈະສ້າງໃສ່ ນ້ຳຂອງ ໃນເຂດບ້ານ ຝາລຽບ ເມືອງ ປາກລາຍ ແຂວງ ໄຊຍະບູຣີ ຄາດວ່າ ຈະມີ ກຳລັງ ຜລິດກະແສ ໄຟຟ້າ ປະມານ 770 ເມກາວັດ ງົບປະມານ ໃນການ ກໍ່ສ້າງ 1.8 ຕື້ ໂດລາ ໃນຣະຍະ ການ ສຳປະທານ 30 ປີ. ການປະເມີນ ຜົລກະທົບ ເບື້ອງຕົ້ນ ຈາກ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສີ່ງແວດລ້ອມ ຄາດວ່າ ຈະມີ ການ ໂຍກຍ້າຍ ປະຊາຊົນ ໃນ 2 ເມືອງ ຄືເມືອງ ປາກລາຍ ແຂວງ ໄຊຍະບູຣີ ແລະ ເມືອງແມດ ແຂວງ ວຽງຈັນ.
ເຂື່ອນ ຈະສົ່ງ ຜົລກະທົບ ຕໍ່ ປະຊາຊົນ ໃນ 7 ບ້ານ 800 ຄອບຄົວ ປະມານ 3500 ຄົນ ຈະຖືກ ໂຍກຍ້າຍ. ເນື້ອທີ່ ປູກຝັງກວ່າ 10 ພັນ ເຮັກຕາ ຈະຖືກ ນ້ຳຖ້ວມ ຄາດວ່າ ການກໍ່ສ້າງ ຈະບໍ່ເກີນ ປີ 2020.