ເຂື່ອນປາກແບງຈະກະທົບແຕ່ ບາງ ຄອບຄົວ

ສິດນີ
2016.03.30
f-pakbeng ເສັ້ນທາງຫລວງ ເລຂ 2 ໃນເຂດ ເມືອງປາກແບງ ແຂວງອຸດົມໄຊ
Mek/fb

ເຈົ້າຫນ້າທີ່ ພລັງງານ ແລະ ບໍ່ແຮ່ ແຂວງ ອຸດົມໄຊ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ວ່າ ໂຄງການ ເຂື່ອນນ້ຳຂອງ ປາກແບງ ທີ່ ແຂວງ ອຸດົມໄຊ ຈະສົ່ງ ຜົລກະທົບ ຕໍ່ ປະຊາຊົນ ທ້ອງຖິ່ນ ແຕ່ພຽງບາງ ຄອບຄົວ ໃນບາງບ້ານ ທີ່ ແຂວງ ໄຊຍະບູຣີ ອຸດົມໄຊ ແລະ ບໍ່ແກ້ວ ແຕ່ ຈະບໍ່ມີ ການໂຍກຍ້າຍ ປະຊາຊົນ ທັງຫມູ່ບ້ານ ໄປຢູ່ບ່ອນໃຫມ່ ມີພຽງແຕ່ ບາງຄອບຄົວ ເທົ່ານັ້ນ ທີ່ຈະຖືກ ນ້ຳຖ້ວມ, ເພາະວ່າເປັນ ເຂື່ອນ ນ້ຳລົ້ນ ບໍ່ມີການ ກັກນ້ຳໄວ້ ທີ່ ຈະເຮັດໃຫ້ ນ້ຳຖ້ວມ ໃນ ຫຼາຍພື້ນທີ່. ດັ່ງ ທ່ານກ່າວຕໍ່ ເອເຊັຽເສຣີ ໃນ ມື້ວັນທີ 29 ມິນາ ນີ້ວ່າ:

"ຜົລກະທົບ ແທ້ປະມານ 7 ບ້ານ ໃນ 3 ເມືອງ ນີ້ນະ ແຕ່ແມ່ນວ່າ ມັນຊິບໍ່ຍ້າຍ ອອກເມິດ ມີແຕ່ຍັບຍ້າຍ ຂຶ້ນເທິງ ຫນ້ອຍນຶ່ງ ບາງ ຄອບຄົວ ຊື່ໆນະ ຍັງບໍ່ທັນ ໂຍກຍ້າຍເທື່ອ ເພາະຍັງ ບໍ່ໄດ້ຮັບ ອະນຸຍາດ ການກໍ່ສ້າງ ຄັນເມື່ອໄດ້ຮັບ ອະນຸຍາດ ແລ້ວ ກໍຕ້ອງໄປ ສຳຣວດ ຂໍ້ມູນຄືນເມິດ ເກັບກຳ ຂໍ້ມູນ ຄືນເມິດ ວ່າຍ້າຍຈັກ ຄອບຄົວ ຈາກບ່ອນຕ່ຳ ໃຫ້ ຫາບ່ອນສູງ".

ປັດຈຸບັນ ໂຄງການ ເຂຶ່ອນ ປາກແບງ ຍັງຢູ່ໃນຂັ້ນຕອນ ການ ພິຈາຣະນາ ຮັບຮອງ ບົດສຳຣວດ ແລະ ອອກແບບ ຈາກທາງການ ຣັຖບານ ໃນການ ສຳຣວດ ຜົລກະທົບ ຕໍ່ ສີ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະ ທີ່ ຝັ່ງລາວ ແຕ່ຍັງບໍ່ໄດ້ ສຳຣວດ ຜົລກະທົບ ຂ້າມແດນ ເທື່ອ ໃນຂນະທີ່ ພາກ ປະຊາຊົນ ແຄມຂອງ ຝັ່ງໄທ ໄດ້ຮຽກຮ້ອງ ໃຫ້ ທາງການລາວ ສຶກສາ ຜົລກະທົບ ຂ້າມແດນກ່ອນ ແລະ ໃຫ້ຮັບຟັງ ຄຳຮຽກຮ້ອງ ຂອງ ປະຊາຊົນ ຈາກ 4 ປະເທດ ລຸ່ມ ແມ່ນ້ຳຂອງ ຍ້ອນວ່າ ແມ່ນ້ຳຂອງ ເປັນ ແມ່ນ້ຳ ນານາຊາດ.

ໂຄງການ ເຂື່ອນ ປາກແບງ ຈະສ້າງໃສ່ ແມ່ນ້ຳຂອງ ເຂດ ເມືອງປາກແບງ ແຂວງ ອຸດົມໄຊ ມີກຳລັງ ຜລິດໄຟຟ້າ 912 ເມກາວັດ. ບໍຣິສັດ ຕ້າຖັງ International ຂອງຈີນ ຈະເປັນຜູ້ສ້າງ ແລະ ໄດ້ລົງນາມ ບົດບັນທຶກ ຄວາມເຂົ້າໃຈ ກັບ ຣັຖບານລາວ ໃນປີ 2007 ໃນມູນຄ່າ ການກໍ່ສ້າງ 1,880 ລ້ານ ໂດລາ ສະຫະຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.