ຈົດໝາຍເປີດຊອງຈາກ ກຸ່ມຮັກ ນໍ້າຂອງ
2013.11.08

ຈົດໝາຍເປີດຊອງ ທີ່ກຸ່ມອານຸຮັກ ແມ່ນໍ້າຂອງ “Save the Mekong” ໄດ້ຮຽກຮ້ອງເຖິງຜູ້ນໍາໃນພູມີພາຄ ໃຫ້ຢຸດໂຄງການສ້າງເຂື່ອນດອນ ສະຫົງ ຊຶ່ງໜັງສືພິມ The Nation ນໍາມາຣາຍງານ ໃນວັນທີ່ 8 ພຶສຈິກາ ນີ້ ມີໃຈຄວາມສໍາຄັນວ່າ “ພວກເຮົາ ກຸ່ມອານຸຮັກແມ່ນໍ້າຂອງ ມີ ຄວາມຢ້ານກົວ ຕໍ່ໂຄງການສ້າງ ເຂື່ອນດອນສະຫົງ ຂອງຣັຖບານລາວ ຢູ່ໂຕໃຈກາງນໍ້າຕົກຄອນພະເພັງ ຊຶ່ງພວກເຮົາຖືວ່າ ມີຄວາມສໍາຄັນ ທີ່ສຸດ ຕໍ່ລະບົບນິເວດ ແມ່ນໍ້າຂອງ”.
ໃຈຄວາມສໍາຄັນໃນຈົດໝາຍເວົ້າວ່າ ໂຄງການເຂື່ອນດອນສະຫົງຈະທໍາລາຍນໍ້າຕົກຄອນພະເພັງແລະແມ່ນໍ້າສາຍໃຫ່ຽຂອງພວກເຮົາແບບປົວ ແປງຄືນບໍ່ໄດ້. ແມ້ນແຕ່ ເລຂາທິການ ກັມມາທິການແມ່ນໍ້າຂອງ (MRC) ກໍເວົ້າວ່າ ນໍ້າຕົກຄອນພະເພັງ ເປັນບ່ອນທີ່ມີລະບົບນິເວດພິເສດ ບໍ່ຄືກັບຫລາຍໆບ່ອນ.
ເຂື່ອນດອນສະຫົງ ຈະປ່ຽນແປງ ນໍ້າຕົກນະຄອນພະເພັງແລະອ່າງແມ່ນໍ້າຂອງ. ເຂື່ອນດອນສະຫົງຈະຕັນທາງ ປາຂື້ນລົງຫລາຍທີ່ສຸດ ຊຶ່ງອໍາ ນວຍການປະໂມງໃນນໍ້າຈືດຂນາດໃຫ່ຽແຫ່ງນຶ່ງຂອງໂລກ ຕລອດມາ. ເຂື່ອນນີ້ຈະມີການຂຸດດິນແຄມຝັ່ງອອກຫລາຍກວ່າ 2 ລ້ານແມັດກ້ອນ ເພື່ອເພີ້ມ ການໄຫລຂອງນໍ້າ. ເຂື່ອນໄຟຟ້າຂນາດ 260 MW ນີ້ເມື່ອທຽບຜົນເສັຽຫາຍ ຂອງການປະໂມງ ແລະ ຊີວິດການເປັນຢູ່ຂອງ ປະ ຊາຊົນ ຫລາຍສິບລ້ານຄົນ ທັງລາວ ກໍາພູຊາ ໄທ ແລະວຽດນາມແລ້ວ ເຫັນວ່າບໍກຸ້ມຄ່າ.
ເຂື່ອນດອນສະຫົງຈະນາບຂູ່ຄວາມກົມກຽວສາມະຄີໃນພູມີພາຄ ແລະວ່າພວກຕົນ ມີຄວາມເຊືອໝັ້ນ ຫນ້ອຍລົງຕໍ່ ກັມມາທິການແມ່ ນໍ້າຂອງ ແລະຕໍ່ຂໍ້ຕົກລົງປີ 1995 ກ່ຽວກັບຂັ້ນນຕອນ ການປືກສາຫາລືກັນ ລ່ວງໜ້າກ່ອນຈະມີການສ້າງສາ ໃນແມ່ນໍ້າຂອງ ທີ່ບໍ່ອາດສາມາດແກ້ໄຂ ການນາບຂູ່ໄດ້. ຕົວຢ່າງ:ຈາກໂຄງການ ເຂື່ອນດອນສະຫົງ ແລະໂຄງການເຂື່ອນ ໃນແມ່ນໍ້າຂອງ ແຫ່ງອື່ນໆ.
ໃນຕອນທ້າຍຂອງຈົດໝາຍ ກຸ່ມອານຸຮັກແມ່ນໍ້າຂອງ "Save the Mekong" ໄດ້ຮຽກຮ້ອງຂໍຄວາມຮ່ວມມື ຈາກຜູ້ນໍາໃນພູມີພາຄ ໃຫ້ພິຈາ ຣະນາຂໍ້ຕົກລົງ ປີ 1995 ຄືນໃໝ່ ແລະຂໍໃຫ້ກັມມາທິການແມ່ນໍ້າຂອງ ເຂົ້າໄປກ່ຽວຂ້ອງ ເພື່ອຂໍໃຫ້ຢຸດການສ້າງ ເຂື່ອນດອນສະຫົງ ແລະ ໂຄງການອື່ນໆໃນແມ່ນໍ້າຂອງ.