ຂັ້ນຕອນກ່ອນສ້າງເຂື່ອນໃສ່ ນໍ້າຂອງ
2014.01.15

ທາງການ ລາວ ຈະ ມີໂອກາດ ອະທິບາຍ ຄວາມຂ້ອງໃຈ ຂອງ ບັນດາ ປະເທດ ສະມາຊິກ ກັມມາທິການ ແມ່ນໍ້າຂອງ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ ຢູ່ ກອງປະຊຸມ ພິເສດ ທີ່ ຈະມີຂຶ້ນ ທີ່ ນະຄອນຫຼວງ ວຽງຈັນ ໃນໄວໆນີ້ ຫລັງຈາກ ປະເທດ ສະມາຊິກ 3 ປະເທດ ສເນີໃຫ້ ການ ຕັດສີນໃຈ ສ້າງນັ້ນ ຄວນ ດໍາເນີນໄປ ຕາມຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ແທນທີ່ ຈະເປັນພຽງ ຂັ້ນຕອນ ແຈ້ງ ລ່ວງໜ້າ ກ່ອນ ລົງມື ສ້າງ.
ໂຄງການ ສ້າງເ ຂື່ອນ ດອນສະໂຮງ ຢູ່ເຂດ ສີ່ພັນດອນ ພາກໃຕ້ສຸດ ຂອງລາວ ຈະກາຍ ມາເປັນຈຸດ ສົນທະນາ ກັນອີກ ຢູ່ ກອງປະຊຸມ ພິເສດ ເຈົ້າໜ້າທີ່ ປະເທດ ສະມາຊິກ ກັມມທິການ ແມ່ນໍ້າຂອງ (MRC) ລາວ ໄທ ວຽດນາມ ແລະ ກໍາພູຊາ ຊຶ່ງ ຈະມີຂຶ້ນ ພາຍໃນ ວັນທີ່ 16 ມົກກະຣາ ນີ້ ທີ່ ນະຄອນຫລວງ ວຽງຈັນ.
ກອງປະຊຸມ ພິເສດ ນີ້ ມີຂຶ້ນໄດ້ ແມ່ນຍ້ອນ ປະເທດ ສະມາຊິກ 3 ປະເທດ ແຕ່ລະ ປະເທດ ໄດ້ເຮັດ ຈົດໝາຍ ເຖິງ ຣັຖບານ ສປປລາວ ເພື່ອຂໍໃຫ້ ທາງການ ລາວ ພິຈາຣະນາ ຂັ້ນຕອນ ການຕັດສີນໃຈ ໂຄງການ ສ້າງເຂື່ອນ ແບບມີ 4 ປະເທດ ຮ່ວມນໍາ.
ເມື່ອ ວັນທີ່ 30 ກັນຍາ ປີ 2013 ຜ່ານມາ ສປປລາວ ໄດ້ແຈ້ງ ການ ຕັດສິນໃຈ ສ້າງເຂື່ອນ ດອນສະໂຮງ ຕໍ່ ກັມມາທິການ ແມ່ນໍ້າຂອງ MRC ໂດຍ ບໍ່ໄດ້ຜ່ານ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ກ່ອນຈະ ຕັດສີນໃຈ ສ້າງ (priorconsultation) ເຮັດໃຫ້ ປະເທດ ສະມາຊິກ ມີ ຄວາມຂັດຂ້ອງ.
ບັນຫານຶ່ງ ອີກ ທີ່ ປະເທດ ສະມາຊິກ ຍັງບໍ່ ແຈບໃຈ ນັ້ນແມ່ນ ຢາກຮູ້ວ່າ ການສຶກສາ ຜົນກະທົບ ຈາກ ໂຄງການ ເຂື່ອນ ຈະຮັບປະກັນ ບໍ່ເຮັດໃຫ້ ປະເທດ ເພື່ອນບ້ານ ໂດຍສະເພາະ ກໍາພູຊາ ແລະ ວຽດນາມ ທີ່ ເປັນຫ່ວງ ນໍາການ ຂຶ້ນ-ລົງ ຂອງປາ ແລະ ການໄຫລ ຂອງ ຝຸ່ນຂີ້ຕົມ ໄດ້ຮັບ ຜົນກະທົບ ແຮງ ຫລືບໍ່.
ກອງປະຊຸມ ດັ່ງກ່າວ ຈະເປັນ ໂອກາດ ສໍາລັບ ທາງການລາວ ທີ່ ຕ້ອງຮັບຟັງ ຄໍາເຫັນ ຂອງ ປະເທດ ສະມາຊິກ ທີ່ຂໍໃຫ້ ການດໍາເນີນ ການ ຕັດສີນໃຈ ໃນການສ້າງ ຫລື ບໍ່ສ້າງ ເຂື່ອນ ດອນສະໂຮງ ນີ້ ເປັນຂອງ ທັງ 4 ປະເທດ ແທນທີ່ ຈະເປັນ ການ ຕັດສີນໃຈ ຂອງ ປະເທດດຽວ.
ບັນຫາ ມີຢູ່ວ່າ ລາວ ຈະອ່ຽງເອນ ໄປຕາມ ເຫດຜົນ ຂອງ ປະເທດ ສະມາຊິກ ໄດ້ ຫນ້ອຍຫລາຍ ປານໃດນັ້ນ ຕ້ອງເບິ່ງຕໍ່ໄປ ເພາະວ່າ ກ່ອນ ການຕັດສິນໃຈ ສ້າງນັ້ນ ທາງການລາວ ອີງໃສ່ ເຫດຜົນ ສໍາຄັນ ໃຫ່ຍໆ 2 ຢ່າງຄື:
1-ເຂື່ອນ ດອນສະໂຮງ ຈະບໍ່ມີ ຜົນກະທົບ ທີ່ໃຫ່ຽຫຼວງ ຕໍ່ ການໄຫລ ຂອງ ແມ່ນໍ້າຂອງ ທັງຕອນເທິງ ແລະ ຕອນລຸ່ມ. ເຫດຜົນນີ້ ແມ່ນ ອີງຕາມ ເອກກະສານ ການສືກສາ ຜົນກະທົບ ຕໍ່ ສິ່ງແວດລ້ອມ ທີ່ໄດ້ ດໍາເນີນມາ ເປັນເວລາ ຫລາຍປີ ຈົນສໍາເຣັດ ລົງ.
2- ລາວ ບໍ່ໄດ້ຖືວ່າ ຮູ ສະໂຮງ ຢູ່ໃນ ສາຍນໍ້າຫລັກ ຂອງ ແມ່ນໍ້າຂອງ ເພາະວ່າ ນໍ້າຂອງ ໄຫລຜ່ານ ຮູສະໂຮງ ມີແຕ່ 15 ສ່ວນຮອຍ ເທົ່ານັ້ນ ຊຶ່ງ ທາງການລາວ ເຫັນວ່າ ບໍ່ຈໍາເປັນ ຕ້ອງຜ່ານ ຂັ້ນຕອນ ການປຶກສາ ຫາລື ເພື່ອ ຄວາມເຫັນດີ ເຫັນພ້ອມ ຂອງ ທັງໝົດ 4 ປະເທດ ແຕ່ ທາງການລາວ ເລືອກເອົາ ຂັ້ນຕອນ ແຈ້ງ ລ່ວງໜ້າ ກໍພໍ.
ເຫດຜົນທີ່ ທາງການລາວ ອ້າງນີ້ ສໍ່ເຖິງ ຄວາມເຫັນ ຂອງ ນັກຊ່ຽວຊານ ຫລາຍຄົນ ທີ່ ບໍຣິສັດ Mega First Corp ເຈົ້າຂອງ ພັທນາ ໂຄງການ ເຂື່ອນ ດອນສະໂຮງ ຈ້າງມາ ເຮັດການ ສຶກສາ ເປັນເວລາ ຫລາຍປີ.
ດຣ. Peter Hawkins ນັກຊ່ຽວຊານ ຝ່າຍຄຸ້ມຄອງ ບັນຫາ ສິ່ງແວດລ້ອມ ຂອງ ໂຄງການ ໄດ້ ອະທິບາຍ ເຫດຜົນ ຕໍ່ ນັກຂ່າວ ໜັງສືພິມ ທາງການລາວ ເມື່ອວັນທີ່ 15 ພຶສຈິກາ ປີ 2013 ວ່າ ໂຄງການ ເຂື່ອນ ດອນສະໂຮງ ຈະບໍ່ຖ້ວມ ພື້ນທີ່ ກວ້າງຂວາງ ຈະບໍ່ປິດ ຕັນ ແມ່ນໍ້າຂອງ ສາຍຫລັກ ຈະບໍ່ເຮັດ ໃຫ້ ການໄຫລ ຂອງ ຝຸ່ນຂີ້ຕົມ ຫລືຕະກອນ ໃນ ແມ່ນໍ້າຂອງ ຫລຸດລົງ ຫລື ຈະບໍ່ປິດ ຕັນ ທາງຂື້ນ-ລົງ ຂອງ ຝູງປາ ຫລື ຈະບໍ່ເຮັດ ໃຫ້ຝູງປາ ໂລມາ ທີ່ ຢູ່ໃຕ້ເຂື່ອນ ຖືກດັບສູນ ຕາມ ທີ່ ປະເທດ ສະມາຊິກ ເປັນຫ່ວງ.
ນັກວິສວະກອນ ໃຫ່ຽ ປະຈໍາ ບໍຣິສັດ Mega First Corp ທ່ານ Graeme Boyd ທີ່ ໃຫ້ສັມພາດ ໜັງສືພິມ ທາງການລາວ ລົງວັນທີ່ 13 ພຶສຈິກາ ໄດ້ ອະທິບາຍ ຕື່ມວ່າ:
1-ຄວາມຈິງ ຮູສະໂຮງ ເປັນ ຊ່ອງທາງນໍ້າ ຊ່ອງນຶ່ງ ໃນຈໍານວນ ຫລາຍຊ່ອງ ຂອງ ແມ່ນໍ້າຂອງ. ຮູສະໂຮງ ນີ້ ມີນໍ້າຂອງ ໄຫລຜ່ານ 15 ສ່ວນຮ້ອຍ ສ່ວນສາຍ ແມ່ນໍ້າຫລັກ ນັ້ນ ມີນໍ້າຂອງ ໄຫລຜ່ານ 100 ສ່ວນຮ້ອຍ. ດັ່ງນັ້ນ ໂຄງການ ເຂື່ອນ ດອນສະໂຮງ ບໍ່ຖືວ່າ ເປັນເຂື່ອນ ຢູ່ໃນ ສາຍ ແມ່ນໍ້າຫລັກ ເພາະວ່າ ມັນບໍ່ໄດ້ ຕັນ ແມ່ນໍ້າຂອງ ທັງໝົດ.
2- ຝຸ່ນ ຂີ້ຕົມ ຫລື ຕະກອນ ທີ່ ໄຫລຜ່ານ ຮູສະໂຮງ ທີ່ ປະເທດ ຢູ່ທາງລູ່ມ ເຂື່ອນ ໃຊ້ ໃນການ ກະສິກັມ ນັ້ນ ມີແຕ່ 8 ສ່ວນຮ້ອຍ ຂອງ ຝຸ່ນຂີ້ຕົມ ທັງໝົດ ທີ່ ໄຫລລົງ ຕາມ ແມ່ນໍ້າຂອງ ແມ່ນໍ້າ ສາຍຫລັກ ແລະວ່າ ຍັງມີ ຮູນໍ້າ ຫລາຍຮູ ໃນເຂດ ສີ່ ພັນດອນ ທີ່ ເປັນທາງຜ່ານ ຂອງນໍ້າ ທາງຜ່ານ ຂອງ ຝຸ່ນ ຂີ້ຕົມ ແລະ ຝູງປາ ຕາມ ທັມມະຊາດ.
ໃນຂນະ ດຽວກັນ ທ່ານ Yeong Chee Meng ຜູ້ອໍານວຍການ ໂຄງການ ເຂື່ອນ ດອນສະໂຮງ ກໍເວົ້າວ່າ ເຂື່ອນນີ້ ຈະມີ ຜົນກະທົບ ຫນ້ອຍ ທີ່ສຸດ ຕໍ່ ສິ່ງແວດລ້ອມ ແລະວ່າ ບັນຫາ ດຽວ ທີ່ຕ້ອງ ຍົກມາ ສົນທະນາ ກັນຕື່ມ ແມ່ນອາດ ກ່ຽວກັບ ການ ຂຶ້ນລົງ ຂອງຝູງປາ. ທ່ານວ່າ ຫລັງຈາກ ໄດ້ສຶກສາ ເປັນເວລາ 7 ປີ ແລ້ວ ພວກທ່ານ ມີຄວາມ ເຊື່ອໝັ້ນ ວ່າ ສາມາດ ຫລຸດຜ່ອນ ຜົນກະທົບ ລົງໄດ້. ພວກທ່ານ ຕ້ອງໃຫ້ມີ ຄວາມແນ່ນອນ ວ່າ ຮູນໍ້າ ທີ່ ທາງ ບໍຣິສັດຈະສ້າງຂຶ້ນ ໄໝ່ ຕື່ມນັ້ນ ຈະເຮັດໃຫ້ ຝູງປາຂື້ນ ແລະລົງ ໄດ້ຫຼາຍກ່ວາ ຂຶ້ນ-ລົງ ຕາມ ຮູສະໂຮງ.
ເມື່ອ ອີງຕາມ ເຫດຜົນ ທີ່ກ່າວມາ ນີ້ແລ້ວ ທາງການລາວ ພຽງແຕ່ໄດ້ ໃຊ້ຂັ້ນຕອນ ແຈ້ງລ່ວງໜ້າ ໃຫ້ ກັມມາທິການ ແມ່ນໍ້າຂອງ MRC ຊາບເທົ່ານັ້ນ. ເອກກະສານ ໂຄງການ ທີ່ ຝ່າຍລາວ ແຈ້ງຕໍ່ MRC ລົງວັນທີ່ 30 ກັນຍາ ປີ 2013 ນັ້ນ ປະກອບດ້ວຍ ການສຶກສາ ຄວາມ ເປັນໄປໄດ້ ຮອບດ້ານ ທາງເທັກນິກ ຮວມທັງ ການປະເມີນ ຜົນກະທົບ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ ແລະ ການ ຂຶ້ນ-ລົງ ຂອງປາ ຊຶ່ງ ປະເທດ ສະມາຊິກ ມີ ຜົນປໂຍດ ຮ່ວມຢູ່ນໍາ.
ທາງການລາວ ວ່າ ວຽກງານ ກໍ່ສ້າງເຂື່ອນນີ້ ຄາດວ່າ ຈະເລີ້ມລົງມື ໃນເດືອນ ຕຸລາປີ 2013 ແລະ ສໍາເຣັດ ໃນເດືອນ ກຸມພາ ແລະ ເປີດໃຊ້ ໃນເດືອນ ພຶສພາ ປີ 2018. ໃນ ທາງດ້ານ ເທັກນິກ ນັ້ນ ເຂື່ອນ ດອນສະໂຮງ ເປັນເຂື່ອນ ນໍ້າລົ້ນ ຊຶ່ງ ຈະມີ ນໍ້າໄຫລຜ່ານ ຕລອດປີ ມີຄວາມສາມາດ ໃນການ ຜລິດ ໄຟຟ້າໄດ້ 260 ເມກາວັດ. ໄຟຟ້າ ທີ່ຜລິດໄດ້ ທັງໝົດ ຈະຂາຍເຂົ້າ ຣະບົບ ສາຍສົ່ງ ຂອງ ບໍຣິສັດ ໄຟຟ້າ ລາວ ເພື່ອ ໃຊ້ພາຍໃນ ປະເທດ.
ທ່ານ Hans Guttman ຫົວໜ້າ ບໍຣິຫານ ສໍານັກງານ ເລຂາທິການ ກັມມາທິການ ແມ່ນໍ້າຂອງ MRC ຫລັງຈາກ ໄດ້ຮັບ ເອກກະສານ ແຈ້ງຈາກ ທາງການລາວ ແລ້ວ ໄດ້ກ່າວ ໃນ ຖແລງການ ລົງວັນທີ 30 ຕຸລາ ປີ 2013 ວ່າ ພາຍໃຕ້ ຂັ້ນຕອນ ການແຈ້ງ ໃຫ້ ຊາບລ່ວງໜ້າ ນີ້ ປະເທດ ສະມາຊິກ ສາມາດ ພັຍກອນ ຫຼືຄາດການ ໃນການ ໃຊ້ນໍ້າຂອງ ໂຄງການ ແລະ ຜົນກະທົບ ຈາກ ໂຄງການ ເຂື່ອນໄດ້.
ທ່ານວ່າ ຕາມທີ່ ຣະບຸໄວ້ ຢູ່ໃນ ຂັ້ນຕອນ ການ ດໍາເນີນການ ຂອງ MRC ສໍາລັບ ການ ແຈ້ງລ່ວງໜ້າ ການປຶກສາ ຫາລື ລ່ວງໜ້າ ແລະ ຕົກລົງ (PNPCA) ນັ້ນ ການແຈ້ງ ລ່ວງໜ້າ ເປັນນຶ່ງ ໃນ 3 ຂັ້ນຕອນ ແຍກກັນ ຕ່າງຫາກ ທີ່ ຈໍາເປັນໃຊ້ ເປັນທິດທາງ ສໍາລັບ ການພັທນາ ໂຄງການ ປະເພດ ຕ່າງໆ ທີ່ ກ່ຽວຂ້ອງ ກັບການໃຊ້ ນໍ້າ ໃນອ່າງ ແມ່ນໍ້າຂອງ ຕອນລຸ່ມ.
ຂັ້ນຕອນ ແຈ້ງ ລ່ວງໜ້ານີ້ ເປັນຂໍ້ບັງຄັບ ສໍາລັບ ໂຄງການ ໃຊ້ນໍ້າ ຕລອດປີ ຢູ່ໃນອ່າງນໍ້າ ພາຍໃນ ປະເທດ ແລະ ໂຄງການ ແຍກນໍ້າ ລະຫ່ວາງ ປະເທດ ຢູ່ໃນ ແມ່ນໍ້າສາຂາ ຂອງ ແມ່ນໍ້າຂອງ ແລະ ການໃຊ້ນໍ້າ ໃນຍາມ ຣະດູແລ້ງ ຢູ່ໃນ ແມ່ນໍ້າຂອງ ແມ່ນໍ້າ ສາຍຫລັກ.
ການແຈ້ງການ ຂອງທາງການລາວ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ ທີ່ ສົ່ງໃຫ້ MRC ຊາບນັ້ນ ນອກຈາກ ຮູບແບບ ລັກສນະ ຂອງ ໂຄງການ ໂດຍຫຍໍ້ ແລ້ວ ຍັງມີການ ປະເມີນ ຜົນກະທົບ ໃນລະຍະ ຍາວ ການປະເມີນ ຜົນກະທົບ ຕໍ່ສິ່ງແວດລ້ອມ ສັງຄົມ ແຜນ ການຄຸ້ມຄອງ ແລະ ຕິດຕາມ ສິ່ງແວດລ້ອມ ແລະ ສັງຄົມ ແຜນ ການໂຍກຍ້າຍ ປະຊາຊົນ ແລະ ເອກກະສານ ວິສວະກັມມະສາຕ ເຣື້ອງ ການກໍ່ສ້າງ.
ທ່ານວ່າ ຂັ້ນຕອນ ການແຈ້ງ ລ່ວງໜ້ານີ້ ບໍ່ມີແຕ່ ກ່ຽວກັບ ດອນສະໂຮງ ຢ່າງດຽວ ມາຮອດ ປັດຈຸບັນ ນີ້ມີ 41 ໂຄງການ ທີ່ຕັ້ງຢູ່ໃນ ສາຂາ ແມ່ນໍ້າຂອງ ທີ່ໄດ້ ສະເໜີ ຕໍ່ MRC ເພື່ອແຈ້ງໃຫ້ ຊາບລ່ວງໜ້າ ໃນນັ້ນ 3 ໂຄງການ ແມ່ນຢູ່ ກໍາພູຊາ 17 ໂຄງການ ແມ່ນຢູ່ລາວ 2 ໂຄງການ ແມ່ນຢູ່ ປະເທດໄທ ແລະ 19 ໂຄງການ ແມ່ນຢູ່ ປະເທດ ວຽດນາມ.
ທີ່ຜ່ານມາ ມີແຕ່ ໂຄງການ ເຂື່ອນ ໄຊຍະບູຣີ ທີ່ສ້າງຕັນ ແມ່ນໍ້າຂອງ ເທົ່ານັ້ນ ທີ່ແຈ້ງ ຜ່ານ ຂັ້ນຕອນ ປຶກສາ ຫາລື ລ່ວງໜ້າ ກ່ອນ ລົງມືສ້າງ. ເຮົາພໍເວົ້າ ໄດ້ວ່າ: ສໍາລັບ ກໍຣະນີ ເຂື່ອນ ດອນສະໂຮງ ນີ້ ຍັງບໍ່ຮູ້ວ່າ ປະເທດ ສະມາຊິກ 3 ປະເທດ ກໍາພູຊາ ວຽດນາມ ແລະໄທ ຢາກສະເໜີ ໃຫ້ ການດໍາເນີນ ຂັ້ນຕອນ ໄປໃນຮູບ ແຈ້ງລ່ວງໜ້າ ປຶກສາ ຫາລື ລ່ວງໜ້າ ແລະ ຕົກລົງ ແທ້ໆ ຫລືບໍ່ ຫລືວ່າ ຈະຕໍ່ລອງ ກັນແນວໃດ ຕື່ມອີກ ເພາະວ່າ ແຕ່ລະ ປະເທດ ກໍມີຫລາຍ ໂຄງການ ທີ່ ແຈ້ງໄວ້ແລ້ວ ທີ່ອາດຕ້ອງ ສົນທະນາ ກັນ ຕໍ່ໄປ.