ຊາວດອນສະໂຮງຍັງຖ້າຟັງ ຈາກ ທາງການ
2014.11.13
ຊາວບ້ານ ທີ່ ອາສັຍ ຢູ່ໃກ້ເຂດ ກໍ່ສ້າງ ເຂື່ອນ ດອນສະໂຮງ ເມືອງໂຂງ ແຂວງ ຈໍາປາສັກ ເວົ້າວ່າ ນັບຕັ້ງແຕ່ ເດືອນ ມິຖຸນາ ມາຮອດ ປັຈຈຸບັນ ຍັງບໍ່ເຄີຍ ມີ ເຈົ້າໜ້າທີ່ ໂຄງການ ເຂື່ອນ ມາ ສອບຖາມ ຄວາມ ຄິດເຫັນ ຈາກ ຊາວບ້ານ ຈັກເທື່ອ ມີແຕ່ມາ ເກັບ ຂໍ້ມູລ ແລະ ດໍາເນີນການ ກໍ່ສ້າງ ທາງ ແລະ ຂົວ ເທົ່ານັ້ນ:
"ເຮົາ ບໍ່ທັນຮູ້ ຈັກ ອີ່ສັງຊໍ້າ ຟັງ ສິເຂົາ ສິແຈ້ງ ອີ່ສັງມາໃຫ້ ບໍ່ເຮັດ ຈັ່ງໃດແຫລະ ດິນຕົວຂຸດ ກໍຂຸດໄປແລ້ວ ເດ້ 4 - 5 ຕອນ ມີແຕ່ໃຫ້ ຂໍ້ມູລ ເລີຍໆ ເຂົາບໍ່ທັນ ໄດ້ຕັດສິນ ໃຫ້ເຮົາ ກໍບໍ່ເຫັນ ໄວ້ເລີຍ ບໍ່ເຫັນ ເວົ້າວ່າ ເຄື່ອນໄຫວ ເມື່ອໃດ ເວລາໃດ ສິເຮັດ ກໍບໍ່ເຫັນ".
ທ່ານ ເວົ້າວ່າ ເຈົ້າໜ້າທີ່ ໂຄງການ ເຂື່ອນ ດອນສະໂຮງ ລົງມາ ໃນພື້ນທີ່ ເທື່ອ ຫລ້າສຸດ ເມື່ອ ເດືອນ ຕຸລາ ຜ່ານມາ. ແຕ່ລົງມາ ແທກ ພື້ນທີ່, ແທກ ທີ່ດິນ ເກັບຂໍ້ມູລ ຕົ້ນໄມ້ ເທົ່ານັ້ນ. ຈົນ ຮອດ ປັຈຈຸບັນ ຊາວບ້ານ ຍັງບໍ່ຮູ້ ເລີຍວ່າ ການກໍ່ ສ້າງ ໂຕເຂື່ອນ ຈະເລີ່ມ ເມື່ອ ໃດແທ້.
ເມື່ອເດືອນ ມີຖຸນາ 2014 ທ່ານ ວິລະພົນ ວິລະວົງ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ກໍໄດ້ ເປີດເຜີຍ ຫລັງກອງ ປະຊຸມ ຄນະ ກັມມາທິການ ແມ່ນໍ້າຂອງ MRC ທີ່ ປະເທດໄທ ວ່າ ລາວ ຕັດສິນໃຈ ຈະ ດໍາເນີນ ການປຶກສາ ຫາລື ລ່ວງໜ້າ ເປັນ ຣະຍະ ເວລາ 6 ເດືອນ ກ່ອນການ ກໍ່ສ້າງ ເຂື່ອນ ດອນສະໂຮງ. ແຕ່ ເວລາ ລ່ວງເລີຍ ມາເກືອບ 5 ເດືອນ ແລ້ວ ກໍຍັງ ບໍ່ມີການ ປຶກສາ ຫາຣື ກັບ ຊາວບ້ານ.
ທ່ານ ເວົ້າຕື່ມວ່າ ສໍາລັບ ການ ກໍ່ສ້າງຂົວ ແລະ ທາງ ແມ່ນ ດໍາເນີນ ໄປບໍ່ຢຸດ. ຊາວບ້ານ ສ່ວນໜຶ່ງ ໄປ ເຮັດວຽກ ນໍາ ບໍຣິສັດ. ແຕ່ ບໍຣິສັດ ກໍບໍ່ໄດ້ ເປີດເຜີຍ ຣາຍ ຣະອຽດ ໃດໆ ໃຫ້ຮູ້. ຄ່າຊົດເຊີຍ ຄວາມ ເສັຍຫາຍ ກໍຍັງ ບໍ່ທັນ ຊັດເຈນ ວ່າ ຊາວບ້ານ ຈະໄດ້ຮັບ ຫຍັງ ຫລັງຈາກ ມີການສ້າງ ເຂື່ອນ ແລ້ວ.