NGO ໄທຕ້ອງການ ຂໍ້ມູນເຂຶ່ອນເພີ້ມ
2013.03.16
ອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ໃນໄທ ຕ້ອງການ ຂໍ້ມູນ ເພີ້ມຕຶ່ມ ຈາກ ທາງການລາວ ກ່ຽວກັບ ການອອກແບບ ໃໝ່ ຂອງ ເຂື່ອນ ໄຊຍະບູຣີ.
ທ່ານຮອງ ສາສດາຈານ ໄຊຢູດ ສຸກສັນ ນັກວິຊາການ ຈາກ ປະເທດໄທ ຜູ້ທີ່ມີ ໂອກາດ ເຂົ້າໄປເບີ່ງ ພື້ນທີ່ ກໍ່ສ້າງເຂຶ່ອນ ໄຊຍະບູຣີ ຢືນຢັນວ່າ ປັດຈຸບັນ ແບບຂອງໂຕ ເຂື່ອນ ໄຊຍະບູຣີ ໄດ້ຖືກ ດັດແປງ ຕາມ ຄຳຮຽກຮ້ອງ ຂອງ ປະເທດ ສະມາຊິກ, ແຕ່ກຸ່ມ NGO ຍັງຕ້ອງການໂຄງການ ເຂຶ່ອນ ໄຊຍະບູຣີ ໃຫ້ເປີດເຜີຍ ຂໍ້ມູນ ຕໍ່ ສາທາຣະນະຊົນ ເພີ້ມຕຶ່ມ. ທ່ານ ກ່າວວ່າ:
"ສ່ວນທາງ ລະບາຍ ນ້ຳລົ້ນ ໄດ້ຮັບການ ລົດລະດັບລົງ ຂຸດເລີກລົງ ໄປຈາກເດີມ ທີ່ ອອກແບບໃວ້ ໃນ feasibility study ເພື່ອເພີ້ມຂີດ ຄວາມເລິກ ໃນການໄຫລ ຂອງ ຕະກອນ ໃຫ້ສາມາດ ໄຫລຜ່ານ ເຂື່ອນ ລົງໄປ ທາງດ້ານທ້າຍ ນ້ຳໄດ້ ເປັນຜົລ ສືບເນື່ອງ ມາຈາກ ການປຶກສາຫາ ຮ່ວມກັນ ເພາະວ່າ ຂໍ້ກັງວົນ ເຣື້ອງນີ້ ຖືກຍົກຂື້ນ ມາເວົ້າໃນ ຣະດັບຂັ້ນ ນັກວິຊາການ".
ທ່ານກ່າວ ກ່ຽວກັບ ເຣຶ້ອງນີ້ ໃນເວທີ ເສວະນາ ເຣື້ອງ ເຂຶ່ອນ ໄຊຍະບູຣີ ຂອງ ຄນະ ກັມມະທິການ ແມ່ນ້ຳຂອງ ແລະ ການເມືອງ ຕ່າງປະເທດ ທີ່ ມະຫາວິທຍາລັຍ ຈຸລາລົງກອນ ໃນວັນທີ 14 ມີນາ ໃນວັນຕ້ານ ການສ້າງເຂຶ່ອນ ໃນໂລກ. ທ່ານວ່າ ຣັຖບານລາວ ໄດ້ດັດແປງ ການອອກແບບ ເຂຶ່ອນ ໄຊຍະບູຣີ ແທ້ຈິງ ດັ່ງທີ່ ທ່ານ ວີຣະພົນ ວີລາວົງ ຣັຖມົນຕຣີ ຊ່ວຍ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ໄດ້ອອກມາ ເປີດເຜີຍ ກ່ອນຫນ້ານີ້. ແຕ່ ນັກສິ່ງແວດລ້ອມ ຍັງຕ້ອງການ ຂໍ້ມູນ ເພີ້ມຕຶ່ມ. ດັ່ງທ່ານ ຣັດທະວິດ ເຣືອງປະໂຄນ ຈາກ ມູນນິທິ ຟື້ນຟູ ຊິວິດ ແລະ ທັມມະຊາດ ຈາກ ປະເທດໄທ ເວົ້າວ່າ:
"ມັນກາຍເປັນວ່າ ການເຂົ້າເຖິງ ປະຊາຊົນ ໃນການ ປຶກສາ ຫາລື ລ່ວງຫນ້າ ມັນບໍ່ສາມາດ ເຂົ້າໄດ້ ຢ່າງແທ້ຈິງ ທາງເດີນ ຕະກອນ ຂອງ ເຂື່ອນ ໄຊຍະບູຣີ ທີ່ອາຈານ ບອກວ່າ ໄດ້ມີການ ດັດແປງ ແຕ່ມາຮອດ ປັດຈຸບັນ ຍັງມີຜູ້ໃດ ໄດ້ເຫັນແບບ ດັ່ງກ່າວ ນອກຈາກ ຄົນ ທີ່ ກ່ຽວຂ້ອງ".
ທ່ານ ຣັດທະວິດ ເວົ້າ ຕໍ່ໄປວ່າ ຢາກໃຫ້ ຣັຖບານ ທັງລາວ ແລະໄທ ເປີດເຜີຍ ຂໍ້ມູນ ຂອງ ໂຄງການ ເຂຶ່ອນ ໄຊຍະບູຣີ ໃຫ້ຫລາຍກວ່ານີ້ ເພື່ອໃຫ້ ປະຊາຊົນ ໄດ້ຮັບຮູ້ນຳ.