ຊາວບ້ານຢາກໄດ້ສຸຂສາລາ
2013.10.23
ຊາວບ້ານບ້ານນາຕໍໃຫຍ່ ເປີດເຜີຍເມື່ອວັນທີ 22 ຕຸລາ 2013 ນີ້ວ່າພວກຕົນ ທີ່ໄດ້ໂຍກຍ້າຍອອກຈາກເຂດ ໂຄງການເຂື່ອນໄຊຍະບູຣີ ນັ້ນ ຢາກໄດ້ສຸຂສາລາປະຈໍາບ້ານ ເມື່ອມີການເຈັບເປັນສຸຂເສີນ ຕ້ອງໄດ້ຂີ່ເຮືອໄປປິ່ນປົວຢູ່ ໂຮງໝໍແຂວງໄຊຍະບູຣີ ອັນເປັນການລໍາບາກ:
"ຍັງບໍ່ມີ ສຸຂສາລາເທື່ອ ກໍຢາກໄດ້ຫັ້ນແຫລະ ເພາະວ່າມັນຫຍຸ້ງຍາກ ຂ້າມເຮືອຂ້າມແພ ບໍ່ໄກປານໃດ ແຕ່ວ່າມັນຂ້າມນໍ້າ ຄັນວ່າ ເພີ່ນເຮັດ ຂົວແລ້ວແລ້ວ ໂອ້ ສະດວກສະບາຍໄປມາ ຍ່າງໄປບໍ່ໄກ".
ທ່ານວ່າດຽວນີ້ທາງໂຄງການສ້າງເຂື່ອນກໍາລັງສ້າງຂົວນໍ້າຫຸ່ງ ທີ່ຍາວປະມານ 100 ແມັດ ໃຫ້ ແຕ່ຍັງບໍ່ຮູ້ວ່າຈະໄດ້ໃຊ້ເມື່ອໃດ ອັນທີ່ຈະເປັນ ການສະດວກໃນການໄປມາ ຮວມທັງການໄປປິ່ນປົວໂຕນໍາດ້ວຍ. ຖ້າເດີນທາງລົດໄປກໍເວີ້ງ ແລະໄກກວ່າ 10 ກິໂລແມັດ.
ບ້ານນາຕໍໃຫຍ່ແມ່ນບ້ານຈັດສັນບ້ານທໍາອິດຂອງໂຄງການ ຊຶ່ງຕັ້ງຢູ່ເມືອງໄຊຍະບູຣີຫ່າງຈາກໂຮງໝໍແຂວງປະມານ 2 ກິໂລແມັດ. ປະຊາຊົນ ຖືກໃຫ້ໂຍກຍ້າຍມາແຕ່ບ້ານ ຫ້ວຍຊຸຍມາຢູ່.
ຕາມແຜນການສ້າງບ້ານ ຈັດສັນນັ້ນ ທາງໂຄງການບໍ່ມີແຜນທີ່ຈະສ້າງ ໂຮງໝໍຫລືສຸຂສາລາໃຫ້ ມີແຕ່ວ່າຈະສ້າງຕລາດ ໂຮງຮຽນອະນຸບາລ ໂຮງຮຽນປະຖົມສົມບູນ ວັດ ສະໂມສອນບ້ານ ແລະເດີ່ນກິລາໃຫ້. ແຕ່ຍັງບໍ່ຮູ້ວ່າ ສິ່ງທີ່ວ່ານັ້ນ ຈະເກີດເປັນຈິງຫລືບໍ່.