ການໂຍກຍ້າຍຊາວບ້ານຈາກ ເຂື່ອນ ນໍ້າອູ 6
2015.11.12
ໂຄງການ ເຂື່ອນ ໄຟຟ້າ ນ້ຳອູ6 ທີ່ ເມືອງ ຜົ້ງສາລີ ແຂວງ ຜົ້ງສາລີ ໄດ້ ໂຍກຍ້າຍ ປະຊາຊົນ ແລະ ສ້າງ ບ້ານຈັດສັນ ແລະ ໃຫ້ພື້ນທີ່ ລ້ຽງສັດ ແລະ ປູກ ຢາງພາຣາ ແກ່ ປະຊາຊົນ ສຳເຣັດ ແລ້ວ. ທັງໝົດ ມີ 4 ບ້ານ, 188 ຄອບຄົວ, ດັ່ງ ເຈົ້າໜ້າທີ່ ໂຄງການ ເຂື່ອນ ນໍ້າອູ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ແມ່ນແລ້ວ 4 ບ້ານ ແລ້ວ ສຳເຣັດ ແລ້ວເດ໋ ທີ່ດິນ ນີ້ ນໍ້າອູ ເຂົາເຮັດໃຫ້ ທີ່ດິນນີ້ ອັນລ້ຽງສັດ ກັບ ອັນປູກ ຢາງພາລາ".
ແຕ່ມາເຖິງ ຂນະນີ້ ທາງ ໂຄງການ ຍັງບໍ່ທັນ ເລີ້ມ ກໍ່ສ້າງ ໂຄງລ່າງ ພື້ນຖານ ທີ່ ຈຳເປັນ ໃຫ້ ຊາວບ້ານ ເຊັ່ນ ສຸຂສາລາ ແລະ ຣະບົບ ນ້ຳ ສະອາດ ຊຶ່ງ ເຈົ້າໜ້າທີ່ ທ່ານ ດຽວກັນ ກໍຍັງ ບໍ່ຮູ້ວ່າ ຈະເລີ້ມ ເມື່ອໃດ:
"ຍັງບໍ່ທັນ ໄດ້ເຮັດ ເທື່ອ ອັນ ໂຮງຮຽນນີ້ ເຮັດໄວ້ແລ້ວ ເສັດແລ້ວ ນໍ້າສະອາດ ນີ້ ບໍ່ທັນໄດ້ ເທື່ອ ທີ່ ສຸຂສາລາ ນີ້ ຢູ່ພຸ້ນ ສຸຂສາລາ ບໍ່ມີ ຢູ່ຄືເກົ່າ ຣັດຊານ ຢູ່ໄກ ນ້ອຍນຶ່ງ ຫ່າງຈາກ ນໍ້າອູ ນັ້ນ ຫ່າງໄກ ນ້ອຍນຶ່ງ ປະມານ 2 ກິໂລ ຮອດເດີ".
ເຂື່ອນ ໄຟຟ້າ ນ້ຳອູ6 ເປັນນຶ່ງ ໃນຈຳນວນ 7 ເຂື່ອນ ທີ່ ສ້າງ ໃສ່ ນ້ຳອູ ຊຶ່ງເປັນ ສາຍນ້ຳ ສາຂາ ຂອງ ແມ່ນ້ຳຂອງ. ເປັນ ໂຄງການ ຮ່ວມ ລົງທຶນ ຣະຫວ່າງ ບໍຣິສັດ ຊີໂນ-ໄຮໂດຣ ຂອງຈີນ ທີ່ ຖືຮຸ້ນ 85 ເປີເຊັນ ແລະ ຣັຖວິສາຫະກິດ ໄຟຟ້າ ລາວ 15 ເປີເຊັນ.
ເວັບໄຊ ຂອງ ທາງການ ລາວ ເວົ້າວ່າ ມາເຖິງ ເດືອນ ມິຖຸນາ ປີນີ້ ເຂື່ອນ ນ້ຳອູ6 ສ້າງໄດ້ 80 ເປີເຊັນ ແລ້ວ ແລະ ຄາດວ່າ ຈະສ້າງ ສຳເຣັດ ໃນ ປີ 2016. ເຂື່ອນ ນ້ຳອູ6 ຈະຜລິດ ກະແສ ໄຟຟ້າ ໄດ້ 180 MW. ໄຟຟ້າ ສ່ວນໃຫຽ່ ຈະຂາຍ ໃຫ້ ຈີນ ແລະ ຈະເອົາ ບາງສ່ວນ ໄວ້ໃຊ້ ຢູ່ພາຍໃນ ປະເທສ ລາວ.