ເຂື່ອນນ້ຳອູ 6 ສ້າງໄດ້ເກືອບ ເຄິ່ງແລ້ວ
2014.04.28

ເຈົ້າຫນ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ເວົ້າວ່າ ຫລັງຈາກ ເລີ້ມ ການກໍ່ສ້າງ ຢ່າງເປັນ ທາງການ ໃນທ້າຍ ເດືອນ ມົກກະຣາ ປີ 2014 ປັດຈຸບັນ ເຂື່ອນ ໄຟຟ້າ ນ້ຳອູ 6 ຊື່ງ ເປັນນຶ່ງ ໃນ ໂຄງການ ເຂື່ອນ ໄຟຟ້າ ນ້ຳອູ 1-7 ເຂື່ອນ ທີ່ ມີແຜນການ ຈະສ້າງ ໃນແຂວງ ຜົ້ງສາລີ ສ້າງ ສຳເຣັດ ໄປແລ້ວ 45 ສ່ວນຮ້ອຍ ແລະ ໄດ້ໂຍກຍ້າຍ ປະຊາຊົນ ກວ່າ 100 ຄອບຄົວ ໃນຈຳນວນ 5 ບ້ານ.
"45 ສ່ວນຮ້ອຍ ແລ້ວນະ ບ້ານ ໂກແມນວາ ໃຕ້ ພູສູງ ເຫນືອ ເມືອງວາ ພູເມືອງ ຕົວໂກແມນ ໂກແມນ ໃຫມ່ ຮັ່ນ ຍ້າຍ ສຳເຣັດ ແລ້ວ ແລ້ວກໍວາ ໃຕ້ ພູສູງ ເຫນືອ ເມືອງວາ ພູເມືອງ ຮັ່ນຍ້າຍ ຊົ່ວຄາວ ແຕ່ວ່າແລ້ວ ຕົວນີ້ ກ່ອນ ຕົວນັ້ນ ກໍຈະຢູ່ ເທິງບ້ານ ແລ້ວຂຶ້ນໄປ ຢູ່ບ້ານ ເກົ່າ ຍ່າງຂື້ນໄປ ປະມານ 10-15 ນາ ທີ ເນາະ".
ທ່ານກ່າວ ຕື່ມວ່າ ປັດຈຸບັນ ການ ກໍ່ສ້າງ ໄດ້ດຳເນີນ ກັນຢ່າງ ເຕັມຮູບແບບ ຕຣອດ 24 ຊົ່ວໂມງ ເພື່ອທົດແທນ ຄວາມ ຫລ້າຊ້າ ໃນປີ ຜ່ານມາ ຍ້ອນ ອຸປສັກ ໃນການ ຂົນສົ່ງ ອຸປກອນ ການກໍ່ສ້າງ. ແຕ່ທາງ ໂຄງການ ຍັງເຊື່ອວ່າ ຈະສາມາດ ສ້າງ ສຳເຣັດ ຕາມກຳນົດ ເວລາ ທີ່ ຄາດໄວ້ ໃນປີ 2017.
ວຽກງານ ການໂຍກຍ້າຍ ຊາວບ້ານ ໃນ ປັດຈຸບັນ ໄດ້ປຸກເຮືອນ ຢູ່ແບບ ຖາວອນ ໄດ້ພຽງແຕ່ ບ້ານດຽວ ເທົ່ານັ້ນ ຄືບ້ານ ໂກແມນ ສ່ວນ 4 ບ້ານ ທີ່ຍັງ ເຫລືອ ນັ້ນ ໄດ້ໂຍກຍ້າຍ ຂະເຈົ້າ ໄປຢູ່ບ່ອນ ສູງ ຊົ່ວຄາວ ດ້ວຍການ ປູກຕູບ ໃຫ້ຢູ່ ກ່ອນ.
ເຂື່ອນ ນ້ຳອູ່ 6 ຕັ້ງຢູ່ ເມືອງ ຜົ້ງສາລີ ແຂວງ ຜົ້ງສາລີ ຈະມີ ກຳລັງ ຜລິດໄຟຟ້າ ປະມານ 180 ເມກາວັດ ຈະມີການ ໂຍກຍ້າຍ ຊາວບ້ານ ກວ່າ 180 ຫລັງ ຄາ ເຮືອນ ບໍຣີສັດ ຊີໂນ ໄຮໂດຣ ຂອງຈີນ ເປັນຜູ້ ລົງທຶນ ກໍ່ສ້າງ ພ້ອມເຂື່ອນ ນ້ຳອູ່ 5 ໃນມູນຄ່າ ປະມານ 770 ລ້ານ ໂດລາ ດ້ວຍການ ສຳປະທານ ເປັນ ເວລາ 29 ປີ.