ໂຄງການສ້າງເຂື່ອນນໍ້າງຽບ 1
2013.08.29
ເຈົ້າຫນ້າທີ່ ກະຊວງພລັງງານແລະບໍ່ແຮ່ ທ່ານນຶ່ງເວົ້າວ່າ ຕົວແທນຣັຖບານລາວ ໄດ້ເຊັນສັນຍາກັບ ຕົວແທນຣັຖບານຍີ່ປຸ່ນ ໃນວັນທີ 27 ສິງຫາ 2013 ເພື່ອກໍ່ສ້າງເຂື່ອນນ້ຳງຽບ1 ທີ່ແຂວງບໍຣິຄຳໄຊ ຊຶ່ງເບື້ອງຕົ້ນຄາດວ່າ ຈະສົ່ງຜົລກະທົບ ຕໍ່ປະຊາຊົນ ໃນບໍຣິເວນ ໃກ້ເຂດກໍ່ ສ້າງ ແລະຈະຕ້ອງມີການໂຍກຍ້າຍ ຊາວ ບ້ານຫລາຍຄອບຄົວ. ດັ່ງທ່ານກ່າວວ່າ:
"ໂຄງການນ້ຳງຽບຫັ້ນ ຕັ້ງຢູ່ບ້ານຫາດຍືນ ເມືອງບໍຣິຄັນ ໂຍກຍ້າຍຊາວບ້ານກໍມີແຕ່ ຈຳນວນໃດຈຳນວນື່ງ ຂອງບ້ານ ຫາດຍືນຫັ້ນ ກໍປະ ມານ 20 ກວ່າຄອບຄົວ ຍ້າຍມາໂຮມກັນຈັດສັນຢູ່ບ້ານຫາດຍືນ ຕາມທີ່ທາງໂຄງການໄດ້ຄາດຄະເນໃວ້ວາງແຜນໃວ້ໃນເບື້ອງ ຕົ້ນວ່າຈະຈັດ ສັນສ້າງໃຫ້ເປັນ ທີ່ຢູ່ອາສັຍຖາວອນ ການຈັດສັນຄຸ້ມຄອງຄັກແນ່ຫັ້ນແຫລະ".
ທ່ານເວົ້າຕໍ່ໄປວ່າ ໃນການຊົດເຊີຍຊາວບ້ານ ຜແນກພລັງງານແລະແຜນການ ແລະການລົງທຶນຂອງແຂວງບໍຣິຄຳໄຊຈະມີການປະຊຸມຕົກລົງ ກັບຜູ້ລັບເຫມົາກໍ່ສ້າງເພີ້ມຕື່ມກ່ອນວ່າຈະເຮັດແນວໃດຫລັງຈາກນັ້ນຈະກຳນົດວັນເວລາທີ່ແນ່ນອນສຳລັບການໂຍກຍ້າຍປະຊາຊົນ ຜູ້ທີ່ຈະໄດ້ ຮັບຜົລກະທົບ ຈາກການສ້າງເຂື່ອນດັ່ງກ່າວ.
ໂຄງການເຂືຶ່ອນໄຟຟ້ານ້ຳງຽບ1 ຖ້າສ້າງແລ້ວຄາດວ່າ ຈະສາມາດຜລິດໄຟຟ້າ ໄດ້ປະມານ 290 ເມກາວັດ ຈະໃຊ້ງົບປະມານໃນການກໍ່ສ້າງ ປະມານ 500 ລ້ານໂດລາ ສ້າງໂດຍບໍຣິສັດນ້ຳງຽບນຶ່ງ ຫຸ້ນສ່ວນໃຫຍ່ ເປັນຂອງຣັຖບານຍີ່ປຸ່ນ. ການປະເມີນຜົລເບື້ອງຕົ້ນ ຄາດວ່າຈະມີຜົລ ກະທົບ ຕໍ່ສອງບ້ານໃນເມືອງບໍຣິຄັນ ຄື ບ້ານຫາດຍືນ ແລະບ້ານທ່າເຮືອ.
ທ່ານວ່າເຂື່ອນນ້ຳງຽບ1 ຈະໃຊ້ເວລາກໍ່ສ້າງ 5 ປີ ຄາດວ່າຈະສຳເຣັດໃນປີ 2019 ແລະຣະຍະການສຳປະທານ 27 ປີ ໄຟຟ້າສ່ວນໃຫຍ່ ຈະໃຊ້ພາຍໃນປະເທດແລະບາງສ່ວນຂາຍໃຫ້ໄທ.