MRC ຈະຫາລືເຂື່ອນ ປາກແບງ

ສິດນີ
2017.02.19
f-pakbeng ຮູບຈໍາລອງ ເຂື່ອນປາກແບງ ຊຶ່ງເປັນເຂື່ອນທີ 3 ໃນແມ່ນໍ້າຂອງ ຂົງເຂດປະເທດລາວ
Screen captured from MRC video

ຄນະ ກັມມາທິການ ແມ່ນ້ຳຂອງ ຈະຈັດກອງປະຊຸມ ຢູູ່ ຫຼວງພຣະບາງ ໃນວັນທີ 23-24 ກຸມພາ ເພື່ອຫາລື ໂຄງການສ້າງ ເຂື່ອນປາກ- ແບງ ຊື່ງເປັນເຂື່ອນ ແມ່ນ້ຳຂອງ ແຫ່ງທີສາມ ໃນລາວ, ໃນກອງປະຊຸມ ຈະມີຕົວແທນ ຈາກ ສປປລາວ ກຳພູຊາ ໄທ ແລະວຽດນາມ ເຂົ້າຮ່ວມ. ດັ່ງຄຳເວົ້າ ຂອງເຈົ້າຫນ້າທີ່ ຄນະ ກັມມາທິການ ແມ່ນ້ຳຂອງ ທ່ານນຶ່ງ ທີ່ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 16 ກຸມພາ ນີ້ວ່າ:

"ມີຫຼາກຫຼາຍ ກໍຄືຫລັກໆເລີຍ ກໍຈະມີສີ່ປະເທດ ເຂົ້າຮ່ວມ ຈະມີລາວ ໄທ ກຳປູເຈຽ ແລະວຽດນາມ ເນາະ ຫລັກໆຫັ້ນນ່າ ຄອນເນີ ບັນດາ ເດເວີລົບ ແມ່ນພາດເນີ ກໍຈະມີບັນດາ ສະຖານທູດຕ່າງໆ ກໍຈະເຂົ້າຮ່ວມນຳ ຈະເປັນ ບຸກຄົນສຳຄັນ ຈະເປັນເອີ້ນວ່າ Director General ຂອງແຕ່ລະ ປະເທດ ຈະເຂົ້າຮ່ວມ".

ທ່ານກ່າວຕື່ມວ່າ ຈຸດປະສົງ ຂອງ ກອງປະຊຸມເທື່ອນີ້ ແມ່ນເພື່ອແບ່ງປັນຂໍ້ມູນ ໃຫ້ບັນດາປະເທດ ທີ່ມາເຂົ້າຮ່ວມ ໃຫ້ຮູ້ເຖີງຜົລດີ ຈາກ ໂຄງການເຂື່ອນ ປາກແບງ ແລະ ຜົລກະທົບ ຈາກໂຄງການ ດັ່ງກ່າວນຳອີກ ເພື່ອໃຫ້ຕົວແທນ ຈາກປະເທດ ເຫລົ່ານັ້ນ ຫາລືກັນ ໃນ ກອງປະຊຸມ. ນອກຈາກນີ້ ທ່ານວ່າ ໃນກອງປະຊຸມ ເທື່ອນີ້ ຍັງຈະເປີດ ໂອກາດໃຫ້ ມີການຕອບຄໍາຖາມ ຖ້າຫາກ ມີຂໍ້ຂ້ອງໃຈ:

"ຕົວນີ້ເພີ່ນຈະເວົ້າ ໂດຍພາບຮວມແນ່ເນາະ ເວົ້າເຣື້ອງ ຜົລກະທົບນຳ ເຮົາຈະເວົ້າ ເຖິງພາບຮວມ ກ່ອນແລ້ວເຮົາ ກໍຈະມີພາກສ່ວນ ຂອງການ ຖາມຕອບກັນ ຖ້າວ່າຕົວໃດ ທີ່ບໍ່ເຂົ້າໃຈ ຕົວໃດ ທີ່ຍັງບໍ່ ແຈ່ມແຈ້ງຫັ້ນນາ ຫລືອາດຈະເວົ້າເຖິງ ຜົລກະທົບນຳ ເພາະວ່າ ຜົລປະໂຫຍດແລ້ວ ຜົລກະທົບມັນ ກໍຕ້ອງມີມານຳກັນ ມີຜົລດີແລະບໍ່ດີ".

ກອງປະຊຸມເທື່ອນີ້ ຖືວ່າສຳຄັນ ໃນຂັ້ນຕອນການແຈ້ງການ ແລະ ການປືກສາຫາລື ລ່ວງຫນ້າ ໃນໂຄງການ ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ທຸກເຂື່ອນ ຕ້ອງໄດ້ຜ່ານ ການປືກສາຫາລື ແລະ ການພິຈາຣະນາ ຈາກຄນະກັມມາທິການ ແມ່ນ້ຳຂອງ ຈາກປະເທດ ທີ່ມີແມ່ນ້ຳຂອງ ຜ່ານກ່ອນ ກ່ອນຈະສ້າງໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.